ບົນເສັ້ນທາງແຫ່ງພາລະກໍາປະຫວັດສາດຂອງພັກ
ໂດຍ: ທິດກໍ່າ
ຫລາຍທ່ານຫລາຍສະຫາຍທີ່ເປັນສະມາຊິກພັກຄົງຈະຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າ ພັກເຮົາໄດ້ກໍາເນີດເກີດຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບແວດລ້ອມຂອງບ້ານເມືອງພວມຕົກທຸກໄດ້ຍາກ ຍ້ອນວ່າກ່ອນໜ້ານັ້ນໄດ້ຖືກສັກດີນາຕ່າງດ້າວ ແລະ ຈັກກະພັດລ່າເມືອງຂຶ້ນມາຢຶດຄອງ ແລະ ຮຸກຮານ ຄືສະໄໝສັກດີນາສະຫຍາມເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງເອົາລາວເປັນຫົວເມືອງຂຶ້ນ ເຈົ້າອານຸວົງ ກໍນໍາພາຕໍ່ສູ້ຈົນເພິ່ນເອງຕາຍຄາກົງຂັງ. ພໍຕົກມາຍ່ານຝຣັ່ງມາຮຸກຮານ ແລະ ປົກຄອງບັນດາເຈົ້າກົກເຈົ້າເລົ່າທັງຫລາຍພວກເພິ່ນກໍນໍາພາປະຊາຊົນບັນດາເຜົ່າຂອງຕົນຕໍ່ສູ້ປະຕິວັດຈົນເຖິງວິນາທີສຸດທ້າຍຂອງຊີວິດ ເປັນຕົ້ນພໍ່ກະດວດ, ເຈົ້າຟ້າປັດໃຈ, ອົງແກ້ວກົມມະດໍາ ແລະ ຜູ້ອື່ນໆ. ສ່ວນຢູ່ທາງຝັ່ງຊ້າຍແມ່ນໍ້າຂອງກໍປາກົດມີຂະບວນຕໍ່ສູ້ຂອງຜູ້ທີ່ຮັກຊາດຈົນພວກເພິ່ນເຫລົ່ານັ້ນຕ້ອງສະລະຊີບຍ້ອນ ຄວາມຮັກຊາດຮັກແຜ່ນດິນ.
ປະທານ ໂຮ່ຈີມິງ ຫລື ຜູ້ທີ່ມີສາຍານາມ “ຫງວຽນອາຍກັວກ” ວິລະບູລຸດຂອງຊາວຫວຽດນາມ ກໍຄືຂອງປະຊາຊົນສາມຊາດອິນດູຈີນຜູ້ມີແນວຄິດຕ້ອງການປົດປ່ອຍປະຊາຊົນອິນດູຈີນອອກຈາກແອກປົກຄອງຂອງພວກຝຣັ່ງ ຈຶ່ງໄດ້ໄປຊອກເສັ້ນທາງເພື່ອປົດປ່ອຍຊາດແລ້ວກໍມາຕັ້ງພັກກອມມູນິດອິນດູຈີນຂຶ້ນຕາມຄວາມມຸ້ງມາດປາດຖະໜາ. ຂະບວນການຕໍ່ສູ້ປະຕິວັດພາຍໃຕ້ການນໍາພາຂອງພັກ ກອມມູນິດອິນດູຈີນໄດ້ເຕີບໃຫຍ່ຂະຫຍາຍຕົວບົນເສັ້ນທາງແຫ່ງໄຊຊະນະຈົນກາຍມາເປັນເງື່ອນໄຂໃຫ້ມີການແບ່ງພັກອອກເປັນສາມພັກ ຄືພັກກອມມູນິດຫວຽດນາມ, ພັກປະຊາຊົນກໍາປູເຈຍ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ.
ພັກປະຊາຊົນປະຕິວັດລາວ, ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມິນາ 1955 ປະທານ ໄກສອນ ພົມວິຫານ ທີ່ເປັນ ເລຂາທິການໃຫຍ່ຂອງພັກຜູ້ທໍາອິດ ພ້ອມໝູ່ຄະນະ ກໍໄດ້ກໍານົດແນວທາງນະໂຍບາຍເພື່ອສືບຕໍ່ເຮັດໜ້າທີ່ຊີ້ນໍາ-ນໍາພາການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດຊາດ. ໜຶ່ງໃນບັນຫາເພື່ອເຮັດຫລ້ອນໜ້າທີ່ ກໍຄືໄດ້ຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງແຫ່ງການຕໍ່ສູ້ປະຕິວັດຂອງວິລະບູລຸດ ແລະ ຂອງຜູ້ນໍາທີ່ຮັກຊາດຮຸ້ນກ່ອນ ຍ້ອນວ່າໃນສະໄໝນັ້ນແມ່ນຍັງບໍ່ທັນມີພັກຊີ້ນໍາ-ນໍາພາ ຈຶ່ງໄດ້ປະລາໄຊໃຫ້ພວກສັດຕູ. ຈາກປະສົບປະການແຫ່ງການຕໍ່ສູ້ນັບແຕ່ມື້ມີພັກກອມມູນິດອິນດູຈີນໄດ້ກໍາເນີດເກີດຂຶ້ນມາຮອດມື້ສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ມັນໄດ້ສະສົມບົດຮຽນ ແລະ ປະສົບປະການມາໃຫ້ພັກຢ່າງອຸດົມສົມບູນ ແລະ ໄດ້ເດີນຕາມເສັ້ນທາງແຫ່ງການຕໍ່ສູ້ປະຕິວັດທີ່ໜັກແໜ້ນ.
ຈາກນັ້ນມາ, ນັບແຕ່ມື້ມີພັກປະຊາຊົນປະຕິວັດລາວໄດ້ກໍາເນີດເກີດຂຶ້ນ ພັກກໍໄດ້ຊີ້ນໍາ-ນໍາພາຂະບວນການປະຕິວັດຢ່າງໄດ້ໝາກໄດ້ຜົນ ແລະ ສະເນືອນເຟືອນຟົດໄປດ້ວຍບັນຍາກາດແຫ່ງການຕໍ່ສູ້ທີ່ລະອິດລະອ້ຽວແຕ່ໄດ້ຮັບໄຊຊະນະເປັນຂັ້ນໆມາ. ສະແດງອອກຕີເສິກຢູ່ບ່ອນໃດກໍໄດ້ຮັບໄຊຊະນະຢູ່ບ່ອນຫັ້ນ, ເຈລະຈາເທື່ອໃດເຮົາກໍເປັນຝ່າຍໄດ້ປຽບ ຈົນມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດໄດ້ຢ່າງສົມບູນແລ້ວກໍລຶບລ້າງລະບອບສັກດີນາທີ່ຫລ້າຫລັງ ແລະ ປະກາດສ້າງຕັ້ງລະບອບໃໝ່ຂຶ້ນແທນຄື ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມໝັ້ນຄົງ ແລະ ອຸດົມຮັ່ງມີຂອງຊາດບ້ານເມືອງ ພັກເຮົາກໍໄດ້ສຸມໃສ່ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສະງຫົບສຸກ, ຄວາມສີວິໄລ ແລະ ຄວາມຍຸຕິທໍາ ຈົນມາຮອດປັດຈຸບັນພັກເຮົາຍັງໝັ້ນຄົງຂະໜົງແກ່ນ, ເປັນພັກກໍາອໍານາດບົນເສັ້ນທາງແຫ່ງພາລະກໍາປະຫວັດສາດອັນສະຫງ່າງາມແຫ່ງຍຸກສະໄໝ.