ສະຫະລັດອາເມລິກາ ໄຟຂຽວໃຫ້ຜູ້ສັກວັກຊີນປ້ອງກັນໂຄວິດ-19 ຄົບຕາມຈຳນວນ ສາມາດເດີນທາງແບບບໍ່ຕ້ອງກວດ-ກັກຕົວ
April 3, 2021 - 5:04 PM


ວັນທີ 2 ເມສາ 2021 ທີ່ຜ່ານມາ ສູນຄວບຄຸມ ແລະ ປ້ອງກັນໂຄວິດ-19 ຂອງສະຫະລັດ ປະກາດປັບປຸງການເດີນທາງສຳລັບຜູ້ສັກວັກຊີນຄົບຕາມກຳນົດ ໂດຍອະນຸຍາດໃຫ້ຜູ້ສັກວັກຊີນປ້ອງກັນໂຄວິດ-19 ສາມາດເດີນທາງໄປທ່ອງທ່ຽວແບບອິດສະລະແບບບໍ່ຕ້ອງກວດ-ກັກຕົວ ເນື່ອງຈາກກຸ່ມບຸກຄົນດັ່ງກ່າວນີ້ຖືວ່າເປັນກຸມຄົນທີ່ມີຄວາມສ່ຽງຕໍ່າ ແຕ່ເຖິງຢ່າງໃດກໍຕາມ ພວກເຂົາເຫລົ່ານັ້ນຍັງຕ້ອງປະຕິບັດມາດຕະການ ໃສ່ຜ້າອັດປາກ-ດັງ, ຢູ່ຫ່າງຈາກຝູງຊົນ ແລະ ລ້າງມືເປັນປະຈຳ.
ສຳລັບຜູ້ໄດ້ຮັບວັກຊີນຄົວແລ້ວ ຫາຈະເດີນທາງໄປຕ່າງປະເທດ ບໍ່ຈຳເປັນຕ້ອງເຂົ້າກວດໂຄວິດ-19 ອີກ ແຕ່ກໍບໍ່ແນະນຳໃຫ້ເດີນທາງໃນຂະນະນີ້ ເພາະການລະບາດຍັງສູງນັ້ນເອງ.