ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

- kitchen vibe - ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

ການຂຸດຄົ້ນບໍ່ແຮ່ເທິງດາວເຄາະດວງອື່ນ ເພື່ອນໍາຊັບພະຍາກອນມາ​ໃຊ້​ໃນໂລກ ເປັນແນວຄິດທີ່ມີການເວົ້າເຖິງມາເປັນໄລຍະເວລາຍາວນານແລ້ວ ແຕ່ກໍບໍ່ເຫັນທ່າ​ທີວ່າຈະເກີດຂຶ້ນຈິງ.

ແຕ່ໃນວັນນີ້ ມີການເຄື່ອນໄຫວທີ່ໜ້າສົນໃຈອອກມາຈາກ ບໍລິສັດເອກະຊົນດ້ານການສໍາຫລວດອະວະກາດທີ່ມີຊື່ວ່າ Moon Express ໄດ້ອອກມາໃຫ້ຂ່າວກ່ຽວກັບລາຍລະອຽດຂອງການສ້າງຖານທັບຫຸ່ນຍົນນັກຂຸດບໍ່ແຮ່ ທີ່ເທິງຂົ້ວໂລກໃຕ້ຂອງດວງຈັນ ໂດຍວາງເປົ້າໝາຍວ່າ ຈະເລີ່ມໂຄງການໃນປີ 2020 ແລະ ເພື່ອຈະເຮັດໃຫ້ເລື່ອງນີ້ເປັນຈິງຂຶ້ນມາໄດ້ ບໍລິສັດ Moon Express ຕ້ອງສ້າງຍານອະວະກາດຮູບແບບໃຫມ່ທີ່ມີຊື່ເອີ້ນວ່າ MX Robotic Explorers ເຮັດໜ້າທີ່ລໍາລຽງ​ເຄື່ອງ​ຂອງໄປລົງຈອດເທິງດວງຈັນ ແລະ ນໍາຫຸ່ນຍົນຂຸດບໍ່​ແຮ່ໄປປະຈໍາການເປັນການຖາວອນເທິງດວງຈັນ ໂດຍໜ້າທີ່ຂອງພວກມັນຄືການຂຸດຫານໍ້າ ແລະ ແຮ່ທາດຕ່າງໆ ໃນບໍລິເວນຂົ້ວໂລກໃຕ້ຂອງດວງຈັນ ​ເຊິ່ງຊັບພະຍາກອນເຫຼົ່ານີ້ ສາມາດນໍາກັບມາຂາຍໄດ້​ໃນໂລກ.

- Visit Laos Visit SALANA BOUTIQUE HOTEL - ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

-                            2 - ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

            MX-1E  ຍານອະວະກາດຂະໜາດນ້ອຍທີ່ລົງຈອດເທິງດວງຈັນ ແລະ ນໍາຊັບພະຍາກອນກັບມາຍັງໂລກ

            ບໍລິສັດ Moon Express ສະແດງເຈດຈໍານົງມາດົນວ່າ ຕ້ອງການຂຸດບໍ່ແຮ່ຈາກດວງຈັນ, ແຕ່ນີ້ກໍເປັນຄັ້ງທໍາອິດທີ່ພວກເຂົາອອກມາເປີດເຜີຍລາຍລະອຽດ ແຜນການເລີ່ມຕົ້ນໂດຍການສົ່ງຍານ       MX-1E ລົງໄປຈອດເທິງດວງຈັນ ​ເຊິ່ງຍານລໍານີ້ມີຄວາມສູງທຽບເທົ່າກັບຄົນ ສາມາດເຄື່ອນຍ້າຍຕໍາແໜ່ງຂອງຕົນເອງ ໄດ້ໂດຍການກະໂດດລອຍຕົວຄືຜິວດວງຈັນ.

ເມື່ອປະສົບຜົນສໍາເລັດກັບການສ້າງຍານ MX-1E  ທາງບໍລິສັດ Moon Express ກໍກຽມແຜນການຂັ້ນຕໍ່ໄປດ້ວຍການສ້າງຍານອີກ 3 ຮູບແບບ ທີ່ມີຄວາມແຕກຕ່າງກັນພາຍໃນ 2-3 ປີຂ້າງໜ້ານີ້ ​ເຊິ່ງກໍຄືຍານ  MX-2, MX-5 ແລະ MX-9 ໂດຍຍານທັງ 3 ແບບ ຈະໃຊ້ເຄື່ອງຈັກປະຢັດພະລັງງານຮູບແບບໃຫມ່ ທີ່ມີຊື່ເອີ້ນວ່າ PECO   ແລະ ພວກມັນສາມາດເຮັດພາລະກິດໄດ້ຫຼາຍຮູບແບບ ບໍ່ວ່າຈະເປັນການລົງຈອດເທິງດາວເຄາະ ເພື່ອສໍາຫລວດຊັບພະຍາກອນ ລວມທັງການໂຄງຈອນອ້ອມດວງດາວ ຫຼື ເຮັດໜ້າທີ່ເປັນລະບົບກ້ອງສໍາຫລວດອະວະກາດ ທີ່ສາມາດເດີນທາງໄປຈຸດໃດໆຂອງລະບົບສຸລິຍະຈັກກະວານໄດ້ຕາມຕ້ອງການ.

-                            3 - ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

            ຍານ MX-9 ຂະນະທີ່ເຮັດໜ້າທີ່ເປັນຖານປ່ອຍຍານ  MX-1E  ເພື່ອນໍາຊັບພະຍາກອນກັບມາໂລກ.

            ໂດຍຍານ MX-9 ສາມາດບັນທຸກຍານຂະໜາດນ້ອຍເຊັ່ນ: MX-1E  ເພື່່ອນໍາໄປລົງຈອດເທິງດວງຈັນ ເມື່ອລົງຈອດຮຽບຮ້ອຍແລ້ວ MX-1E  ສາມາດປ່ອຍໂຕເອງອອກຈາກພື້ນຜິວຂອງດວງຈັນ ເພື່ອນໍາຊັບພະຍາກອນ ແລະ ແຮ່ທາດຕ່າງໆ ກັບມາໂລກໄດ້ຕາມຕ້ອງການ MX-9  ອອກແບບມາໃຫ້ສາມາດຂົນສົ່ງມັນໄປຍັງດາວເຄາະດວງໃດໄດ້ດ້ວຍຈະຫລວດອະວະກາດທຸກຮູບແບບ.

ໂດຍຮູບແບບການປະຍຸກໃຊ້ທີ່ໜ້າສົນໃຈຂອງ ຫຸ່ນຍົນຂຸດຄົ້ນບໍ່​ແຮ່ເທິງດວງຈັນຄື ການສະກັດເຊື້ອ​ໄຟ​ຈະຫລວດທີ່ມີຢູ່ໃນເຂດຂົ້ວໂລກໃຕ້ຂອງດວງຈັນ ເລື່ອນໄປຈົນເຖິງການເກັບຫີນ ແລະ ແຮ່ທາດຕ່າງໆຈາກດວງຈັນ ເພື່ອນໍາກັບມາຂາຍໃຫ້ນັກວິໄຈຂອງ NASA ຫຼື ຂາຍໃຫ້ໃຜກໍຕາມທີ່ຢາກໄດ້ຫີນຈາກດວງຈັນ ແຕ່ທາງ Moon Express ຍັງບໍ່ໄດ້ມີການ​ເປີດເຜີຍລາຍລະອຽດລົງເລິກກ່ຽວກັບເຕັກໂນໂລຊີທີ່ໃຊ້ຂຸດເຈາະຊັບພະຍາກອນຈາກດວງຈັນແຕ່ຢ່າງໃດ.

ໂດຍໂຄງການສໍາຫລວດ ແລະ ຂຸດເຈາະແຮ່ຈາກດວງຈັນຂອງບໍລິສັດ Moon Express ມີຊື່ໂຄງການວ່າ Lunar Scout Expedition ແລະ ເລີ່ມຕົ້ນໂດຍການສ້າງຖານຫຸ່ນຍົນເທິງດວງຈັນພາຍໃນ 2-3 ປີຂ້າງໜ້າ ໂດຍຈະມີການສົ່ງຍານ MX-2 ໄປຂົ້ວໂລກໃຕ້ຂອງດວງຈັນ ເພື່ອສໍາຫລວດເຖິງໂອກາດການມີແຫຼ່ງນໍ້າ ​ເຊິ່ງນອກຈາກການສໍາຫລວດຫາແຫຼ່ງນໍ້າແລ້ວ ຍັງມີພາລະກິດກ່ຽວກັບການວິໄຈທົດລອງຕ່າງໆຫຼວງຫຼາຍ ແລະ ດ້ວຍພາລະກິດສໍາຄັນ ​ເຊິ່ງກໍຄືການເຮັດບໍ່​ແຮ່ເທິງດວງຈັນ ແລະ ສົ່ງມາກັບຂາຍຢູ່ໂລກ.

 

- 5 - ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!