ເປັນທາງການ, ເຊລຊີ ຄວ້າ ກາບາໂຍໂກ ມາຮ່ວມທີມແລ້ວ ໃສເສື້ອເບີ 14
July 16, 2017 - 2:36 PM




ດາວເຕອາຍຸ 22 ປີ ຕົກເປັນ ຂ່າວກັບ ເຊລຊີ ມາດົນໃນລະ ດູການນີ້ ໂດຍມີໄລຍະໜຶ່ງ ແມນ ເຊສເຕີ ຢູໄນເຕັດ ຕົກເປັນ ຂ່າວ ປາດໜ້າຄວ້າໂຕມາໄດ້ນຳອີກ ແຕ່ຫຼ້າສຸດກາຍເປັນ ເຊລຊີ ຄວ້າ ໂຕມາຄອງ.
ບາກາໂຍໂກ ເຂົ້າມາກວດ ຮ່າງການກັບ ເຊລຊີ ກ່ອນທີ່ຫຼ້າ ສຸດລາວເອງຈະເປີດໂຕເປັນນັກ ເຕະຄົນໃໝ່ຂອງ ເຊລຊີ ຢ່າງເປັນ ທາງການ ຮັບເບີ 14 ໄປຄອງ ພ້ອມກັບເປັນນັກເຕະຄົນທີ 3 ໃນ ລະດູການນີ້ຕໍ່ຈາກ ວິລລີ ກາບາ ເຢໂຣ ຜູ້ຮັກສາປະຕູສຳຮອງ ແລະ ອັນໂຕນິໂອ ຣູດິເກີ ກອງຫຼັງ ຊາວ ເຢຍລະມັນ ທີ່ຄວ້າມາຈາກ ໂຣມາ.
ສຳລັບກາບາໂຍໂກ ເປັນໂຕ ສຳຄັນພາ ໂມນາໂກ ຄວ້າແຊ໊ມ ລີກເອງິ ຝຣັ່ງ ຄັ້ງທຳອິດໃນຮອບ 27 ປີ ແລະ ພາທີມຜ່ານເຂົ້າຮອບ ຮອງຊະນະເລີດ ຢູຟາ ແຊ໊ມປຽນ ລີກ ໄດ້ນຳອີກ.