ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ

- Biden Climate Summit 81400 1 - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ
- kitchen vibe - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ

ກອງປະຊຸມສຸດຍອດຜູ້ນຳດ້ານສະພາບອາກາດເລີ່ມຕົ້ນຂຶ້ນແລ້ວ ພາຍໃຕ້ການນຳຂອງອາເມລິກາ ທີ່ກັບມາໃຫ້ຄວາມສຳຄັນຕໍ່ສິ່ງແວດລ້ອມອີກ ຫລັງຫາຍໜ້າໄປໃນຊ່ວງທີ່ ທຣຳ ມີອຳນາດ.

ວັນທີ 22 ເມສາ 2021, ສຳນັກຂ່າວເອພີ (AP) ລາຍງານເຖິງກອງປະຊຸມສຸດຍອດຜູ້ນຳດ້ານສະພາບອາກາດ ເຊິ່ງຈັດຂຶ້ນເປັນເວລາ 2 ວັນ ຜ່ານລະບົບວິດີໂອຄອນເຟີເຣັນ ໂດຍປະທານາທິບໍດີ ໂຈ ໄບເດັນ ຂອງອາເມລິກາ ໄດ້ເຊີນຜູ້ນຳ 38 ປະເທດ, ປະທານສະຫະພາບເອີຣົບ ແລະ ປະທານຄະນະມົນຕີເອີຣົບ ມາເຈລະຈາເຖິງແນວທາງທີ່ຈະຫລຸດຜົນກະທົບທີ່ເກີດຂຶ້ນຕໍ່ສິ່ງແວດລ້ອມ.

- Visit Laos Visit SALANA BOUTIQUE HOTEL - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ

ໃນກອງປະຊຸມມື້ທຳອິດ, ປະທານາທິບໍດີ ໄບເດັນ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນຫລາຍກວ່າການອະນຸລັກໂລກ ນີ້ຄືການມອບອະນາຄົດທີ່ດີຂຶ້ນໃຫ້ພວກເຮົາທັງໝົດ ເຖິງວ່າຕອນນີ້ຈະເປັນຊ່ວງເວລາທີ່ໂລກກຳລັງຕົກຢູ່ໃນອັນຕະລາຍ, ແຕ່ຍັງເປັນຊ່ວງເວລາແຫ່ງໂອກາດເຊັ່ນກັນ.

ປະທານາທິບໍດີ ໄບເດັນ ໄດ້ປະກາດເປົ້າໝາຍໃໝ່ຂອງອາເມລິກາ ໂດຍຈະຫລຸດການປ່ອຍແກັສຈາກເຊື້ອໄຟຟໍຊິລລົງໃຫ້ໄດ້ 52% ພາຍໃນປີ 2030 ເປັນການຊົດເຊີຍຊ່ວງເວລາ 4 ປີທີ່ຫາຍໄປພາຍໃຕ້ການນຳຂອງອະດີດປະທານາທິບໍດີ ໂດນັລ ທຣຳ ແລະ ຮັບປາກວ່າ ຈະເພີ່ມເງິນຊ່ວຍເຫລືອປະເທດກຳລັງພັດທະນາເປັນ 2 ເທົ່າ ພາຍໃນປີ 2024 ເພື່ອນຳໄປໃຊ້ໃນການຫລຸດຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.

ຂະນະທີ່ ນາຍົກລັດຖະມົນຕີ ແອງເຈລາ ແມຣເຄິລ ຂອງເຢຍລະມັນ ກ່າວຕ້ອນຮັບອາເມລິກາກັບເຂົ້າສູ່ເວທີໂລກ ເພື່ອເຮັດວຽກຮ່ວມກັບນາໆຊາດໃນດ້ານສະພາບອາກາດອີກເທື່ອໜຶ່ງ ເພາະໂລກຕ້ອງອາໄສການຮ່ວມມືຈາກອາເມລິກາ ຖ້າຕ້ອງການຈະບັນລຸເປົ້າໝາຍນີ້.

ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ທັງສອງຢືນຢັນຈະຮ່ວມມືກັບອາເມລິກາ ແລະ ບັນດາປະເທດໃນດ້ານສະພາບອາກາດ, ແຕ່ບໍ່ໄດ້ລະບຸເປົ້າໝາຍທີ່ຈະແຈ້ງເລື່ອງການປ່ອຍແກັສແຕ່ຢ່າງໃດ.

ອ້າງອີງ:

https://apnews.com/…/joe-biden-climate-summit-2021…

https://www.washingtonpost.com/…/biden-climate-summit…/

- 5 - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ
- 3 - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ
- 4 - ໄບເດັນ ຮັບປາກໃນກອງປະຊຸມ 40 ຜູ້ນຳ ເພີ່ມເງິນຊ່ວຍປະເທດກຳລັງພັດທະນາສູ້ກັບສະພາບອາກາດປ່ຽນແປງ