ທີມໝໍຣັດເຊຍຜ່າຕັດຄົນເຈັບຈົນສຳເລັດ ທ່າມກາງໄຟໄໝ້

ທີມແພດ ແລະ ພະຍາບານຂອງໂຮງໝໍແຫ່ງໜຶ່ງໃນຣັດເຊຍ ຜ່າຕັດຫົວໃຈໃຫ້ຄົນເຈັບຈົນສຳເລັດ ເຖິງວ່າໄຟກຳລັງລຸກໄໝ້ຢູ່ທາງນອກຫ້ອງຜ່າຕັດ, ສ່ວນເຈົ້າໜ້າທີ່ມອດໄຟຊ່ວຍກັນສະກັດບໍ່ໃຫ້ລຸກລາມເຂົ້າສູ່ຫ້ອງຜ່າຕັດ.
A group of doctors and nurses stayed in a surgery room to complete an open-heart surgery as plumes of smoke rose from a hospital in eastern Russia after a fire broke out https://t.co/iGZf2xrGFR pic.twitter.com/P3bwq0MBrW
— Reuters (@Reuters) April 2, 2021
ສຳນັກຂ່າວຣອຍເຕີລາຍງານໃນວັນທີ 3 ເມສາວ່າ: ກະຊວງປ້ອງກັນໄພ ແລະ ເຫດສຸກເສີນຂອງຣັດເຊຍລາຍງານວ່າ: ເກີດເຫດໄຟໄໝ້ຢູ່ບໍລິເວນຫລັງຄາຂອງໂຮງໝໍ ໃນເມືອງບະລາໂກເວດເຊນ ໃນພາກພື້ນອາມູ ທາງຕາເວັນອອກໄກຂອງປະເທດ ເມື່ອເຈົ້າໜ້າທີ່ມອດໄຟ ແລະ ໜ່ວຍກູ້ໄພເດີນທາງໄປຮອດຈຸດເກີດເຫດ ສາມາດອົບພະຍົບຄົນເຈັບປະມານ 60 ຄົນອອກມາໄດ້.
ເຖິງຢ່າງໃດກໍຕາມ, ໄຟໄໝ້ຄັ້ງນີ້ທີ່ຫລາຍຝ່າຍເຊື່ອວ່າເປັນຍ້ອນກະແສໄຟຟ້າລັດວົງຈອນ ເກີດຂຶ້ນໃນເວລາດຽວກັບຄະນະແພດ ແລະ ພະຍາບານທັງໝົດ 8 ຄົນ ກຳລັງຜ່າຕັດຫົວໃຈແບບເປີດໃຫ້ຄົນເຈັບຢູ່ ເຈົ້າໜ້າທີ່ສຸກເສີນຈຶ່ງໃຫ້ການສະໜັບສະໜູນດ້ວຍການຫາທາງປ້ອງກັນບໍ່ໃຫ້ຄວັນ ແລະ ໄຟລຸກລາມເຂົ້າສູ່ພື້ນທີ່ຜ່າຕັດ.
ທັງນີ້, ເຄາະດີທີ່ລະບົບໄຟຟ້າພາຍໃນຫ້ອງຜ່າຕັດເປັນຄົນລະເສັ້ນກັບຈຸດເກີດເຫດ ການຜ່າຕັດຈຶ່ງສຳເລັດດ້ວຍດີ ຫລັງຈາກນັ້ນທຸກຝ່າຍເລັ່ງຍ້າຍຄົນເຈັບໄປໂຮງໝໍອີກແຫ່ງໜຶ່ງ ເຊິ່ງຕັ້ງຢູ່ໃກ້ກັນ ຂະນະທີ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການຄັ້ງນີ້.