ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ

ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ - F9321A59EB570F9EF5ECDD947B612F2A 1 - ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ
ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ - kitchen vibe - ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ

ອົງການອະນາໄມໂລກ (WHO) ເຜີຍແຜ່ລາຍງານສະຖານະການໂຄວິດ-19 ປະຈຳອາທິດວ່າ: ຈົນຮອດວັນທີ 27 ເມສາ ມີການກວດພົບເຊື້ອໂຄໂຣນາໄວຣັສສາຍພັນກາຍພັນ B.1.617 ທີ່ພົບຄັ້ງທຳອິດໃນອິນເດຍໃນລະຫັດພັນທຸກຳ 1.200 ຕົວຢ່າງທີ່ອັບໂຫລດສູ່ລະບົບຖານຂໍ້ມູນແບບເປີດ (GISAID) ຈາກຢ່າງໜ້ອຍ 17 ປະເທດ.

WHO ລະບຸວ່າ: ລະຫັດພັນທຸກຳສ່ວນໃຫຍ່ນີ້ພົບໃນອິນເດຍເອງ, ອັງກິດ, ອາເມລິກາ ແລະ ສິງກະໂປ.

ເຖິງວ່າ WHO ຈະເຄີຍລະບຸໃຫ້ສາຍພັນ B.1.617 ເປັນສາຍພັນທີ່ໜ້າຕິດຕາມ (variant of interest) ແຕ່ຍັງບໍ່ປະກາດໃຫ້ເປັນສາຍພັນທີ່ໜ້າກັງວົນ (variant of concern) ເຊິ່ງຖ້າ WHO ນິຍາມວ່າໄວຣັສສາຍພັນໃດເປັນສາຍພັນທີ່ໜ້າກັງວົນ ໝາຍຄວາມວ່າ ໄວຣັສນັ້ນມີຄວາມອັນຕະລາຍຫລາຍກວ່າໄວຣັສດັ້ງເດີມ ບໍ່ວ່າຈະເປັນແຜ່ລະບາດໄດ້ງ່າຍກວ່າ, ຮຸນແຮງກວ່າ ຫລື ອາດຫລົບຫລີກພູມຄຸ້ມກັນຈາກວັກຊີນໄດ້.

ເຊື້ອໂຄໂຣນາໄວຣັສຊະນິດກາຍພັນໃນອິນເດຍ ມີການກາຍພັນຄູ່ທີ່ຕຳແໜ່ງ E484Q ແລະ L452R ເຊິ່ງເຮັດໃຫ້ເຊື້ອມີຄວາມສາມາດໃນການຫລົບຫລີກພູມຄຸ້ມກັນໄດ້ດີຂຶ້ນ ແລະ ລະບາດໄດ້ຫລາຍຂຶ້ນ ແລະ ອາດເຮັດໃຫ້ປະສິດທິພາບຂອງວັກຊີນຫລຸດລົງ.

ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ - 5 - ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ
ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ - 3 - ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ
ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ - 4 - ໄປທົ່ວໂລກແລ້ວ ! ອະນາໄມໂລກພົບໂຄວິດກາຍພັນອິນເດຍໃນ 17 ປະເທດ