UN ຂໍໃຫ້ບັນດາປະເທດຈັດສັນເງິນ 40 ລ້ານໂດລາ ຊ່ວຍຜູ້ຕິດເຊື້ອພະຍາດຖອກທ້ອງຢູ່ໄຮຕິ

- 1500008314870 960x0 - UN ຂໍໃຫ້ບັນດາປະເທດຈັດສັນເງິນ 40 ລ້ານໂດລາ ຊ່ວຍຜູ້ຕິດເຊື້ອພະຍາດຖອກທ້ອງຢູ່ໄຮຕິ
- kitchen vibe - UN ຂໍໃຫ້ບັນດາປະເທດຈັດສັນເງິນ 40 ລ້ານໂດລາ ຊ່ວຍຜູ້ຕິດເຊື້ອພະຍາດຖອກທ້ອງຢູ່ໄຮຕິ

ສະ​ຫະປະຊາ​ຊາດ​ຖະ​ແຫລ​ງຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຊ່ວຍ​ກັນ​ຈັດ​ສັນ​ເງິນ​ມູນ​ຄ່າ 40,5 ລ້ານ​ໂດ​ລາ ​ເພື່ອ​ເປັນ​ງົບສຳລັບ​ພາລະກິດ​ຢູ່​ໄຮ​ຕິ​ໃນ​ການ​ຊ່ວຍ​ເຫລືອ​ຜູ້​ຕິດ​ເຊື້ອພະຍາດ​ຖອກທ້ອງ.

ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ມີ​ມະຕິ​ສະໜັບສະໜູນ​ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣ ​ເລຂາທິການ UN ​ເຊິ່ງກຳລັງ​ປະສົບ​ບັນຫາ​ຂາດ​ເຂີນ​ງົບປະມານ​ຄັ້ງ​ໃຫຍ່​ມູນ​ຄ່າ 400 ລ້ານ​ໂດ​ລາ​ທີ່​ຈຳ​ເປັນ​ສຳລັບ​ຊ່ວຍ​ຟື້ນຟູ​ໄຮ​ຕິ​ຈາ​ກພະຍາດ​ລະບາດ. ​ໄຮ​ຕິ​ຜະ​​ເຊີນ​ພະຍາດ​ຖອກທ້ອງ​ລະບາດ​ມາ​ຫລາຍ​ປີ ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 9.500 ຄົນ, ພາຍຫລັງ​ທີ່​ມີ​ຜູ້​ຕິດ​ເຊື້ອ​ໃນ​ສັງກັດ​ກອງ​ກຳລັງ​ຮັກສາ​ສັນຕິພາບ UN ຈາກ​ເນ​ປານ ​ເຮັດ​ໃຫ້​ເຊື້ອ​ແຜ່​ລະບາດ​ເຂົ້າມາ​​ໄຮ​ຕິ ​ໂດຍ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມາ​ໄຮ​ຕິ​ຫລັງ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ໃນ​ປີ 2000. ທ່ານ ບັນ​ກີ​ມູນ ອະດີດ​ເລຂາທິການ​ສະຫະ​ປະຊາ​ຊາດ ຕ້ອງ​ຂໍ​ໂທດ​ປະຊາຊົນ​ໄຮ​ຕິ​ທີ່​ພະຍາດ​ຖອກທ້ອງ​ລະບາດ, ​ແຕ່ UN ຢືນຢັນ​ບໍ່​ຮັບຜິ​ດຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - UN ຂໍໃຫ້ບັນດາປະເທດຈັດສັນເງິນ 40 ລ້ານໂດລາ ຊ່ວຍຜູ້ຕິດເຊື້ອພະຍາດຖອກທ້ອງຢູ່ໄຮຕິ
- 3 - UN ຂໍໃຫ້ບັນດາປະເທດຈັດສັນເງິນ 40 ລ້ານໂດລາ ຊ່ວຍຜູ້ຕິດເຊື້ອພະຍາດຖອກທ້ອງຢູ່ໄຮຕິ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!