ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຄືບໜ້າຫລາຍກວ່າ 30%


ໃນໂອກາດທີ່ ທ່ານ ໂມ ໄອນິ ອາຕານ (Mohd Aini Atan) ເອກອັກຄະລາຊະທູດມາເລເຊຍປະຈຳລາວ ໄດ້ໄປຢ້ຽມຢາມເບິ່ງໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຢູ່ແຂວງຈຳປາສັກ ແລະ ໄດ້ຮັບຟັງການລາຍງານຈາກຄະນະຮັບຜິດຊອບການວ່າ: ເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ເມືອງໂຂງ, ແຂວງຈຳປາສັກ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2015 ແລະ ມາຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າຫລາຍກວ່າ 30%, ຊຶ່ງຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2019.
ເຂື່ອນແຫ່ງນີ້ ເປັນຝາຍນ້ຳລົ້ນ ທີ່ບໍ່ມີການເກັບກັກນ້ຳ, ໂດຍແມ່ນບໍລິສັດເມັກກະເຟີສຈາກປະເທດມາເລເຊຍ ເປັນຜູ້ຮັບເໝົາກໍ່ສ້າງ, ໃນມູນຄ່າຫລາຍກວ່າ 500 ລ້ານໂດລາສະຫະລັດ, ໃນນັ້ນ ບໍລິສັດດັ່ງກ່າວຖືຮຸ້ນ 80% ແລະ ລັດວິສາຫະກິດໄຟຟ້າລາວຖືຮຸ້ນ 20%, ມີອາຍຸສຳປະທານ 25 ປີ, ມີກຳລັງການຕິດຕັ້ງ 260 ເມກາວັດ, ສາມາດຜະລິດກະແສໄຟຟ້າ ໄດ້ສະເລ່ຍ 2.000 ກວ່າກິກາວັດໂມງຕໍ່ປີ, ໂດຍຈະສົ່ງກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາຍ 100%.
ໂອກາດັ່ງກ່າວນີ້, ທ່ານເອກອັກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວສະແດງເຖິງຄວາມຊົມເຊີຍ ແລະ ດີໃຈທີ່ເຫັນວ່າກໍ່ສ້າງໂຄງການຕົວຈິງມີຄວາມຄືບໜ້າຫລາຍ ແລະ ເຊື່ອວ່າໂຄງການນີ້ພາຍຫລັງການລົງທຶນຂອງນັກທຸລະກິດມາເລເຊຍຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະຊ່ວຍເຮັດໃຫ້ ສປປ ລາວ ຫລຸດອອກຈາກສະຖານະພາບດ້ອຍພັດທະນາພາຍໃນປີ 2020.