ລັດຖະມົນຕີສາທາມາເລເຊຍຢືນຢັນວັກຊີນແອສຕຣາເຊນເນກາປອດໄພ ກຽມໃຊ້ກັບຜູ້ມີອາຍຸ 60 ປີຂຶ້ນໄປ

ກະຊວງສາທາລະນະສຸກມາເລເຊຍ ວາງແຜນນຳເອົາວັກຊີນຂອງແອສຕຣາເຊນເນກາທີ່ໄດ້ຮັບເມື່ອອາທິດກ່ອນມາສັກໃຫ້ກຸ່ມສ່ຽງ.
ວັນທີ 26 ເມສາ 2021, ສຳນັກຂ່າວຣອຍເຕີ (Reuters) ລາຍງານການໃຫ້ສຳພາດຂອງທ່ານ ອັດຮຳ ບາບາ ລັດຖະມົນຕີວ່າການກະຊວງສາທາລະນະສຸກມາເລເຊຍ ທີ່ອອກມາຢືນຢັນຜ່ານທາງໂທລະພາບວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາໂດຍແອສຕຣາເຊນເນກາ (AstraZeneca) ນັ້ນປອດໄພ ຫລັງຈາກຫາກໍໄດ້ຮັບວັກຊີນນີ້ຜ່ານໂຄງການໂຄແວັກ (COVAX) ໃນວັນທີ 24 ເມສາຜ່ານມາ.
ຜ່ານມາ ມີລາຍງານຈາກຫລາຍແຫລ່ງອອກມາວ່າ: ວັກຊີນຂອງແອສຕຣາເຊນເນກາມີການເຊື່ອມໂຍງກັບການເກີດຫລອດເລືອດໃນເອີຣົບ ຈົນຫລາຍປະເທດອອກມາຈຳກັດການນຳໃຊ້, ແຕ່ໃນພາບລວມແລ້ວຍັງແນະນຳໃຫ້ສັກຕໍ່ໄປ ເນື່ອງຈາກຜົນປະໂຫຍດຂອງວັກຊີນນັ້ນມີຫລາຍກວ່າຄວາມສ່ຽງຂອງຜົນຂ້າງຄຽງທີ່ອາດເກີດຂຶ້ນພຽງບໍ່ເທົ່າໃດກໍລະນີ.
ສຳລັບມາເລເຊຍທີ່ກຳລັງຈະເລີ່ມນຳໃຊ້ວັກຊີນແອສຕຣາເຊນເນກາ ໃນເບື້ອງຕົ້ນໄດ້ອະນຸມັດໃຫ້ມີການນຳໃຊ້ກັບປະຊາຊົນທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຈະມີການກວດສອບຂໍ້ມູນເພີ່ມຕື່ມ ເພື່ອພິຈາລະນາອະນຸມັດໃຫ້ນຳໃຊ້ກັບກຸ່ມອາຍຸອື່ນໆຕໍ່ໄປ.
ວັກຊີນຂອງແອສຕຣາເຊນເນກາຊຸດທຳອິດຈຳນວນ 268.800 ໂດສເດີນທາງມາເຖິງມາເລເຊຍໃນວັນທີ 23 ເມສາ ໂດຍມາເລເຊຍສັ່ງຈອງວັກຊີນດັ່ງກ່າວ 12,8 ລ້ານໂດສ ເຊິ່ງວັກຊີນເຄິ່ງໜຶ່ງຈະເປັນການຈັດສັນຜ່ານໂຄງການໂຄແວັກ ຄາດວ່າມາເລເຊຍຈະໄດ້ຮັບວັກຊີນທັງໝົດ 600.000 ໂດສພາຍໃນເດືອນມິຖຸນາ.
ໃນທ້າຍອາທິດຜ່ານມາ, ມາເລເຊຍຍັງໄດ້ຮັບວັກຊີນຂອງໄຟເຊີຈຳນວນ 177.840 ໂດສ ໂດຍຜ່ານມາ ມາເລເຊຍໃຊ້ວັກຊີນຂອງໄຟເຊີ (Pfizer) ແລະ ຊິໂນແວັກ (Sinovac) ສັກໃຫ້ປະຊາຊົນໄປແລ້ວ 1,3 ລ້ານກວ່າໂດສ.
ອ້າງອີງ:
https://www.reuters.com/…/malaysia-says-astrazeneca…/