ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ

- kitchen vibe - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ

ທາງ​ການ​ກຳປູ​ເຈຍ​ອອກ​ກົດໝາຍ​ຫ້າ​ມສົ່ງ​ອອກ​ດິນຊາຍ​ຈາກ​​ແຄມ​ຝັ່ງ, ພາຍຫລັງ​ພົບ​ວ່າ​ມີ​ການ​ສົ່ງ​ອອກ​ດິນຊາຍ​​ໃນ​ປະລິມານ​ຫລາຍ​ໄປ​ສິງກະ​ໂປ ທ່າມກາງ​ກະ​ແສ​ກົດ​ດັນ​ຢ່າງ​ໜັກ​ຈາກ​ກຸ່ມ​ນັກ​ເຄື່ອນ​ໄຫວ​ທີ່​ຕ້ອງການ​ໃຫ້​ສະກັດ​ກັ້ນທຸລະ​ກິດ​ດັ່ງກ່າວ

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ
- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ

ກຸ່ມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກ່າວ​ຫາ​ມາ​ຕະຫລອດ​ຕໍ່​ການ​ທຸ​ຈະລິດ ​ແລະ ສົ່ງ​ອອກ​ດິນຊາຍ​ຕາມ​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ ​ແມ່ນ້ຳຂອງ​ໄປ​ຕ່າງປະ​ເທດ, ດິນຊາຍ​ສົ່ງ​ອອກ​ສ່ວນ​ຫລາຍ​ໄດ້​ຮັບ​ການ​ຂົນ​ສົ່ງ​ໄປ​ສິງກະ​ໂປ​ເພື່ອ​ຖົມ​ພື້ນທີ່. ນັກ​ເຄື່ອນ​ໄຫວ​ຮຽກຮ້ອງ​ວ່າ: ​ເຮັດ​ໃຫ້​ຊຸມ​ຊົນ​ທ້ອງ​ຖິ່ນ​ກຳປູ​ເຈຍ​ເສຍ​ຫາຍ ​ແລະ ທຳລາຍ​ລະ​ບົນ​ນິ​ເວດ. ກົດໝາຍ​ສະບັບ​ໃໝ່​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 10 ກໍລະກົດ​ນີ້ ​ໂດຍ​ລະບຸ​ຫ້າມ​ການ​ສົ່ງ​ອອກ​ດິນຊາຍ​ກໍ່ສ້າງ ​ແລະ ດິນຊາຍ​ທັງ​ໝົດ​ຈາກ​ແຂວງ​ເກາະ​ກົງ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ໄປ​ຕ່າງປະ​ເທດ, ​ແຕ່​ບໍ່​ໄດ້​ຫ້າມ​ການ​ຊື້ຂາຍ​ດິນຊາຍ​ພາຍ​ໃນ​ປະ​ເທດ. ​ໂຄສົກ​ກະຊວງ​ບໍ່​ແຮ່ ​ແລະ ພະລັງງານ​ກຳປູ​ເຈຍ ຖະ​ແຫລ​ງວ່າ: ກົດໝາຍ​ໃໝ່​ເປັນ​ໄປ​ຕາມ​ຄວາມ​ກັງວົນ​ດ້ານ​ສິ່ງ​ແວ​ດລ້ອມ, ສ່ວນ​ກຸ່ມ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ​ຖະ​ແຫລ​ງຍິນ​ດີ​ຕໍ່​ຄວາມ​ຄືບ​ໜ້າ, ​ແຕ່​ສະ​ແດງ​ຄວາມ​ກັງວົນ​ ​ເຖິງ​ວ່າ​ມີ​ຄຳ​ສັ່ງ​ຫ້າມ​ຜ່ານ​ມາ, ​ແຕ່​ຫລາຍ​ບໍລິສັດ​ຍັງ​ສົ່ງ​ອອກ​ດິນຊາຍ​ໄປ​ຕ່າງ​ປະ​ເທດ​ໄດ້.

- 4 - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ
- 3 - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ
- 5 - ກຳປູເຈຍສັ່ງຫ້າມສົ່ງອອກ ດິນຊາຍໄປຕ່າງປະເທດ