LG ກຽມຍົກມືລາ “ທຸລະກິດສະມາດໂຟນ” ຫລັງຂາດທຶນຕໍ່ເນື່ອງຫລາຍປີ

ວັນທີ 5 ເມສາ 2021, ບໍລິສັດ ແອລຈີ ເອເລັກໂຕຣນິກ ແຫ່ງປະເທດ ສ.ເກົາຫລີ ເປີດເຜີຍວ່າ: ບໍລິສັດກຳລັງຈະຖອນຕົວອອກຈາກທຸລະກິດສະມາດໂຟນ ຫລັງຂາດທຶນຕໍ່ເນື່ອງມາຫລາຍປີ ເຊິ່ງການເຄື່ອນໄຫວຄັ້ງນີ້ເຮັດໃຫ້ LG ກາຍເປັນຍີ່ຫໍ້ສະມາດໂຟນລາຍໃຫຍ່ທຳອິດທີ່ຈະອອກຈາກຕະຫລາດນີ້ຢ່າງສົມບູນ.
ການຕັດສິນໃຈຄັ້ງນີ້ຈະເປັນການຖອນສ່ວນແບ່ງທາງການຕະຫລາດທີ່ມີຢູ່ 10% ໃນອາເມລິກາເໜືອອອກໄປ ເຊິ່ງເປັນພາກພື້ນທີ່ LG ຢູ່ຕຳແໜ່ງອັນດັບ 3 ໃນຕະຫລາດນີ້ ເປັນຮອງພຽງຍັກໃຫຍ່ແຫ່ງວົງການສະມາດໂຟນຄື ແອັບເປິ້ນ ແລະ ຊຳຊຸງ ເທົ່ານັ້ນ.
ໂດຍທຸລະກິດສະມາດໂຟນຂອງ LG ເຊິ່ງເປັນທຸລະກິດທີ່ນ້ອຍທີ່ສຸດໃນຈຳນວນ 5 ທຸລະກິດຂອງບໍລິສັດ ມີອັດຕາລາຍໄດ້ 7% ເທົ່ານັ້ນ ແລະ ເປັນທຸລະກິດທີ່ຂາດທຶນມາຕໍ່ເນື່ອງເກືອບ 6 ປີຜ່ານມາ ໂດຍສູນເສຍລາຍໄດ້ປະມານ 4,5 ພັນລ້ານໂດລາສະຫະລັດ ໂດຍບໍລິສັດລະບຸໃນຖະແຫລງການວ່າ: “ການຕັດສິນໃຈດັ່ງກ່າວຈະຊ່ວຍໃຫ້ບໍລິສຸດເນັ້ນໃສ່ທຸລະກິດທີ່ມີການເຕີບໃຫຍ່ ຄືຊິ້ນສ່ວນລົດຍົນໄຟຟ້າ, ອຸປະກອນເຊື່ອມຕໍ່, ສະມາດໂຮມ, ຫຸ່ນຍົນ, ປັນຍາປະດິດ ແລະ ການເຮັດທຸລະກິດແບບ B2B (business-to-business)”.
ຂະນະທີ່ສະມາດໂຟນລຸ້ນທີ່ວາງຈຳໜ່າຍໄປແລ້ວກໍຍັງຈຳໜ່າຍຕໍ່ໄປ. LG ລະບຸອີກວ່າ: “ບໍລິສັດຈະຍັງສະໜັບສະໜູນຜະລິດຕະພັນຂອງບໍລິສັດຕໍ່ໄປໃນອີກໄລຍະໜຶ່ງ ເຊິ່ງຈະແຕກຕ່າງກັນໄປໃນແຕ່ລະພາກພື້ນ” ໂດຍບໍລິສັດຄາດວ່າຈະຢຸດທຸລະກິດນີ້ຢ່າງສົມບູນພາຍໃນເດືອນກໍລະກົດປີນີ້.
ທັງນີ້, ຜ່ານມາທຸລະກິດສະມາດໂຟນເຄີຍມີໄລຍະເວລາທີ່ດີເຊັ່ນກັນ ໂດຍ LG ຖືເປັນຍີ່ຫໍ້ຕົ້ນໆທີ່ສົ່ງໂທລະສັບມືຖືອອກສູ່ຕະຫລາດຫລາຍລຸ້ນທີ່ມາພ້ອມນະວັດຕະກຳທີ່ໜ້າສົນໃຈເຊັ່ນ: ກ້ອງມຸມກວ້າງ ແລະ ຄັ້ງໜຶ່ງໃນປີ 2013 LG ຖືເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ອັນດັບສາມຂອງໂລກ ເປັນຮອງພຽງຊຳຊຸງ ແລະ ແອັບເປິ້ນເທົ່ານັ້ນ.
ແຕ່ໃນໄລຍະຕໍ່ມາ, ສະມາດໂຟນລຸ້ນເຮືອທຸງຂອງ LG ໄດ້ຮັບຄວາມນິຍົມໜ້ອຍລົງຢ່າງຕໍ່ເນື່ອງ ເຊິ່ງເປັນຜົນມາຈາກເລື່ອງຮາດແວ ແລະ ຊອບແວທີ່ອັບເດດຊ້າລົງ ແລະ ການແຂ່ງຂັນທີ່ຮຸນແຮງຂຶ້ນຈາກຍີ່ຫໍ້ສະມາດໂຟນຈາກຈີນ.
ສຳລັບປັດຈຸບັນ LG ມີສ່ວນແບ່ງທາງການຕະຫລາດຂອງໂລກ 2%, ປີຜ່ານມາມີຍອດຂາຍສະມາດໂຟນ 23 ລ້ານໜ່ວຍ. ຂະນະທີ່ຄູ່ແຂ່ງ ຄືຊຳຊຸງມີຍອດຂາຍ 256 ລ້ານໜ່ວຍ.
ເຖິງຢ່າງໃດກໍຕາມ, LG ບໍ່ໄດ້ລະບຸເຖິງບັນຫາການປົດພະນັກງານ ເຊິ່ງອາດເປັນສະຖານະການທີ່ເກີດຂຶ້ນໄດ້, ແຕ່ຊີ້ວ່າ: ຍົກເວັ້ນແຕ່ມີການລະບຸໃນລາຍລະອຽດການຈ້າງງານຂອງແຕ່ລະທ້ອງຖິ່ນ ເຊິ່ງໃນ ສ.ເກົາຫລີ ພະນັກງານໃນທຸລະກິດນີ້ຈະຖືກຍ້າຍໄປເຮັດໃນທຸລະກິດອື່ນຂອງ ແອລຈີ ເອເລັກໂຕຣນິກ ແລະ ບໍລິສັດໃນເຄືອຂ່າຍ.