ມື້ນີ້ ທີ 5 ເມສາ 2021, ທ່ານ ຫງວຽນຊວັນຟຸກ ຖືກເລືອກໃຫ້ດຳລົງຕຳແໜ່ງປະທານປະເທດ ຂອງສາທາລະນະລັດສັງຄົມນິຍົມ ຫວຽດນາມ

ຂ່າວຕ່າງປະເທດ ຈາກ ຮ່າໂນ້ຍຕອນເຊົ້າຂອງ ວັນທີ 5 ເມສານີ້ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຕັ້ງເອົາສະຫາຍ ຫງວຽນຊວັນຟຸກ ເປັນປະທານປະເທດ.
ພາຍຫຼັງໄດ້ຮັບຟັງການເຜີຍແຜ່ຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຄົ້ນຄວ້າລາຍຊື່ຜູ້ທີ່ຈະດຳລົງຕຳແໜ່ງເປັນປະທານປະເທດແລ້ວ, ຫຼັງຈາກນັ້ນສະພາກໍລົງຄະແນນສຽງປິດລັບ ເພື່ອເລືອກປະທານປະເທດ.
ໃນທີ່ສຸດ ສະພາກໍໄດ້ມີມະຕິເປັນເອກະພາບຮັບຮອງເອົາທ່ານ ຫງວຽນຊວັນຟຸກ ເປັນປະທານປະເທດຄົນໃໝ່ດ້ວຍຄະແນນ 468/468 ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໃນກອງປະຊຸມ, ກວມ 97,5% ຂອງຜູ້ແທນທັງໝົດ.
ຫຼັງຈາກນັ້ນ ທ່ານ ຫງວຽນຊວັນຟຸກ ກໍໄດ້ສາບານຕົວ ຕາມລັດຖະທຳມະນູນຂອງປະເທດ. ຫຼັງຈາກນັ້ນ ປະທານປະເທດກໍປະກາດລາຍຊື່ ຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ. ຜູ້ແທນສະພາໄດ້ຄົ້ນຄວ້າເປົ້າໝາຍທີ່ຈະດຳລົງຕຳແໜ່ງດັ່ງກ່າວ.
ປີນີ້ ທ່ານຫງວຽນຊວັນຟຸກ ມີອາຍຸ 67 ປີ, ຕາແສງ ເກວຟູ ເມືອງ ເກວເຊີນ ແຂວງກວາງນາມ. ລະດັບທິດສະດີຊັ້ນສູງ, ປະລິນຍາຕີດ້ານເສດຖະກິດ.
ທ່ານເປັນກຳມະການກົມການເມືອງສະໃໝ XI, XII, XIII; ກຳມະການສູນກາງພັກສະໃໝ X, XI, XII, XIII; ສະມາຊິກສະພາຊຸທີ XI, XIII, XIV.
ປີ 2006 ທ່ານໄດ້ຮັບເລືອກເຂົ້າໃນກຳມະການສູນກາງພັກເປັນຄັ້ງທຳອິດ ໃນຂະນະທີ່ອາຍຸໄດ້ 52 ປີ, ເຂົ້າໃນກົມການເມືອງຄັ້ງທຳອິດໃນປີ 2011, ໃນຂະນະທີ່ອາຍຸໄດ້ 57 ປີ.
ໃນຂະບວນວິວັດແຫ່ງການເຄື່ອນໄຫວວຽກງານ, ທ່ານຫງວຽນຊວັນຟຸກ ໄດ້ຜ່ານຕຳແໜ່ງຕ່າງໆເຊັ່ນ: ເປັນເຈົ້າແຂວງໆ ກວາງນາມ, ຮອງປະທານກວດສອບແຫ່ງລັດ, ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ.
ປີ 2011 ທ່ານຖືກເລືອກໃຫ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ປີ 2016 ຂຶ້ນເປັນນາຍົກລັດຖະມົນຕີ ສະໃໝ 2011-2016.
ໃນກອງປະຊຸມຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ 14 ທ່ານ ໄດ້ຮັບເລືອກຕັ້ງຄືນໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີສະໃໝ 2016-2021.
ເດືອນ ມັງກອນ 2021 ທ່ານໄດ້ເຂົ້າຢູ່ໃນກຳມະການສູນກາງພັກສະໃໝທີ 3 ແລະ ຖືກເລືອກເຂົ້າຢູ່ໃນກົມການເມືອງສະໃໝ 2021-2026.
ຕອນເຊົ້າວັນທີ 2 ເມສານີ້, ສະພາໄດ້ຮັບຮອງເອົາມະຕິຕົກລົງ ຢຸດຕິບົດບາດເປັນນາຍົກລັດຖະມົນຕີຂອງທ່ານຫງວຽນຊວັນຟຸກສະໃໝ 2016-2021 ຢ່າງເປັນທາງກັານ.