ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

- 167787581 1096944800787570 6407302178806225982 n - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
- kitchen vibe - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 2 ເມສາ 2021 ທີ່ຜ່ານມາ ໄດ້ກັກຕົວກຸ່ມຄົນຮ້າຍຈຳນວນ 6 ຄົນ  ພ້ອມຂອງກາງຈຳນວນໜຶ່ງ ທີ່ເປັນຊິ້ນສ່ວນອຸປະກອນສຳລັບກໍ່ສ້າງເສັ້ນທາງລົດໄຟ ທີ່ກອງໄວ້ຢູ່ຂ້າງສະຖານທີ່ໃກ້ບໍລິສັດຈຳນວນຫຼາຍຄັ້ງ ເຂດບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຜ່ານມາເຫລັກມີການສູນຫາຍໄປແລ້ວຫລາຍກວ່າ 1 ໂຕນ.

ໄລຍະຜ່ານມາປະກົດການກຸ່ມຄົນບໍ່ດີລັກຊັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແມ່ນມີຫຼາຍສົມຄວນເປັນຕົ້ນແມ່ນເຫຼັກທ່ອນ, ນ໋ອດ, ຮາວຮົ້ວເຫຼັກ ແລະອື່ນໆ…ສະນັ້ນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄວາມຮ່ວມມືນຳ ບັນດາເຈົ້າຂອງໂຮງເກັບຊື້ເຫຼັກເສດທັງຫຼາຍໃຫ້ກວດກາລະອຽດຊິ້ນສ່ວນເຫຼັກເສດທີ່ມີຄົນນຳມາຂາຍໃຫ້ ຖ້າສົງໃສວ່າແມ່ນເຫຼັກ ຫຼື ນ໋ອດໂຄງການດັ່ງກ່າວ ຫລື ເປັນຂອງປະຊາຊົນທີ່ຖືກລັມມາຂາຍ ແມ່ນໃຫ້ແຈ້ງຫາອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດບ່ອນໃກ້ສຸດ ຫລື ຖ່າຍຮູບສົ່ງແຈ້ງເຂົ້າຫາເບີວອດແອັບ ກອງບັນຊາການ ນະຄອນຫລວງວຽງຈັນ 020 ​28899774.

- Visit Laos Visit SALANA BOUTIQUE HOTEL - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
- 4 - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
- 3 - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
- 5 - ຈັບແກ້ງລັກຊັບຊິ້ນສ່ວນຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ