ຕຳຫລວດກວດຄົນເຂົ້າເມືອງໜອງຄາຍ ແຈ້ງຄວາມເອົາຜິດສອງໜຸ່ມຄົນໄທກັບຍິງຊາວລາວລັກລອບເຂົ້າປະເທດ ແລະ ຕິດໂຄວິດ


ເມື່ອວັນທີ 23 ເມສາ 2021, ຕຳຫລວດກວດຄົນເຂົ້າເມືອງໜອງຄາຍ ໄດ້ເຂົ້າພົບຮອງສາລະວັດສອບສວນເມືອງໜອງຄາຍ ເພື່ອຮ້ອງທຸກກ່າວໂທຊາວໄທ 2 ຄົນ ຄືທ້າວ ຊິດພົນ ອາຍຸ 30 ປີ ຊາວຮ້ອຍເອັດ, ທ້າວ ທະນາກິດ ອາຍຸ 31 ປີ ແລະ ຍິງຊາວລາວ 1 ຄົນ ອາຍຸ 26 ປີ ທີ່ລັກລອບເຂົ້າ-ອອກປະເທດໂດຍຜິດກົດໝາຍ ຕ້ອງສົງໄສເອົາເຊື້ອໂຄວິດໄປແຜ່ລະບາດໃນ ສປປ ລາວ ແລະ ປົກປິດຂໍ້ມູນການເດີນທາງຕໍ່ເຈົ້າໜ້າທີ່.
ຮອງຕຳຫລວດກວດຄົນເຂົ້າເມືອງໜອງຄາຍ ກ່າວວ່າ: ຫລັງຈາກຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອໂຄວິດ-19 ຂອງ ສປປ ລາວ ໄດ້ຖະແຫລງຂ່າວການພົບຜູ້ຕິດເຊື້ອໃໝ່ 2 ຄົນ ເປັນຄົນທີ 59 ແລະ ຄົນທີ 60 ຂອງລາວ ໂດຍພົບທາມລາຍເຊື່ອມໂຍງກັບຜູ້ຊາຍຊາວໄທ 2 ຄົນ ໄດ້ລັກລອບຂ້າມໄປ ສປປ ລາວ ແລ້ວພາຜູ້ຍິງຊາວລາວທ່ອງທ່ຽວຕາມຮ້ານບັນເທີງ, ຮ້ານອາຫານ ກ່ອນຈະລັກລອບຂ້າມກັບມາປະເທດໄທ ເຂດແຂວງໜອງຄາຍ ແລະ ຕໍ່ມາມີຂ່າວປາກົດວ່າມີຜູ້ຕິດເຊື້ອໂຄວິດ-19 ເຂົ້າປິ່ນປົວຢູ່ໂຮງໝໍໜອງຄາຍໃນຊ່ວງສົງການ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍໄດ້ກວດສອບແລ້ວປາກົດຫລັກຖານວ່າເປັນທ້າວ ຊິດພົນ, ທ້າວ ທະນາກິດ ແລະ ຜູ້ຍິງຊາວລາວຄົນດັ່ງກ່າວແທ້ ເຮັດໃຫ້ເຊື່ອໄດ້ວ່າຜູ້ຊາຍໄທທັງສອງຄົນໄດ້ລັກລອບອອກນອກປະເທດເດີນທາງໄປ ສປປ ລາວ ພາຜູ້ຍິງໄປທ່ຽວຕາມສະຖານທີ່ຕ່າງໆໃນແຂວງສະຫວັນນະເຂດ ແລະ ນະຄອນຫລວງວຽງຈັນຂອງລາວ ເມື່ອກັບມາໃນປະເທດໄທມີອາການຕ້ອງສົງໄສຈຶ່ງໄປກວດຫາເຊື້ອ ແລະ ພົບວ່າຕິດເຊື້ອໂຄວິດທັງສາມຄົນ.
ໃນຄັ້ງນີ້ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍໄດ້ຮ້ອງທຸກກ່າວໂທດໃຫ້ດຳເນີນຄະດີທ້າວ ຊິດພົນ ແລະ ທ້າວ ທະນາກິດ ໃນຂໍ້ຫາ ເປັນບຸກຄົນສັນຊາດໄທເດີນທາງເຂົ້າມາ ແລະ ອອກໄປນອກຣາຊະອານາຈັກໂດຍບໍ່ຜ່ານ, ເຂດທ່າ, ສະຖານີ ຕາມປະກາດໃນກົດກະຊວງ ແລະ ບໍ່ຜ່ານການກວດຈາກເຈົ້າໜ້າທີ່ກວດຄົນເຂົ້າເມືອງປະຈຳເສັ້ນທາງ ແລະ ຕັ້ງໃຈປົກປິດ, ບິດເບືອນທາມລາຍຂອງຕົນຕໍ່ເຈົ້າໜ້າທີ່ ໂດຍທ້າວ ຊິດພົນ ຖືກແຈ້ງຂໍ້ຫາເພີ່ມຕື່ມໃນຂໍ້ຫາ ໃຫ້ການຊ່ວຍເຫລືອ, ລີ້ຊ້ອນ ຫລື ໃຫ້ການຊ່ວຍເຫລືອດ້ວຍປະການໃດໆ ເພື່ອໃຫ້ຄົນຕ່າງດ້າວທີ່ເຂົ້າມາໃນຣາຊະອານາຈັກໄທໂດຍຜິດກົດໝາຍໃຫ້ພົ້ນຈາກການຖືກຈັບ, ສ່ວນຜູ້ຍິງຊາວລາວ ຖືກແຈ້ງຂໍ້ຫາ ເປັນຄົນຕ່າງດ້າວເດີນທາງເຂົ້າມາໃນຣາຊະອານາຈັກໄທໂດຍບໍ່ໄດ້ຮັບອະນຸຍາດ. ປັດຈຸບັນ ຕຳຫລວດໄດ້ປະສານງານອາຢັດຕົວໄວ້ແລ້ວ ຖ້າສິ້ນສຸດການປິ່ນປົວເມື່ອໃດຈະໄດ້ນຳຕົວເຂົ້າສູ່ຂະບວນການດຳເນີນຄະດີຈົນກວ່າຄະດີຈະເຖິງທີ່ສຸດຕໍ່ໄປ.
ອ້າງອີງ:
https://www.policetv.tv/archives/17499