ນະຄອນຫລວງເອົາໃຈໃສ່ຄວບຄຸມລາຄາສິນຄ້າ
April 27, 2021 - 8:47 PM

ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ນະຄອນຫລວງວຽງຈັນ ຍັງບໍ່ພົບເຫັນ ການເໜັງຕີງແຮງຂອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນທ້ອງຕະຫລາດໃຫຍ່ຕ່າງໆໃນຕົວເມືອງ, ພ້ອມຢືນຢັນຈະສາມາດຄວບຄຸມລາຄາສິນຄ້າຈໍາເປັນບໍ່ໃຫ້ເໜັງຕີງ ໃນໄລຍະການລະບາດຂອງພະຍາດໂຄວິດ-19.
ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນ ຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ລາຍການຮອບບ້ານຜ່ານເມືອງ ທາງສະຖານີວິທະຍຸກະ ຈາຍສຽງແຫ່ງຊາດລາວ ໃນຕອນແລງວັນທີ 27 ເມສາ 2021 ກ່ຽວກັບວຽກງານການຄວບຄຸມລາຄາສິນຄ້າ ໄລຍະການລະບາດຂອງພະຍາດໂຄວິດ-19 ວ່າ: ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ແມ່ນວຽກງານໜຶ່ງທີ່ສໍາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ, ຍ້ອນວ່າຜູ້ຊື້, ຜູ້ໃຊ້ບໍລິການ ກໍຢາກໄດ້ລາຄາຖືກ ແລະ ຜູ້ຂາຍ ຫລື ຜູ້ໃຫ້ບໍລິການພັດຢາກໄດ້ລາຄາສູງ, ເຊິ່ງຖືເປັນບັນຫາທີ່ຄຽງຄູ່ກັນມາໂດຍຕະຫລອດ. ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ບັນຫາດັ່ງກ່າວ, ລັດຖະບານຈຶ່ງມີດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ແລະ ນິຕິກໍາອື່ນໆ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ການບໍລິ ການ ຢູ່ ສປປ ລາວ.
ພາຍຫລັງມີຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ກ່ຽວກັບ ການເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19 ກໍຄື ການປະຕິບັດມາດຕະການປິດການເດີນທາງເຂົ້າ-ອອກນະຄອນຫລວງວຽງຈັນ ນັບແຕ່ວັນທີ 22 ເມສາ ຮອດວັນທີ 5 ພຶດສະ ພາ 2021 ກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄື ຂະແໜງການກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ກໍໄດ້ອອກແຈ້ງການຫລາຍສະບັບ ເພື່ອເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາລາຄາສິນຄ້າອຸປະໂພກ-ບໍລິໂພກ ທັງຂາຍຍົກ-ຂາຍຍ່ອຍ ໂດຍສະເພາະແມ່ນສິນຄ້າທີ່ກະທົບໄວ ຕໍ່ການດໍາລົງຊີວິດຂອງປະຊາຊົນ.
ນັບແຕ່ເກີດການລະບາດເປັນວົງກວ້າງຂອງພະຍາດໂຄວິດ-19 ແຕ່ເດືອນເມສາມານີ້, ຂະແໜງການຄ້າໄດ້ສຸມໃສ່ວຽກງານຄຸ້ມຄອງລາຄາສິນຄ້າຢ່າງຕັ້ງໜ້າ ໂດຍແຕ່ງຕັ້ງພະ ນັກງານມາປະຈໍາການຫ້ອງການ ເພື່ອເຄື່ອນໄຫວວຽກງານປົກກະຕິ, ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບພະນັກງານການຄ້າເມືອງຕ່າງໆເພື່ອລົງເຜີຍແຜ່ລະບຽບ ແລະ ເຮັດບົດບັນທຶກກັບຜູ້ປະກອບການ, ຊາວຄ້າຂາຍຢູ່ຕາມທ້ອງຕະຫລາດ ບໍ່ໃຫ້ມີການກັກຕຸນສິນຄ້າ, ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມໃຈ ແລະ ຊີ້ນໍາໃຫ້ຈັດສັນຕະຫລາດ ເອົາ ໃຈໃສ່ແນະນໍາໃຫ້ຊາວຄ້າຂາຍປະຕິບັດມາດຕະການ ຕ້ານພະຍາດໂຄວິດ-19 ຢ່າງເຄັ່ງຄັດດ້ວຍການໃສ່ຜ້າອັດປາກ-ດັງ, ມີເຈວລ້າງມື ທັງຜູ້ຂາຍ ແລະ ຜູ້ຊື້, ພ້ອມທັງປະຕິບັດການ ຮັກສາໄລຍະຫ່າງຂອງມວນຊົນທີ່ເຂົ້າ-ອອກຕະຫລາດ ເພື່ອປ້ອງກັນບໍ່ໃຫ້ເກີດການລະບາດຂອງພະຍາດດັ່ງກ່າວ. ນອກນີ້, ຂະແໜງການຄ້າ ຍັງໄດ້ເອົາໃຈໃສ່ຕິດຕາມການນໍາເຂົ້າສິນຄ້າຢູ່ຕາມດ່ານຕ່າງໆ ເພື່ອອໍານວຍຄວາມສະດວກໃນການສະໜອງສິນຄ້າ ໃຫ້ພຽງພໍ ກັບຄວາມຕ້ອງການຂອງຜູ້ບໍລິໂພກ, ພ້ອມທັງປະສານສົມທົບກັບຮ້ານຄ້າສະດວກຊື້ລາຍໃຫຍ່ຢູ່ນະຄອຫລວງວຽງຈັນ ເພື່ອໃຫ້ບໍລິການສະໜອງສິນຄ້າໃຫ້ ສັງຄົມເປັນປົກກະຕິ.