ຄະນະສະເພາະກິດນະຄອນໄກສອນ ພົມວິຫານ ລົງກວດກາເຮືອຢູ່ຕາມລຳແມ່ນ້ຳຂອງ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 20 ເມສາ 2021 ນີ້, ທາງຄະນະສະເພາະກິດຂັ້ນນະຄອນໄກສອນ ພົມວິຫານ ນຳໂດຍທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະສະເພາະກິດຂັ້ນນະຄອນ ໄດ້ລົງກວດກາເບິ່ງເຮືອຢູ່ຕາມລຳແມ່ນ້ຳຂອງ ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເພື່ອຊີ້ນໍາພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະເຈົ້າຂອງເຮືອທຸກປະເພດເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອຊົ່ວຄາວຕາມລຳແມ່ນ້ຳຂອງນັບແຕ່ວັນທີ 19-30 ເມສາ 2021 ເພື່ອຫລີກລ່ຽງການລັກລອບຂົນສົ່ງຄົນຂ້າມມາຝັ່ງລາວ ແລະ ອື່ນໆ.
ພ້ອມທັງ ຫ້າມບໍ່ໃຫ້ບຸກໃດເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃໜ 5 ລ້ານກີບ ພ້ອມເຮັດບົດທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໜາຍ, ຖ້າກໍລະນີຫາກຮັບເອົາແຮງງານເຂົ້າມາ ແລະ ເປັນສາເຫດຂອງການແຜ່ລະບາດເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດຊອບຕໍ່ການເສຍທຸກຢ່າງທີ່ເກີດຂຶ້ນ ພ້ອມທັງຈັດຕັ້ງກຳລັງ ປກສ ກອງຫລອນບ້ານ ປ້ອງກັນເວນຍາມ ເພື່ອກວດກາລາດຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນ ບັນດາປະເທດໃນໂລກຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງທີ່ມີການລະບາດເປັນວົງກວ້າງ.