ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19

ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19 - cambodia releases great military for using power violates covid 19 regulations - ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19
ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19 - kitchen vibe - ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19

ເມື່ອວັນທີ 23 ເມສາ, ທ່ານ ນະໂຣດົມ ສີຫະມຸນີ ກະສັດກຳປູເຈຍ ສັ່ງປົດເຈົ້າໜ້າທີ່ທະຫານອາວຸໂສຄົນໜຶ່ງຈາກກອງທັບກຳປູເຈຍ ຫລັງເຈົ້າໜ້າທີ່ທະຫານຄົນດັ່ງກ່າວລັກລອບນຳເອົາປະຊາຊົນເດີນທາງຂ້າມແຂວງຂອງລັດຖະບານ ເພື່ອສະກັດການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).

ພົນຕີ ຊຸມ ພອບ ຮອງຫົວໜ້າຄະນະວິໄຈຍຸດທະສາດການທະຫານ ຖືກຈັບເມື່ອວັນທີ 22 ເມສາຜ່ານມາ ຂໍ້ຫາກ່ຽວຂ້ອງກັບການລັກລອບນຳເອົາປະຊາຊົນ 28 ຄົນເດີນທາງຈາກນະຄອນຫລວງພະນົມເປັນໄປແຂວງສວາຍຣຽງ.

ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19

ກ່ອນໜ້ານີ້, ພົນຕີ ຊຸມ ໄດ້ຮັບໃບອະນຸຍາດເດີນທາງທີ່ອອກໂດຍ ພົນໂທ ເມຍ ວັນນາ ຫົວໜ້າຄະນະວິໄຈຍຸດທະສາດການທະຫານ ທີ່ອະນຸຍາດໃຫ້ທ່ານ ຊຸມ ເດີນທາງຂ້າມພະນົມເປັນ ແລະ ແຂວງຕ່າງໆລະຫວ່າງວັນທີ 1 ເມສາ ເຖິງ 30 ພຶດສະພາ ໂດຍຫລັງຈາກໄດ້ຮັບໃບອະນຸຍາດເດີນທາງ, ພົນຕີ ຊຸມ ໃຊ້ມັນເພື່ອລັກລອບນຳເອົາປະຊາຊົນຈາກພະນົມເປັນໄປແຂວງສວາຍຣຽງ ເຊິ່ງມີຊາຍແດນຕິດກັບຫວຽດນາມ.

ທາງການກຳປູເຈຍລະບຸວ່າ: ພົນຕີ ຊຸມ ໄດ້ລະເມີດຄຳສັ່ງຫ້າມເດີນທາງຂ້າມແຂວງຂອງລັດຖະບານ ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 6-28 ເມສານີ້.

ຄຳສັ່ງຂອງກະສັດກຳປູເຈຍ ລະບຸວ່າ: ຄຳສັ່ງປົດດັ່ງກ່າວມີຂຶ້ນຕາມຄຳຂໍຂອງທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ໂດຍພົນຕີ ຊຸມ ຈະຕ້ອງຖືກດຳເນີນຄະດີພາຍໃຕ້ກົດໝາຍປ້ອງກັນພະຍາດໂຄວິດ-19 ຂອງປະເທດນຳອີກ.

ທັງນີ້ ກະຊວງສາທາລະນະສຸກຂອງກຳປູເຈຍລາຍງານວ່າ: ກຳປູເຈຍຜະເຊີນການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຮອບທີ 3 ນັບແຕ່ວັນທີ 20 ກຸມພາຜ່ານມາ ໂດຍໃນວັນທີ 22 ເມສາ ກຳປູເຈຍລາຍງານການກວດພົບຜູ້ຕິດເຊື້ອເພີ່ມ 655 ຄົນ ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 8.848 ຄົນ ໂດຍມີຜູ້ທີ່ກຳລັງປິ່ນປົວ 5.633 ຄົນ ແລະ ຜູ້ເສຍຊີວິດສະສົມ 61 ຄົນ.

ອ້າງອີງ: ສຳນັກຂ່າວຊິນຮົວ

ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19 - 3 - ກຳປູເຈຍປົດ “ນາຍທະຫານຊັ້ນໃຫຍ່” ໃຊ້ອຳນາດເອົາປະຊາຊົນ ຂ້າມແຂວງ ລະເມີດກົດຄຸມໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!