ຜູ້ບໍລິຫານ Pfizer ເຜີຍຢາເມັດຕ້ານໂຄວິດ-19 ຊະນິດຮັບປະທານ ອາດພ້ອມໃຊ້ໃນທ້າຍປີ 2021 ນີ້

ວັນທີ 27 ເມສາ 2021, ສື່ຕ່າງປະເທດລາຍງານວ່າ: ທ່ານ ອັນເບິດ ເບີລາ ຜູ້ບໍລິຫານຂອງຜູ້ຜະລິດວັກຊີນ Pfizer ເປີດເຜີຍເຖິງຄວາມເປັນໄປໄດ້ທີ່ຢາເມັດຕ້ານໂຄວິດ-19 ຊະນິດຮັບປະທານຂອງ Pfizer ອາດພ້ອມນຳໃຊ້ໃນທ້າຍປີ 2021 ນີ້ ໂດຍທາງທີມນັກວິໄຈຄາດຫວັງວ່າ: ຢາຕ້ານໂຄວິດ-19 ຈະສາມາດຕ້ານເຊື້ອກາຍພັນໄດ້.
ຜູ້ບໍລິຫານຂອງ Pfizer ກ່າວວ່າ: ປັດຈຸບັນ Pfizer ກຳລັງສຶກສາ ແລະ ວິໄຈວິທີການຕ້ານໂຄວິດ-19 ສອງວິທີ ທັງການພັດທະນາວັກຊີນຕ້ານໂຄວິດ-19 ຄືວັກຊີນ Comirnaty ຫລື ຮູ້ຈັກໃນຊື່ວັກຊີນ BNT162b2 ລວມທັງການພັດທະນາຢາຕ້ານໂຄວິດ-19 ຊະນິດເມັດຄື PF-07321332 ທີ່ເລີ່ມຕົ້ນທົດລອງໄລຍະທີ 1 ເມື່ອທ້າຍເດືອນມີນາຜ່ານມາ.
ໂດຍຜູ້ບໍລິຫານ Pfizer ລະບຸວ່າ: ຢາຕ້ານໂຄວິດ-19 ຊະນິດຮັບປະທານຈະເປັນອີກໜຶ່ງທາງເລືອກໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19 ທີ່ສາມາດຮັບປະທານໄດ້ດ້ວຍຕົນເອງຕາມຄຳແນະນຳການໃຊ້ຢາ, ຫລຸດໂອກາດສ່ຽງໃນການເດີນທາງໄປໂຮງໝໍ ຫລື ພື້ນທີ່ທີ່ມີຄົນລວມຕົວກັນເປັນຈຳນວນຫລາຍແລ້ວສ່ຽງຕິດເຊື້ອ. ພ້ອມເນັ້ນວ່າ: ຖ້າການວິໄຈຢາເມັດຕ້ານໂຄວິດ-19 ປະສົບຜົນສຳເລັດ ຈະເປັນຈຸດປ່ຽນຄັ້ງສຳຄັນ (Game Changer) ໂດຍຄາດວ່າຈະທົດລອງເຖິງໄລຍະທີ 3 ແລະ ອາດພ້ອມນຳໃຊ້ໃນທ້າຍປີີນີ້ ໂດຍຈະອັບເດດຄວາມຄືບໜ້າເປັນໄລຍະ.
Pfizer ຖືເປັນໜຶ່ງໃນຜູ້ຜະລິດວັກຊີນຕ້ານໂຄວິດ-19 ລາຍໃຫຍ່ຂອງໂລກ ຕັ້ງເປົ້າຜະລິດວັກຊີນໃຫ້ໄດ້ປີລະ 3 ພັນລ້ານໂດສ. ຫລ້າສຸດວັກຊີນ Comirnaty ຫລື ວັກຊີນ BNT162b2 ຂອງ Pfizer ມີປະສິດທິພາບໃນການຕ້ານໂຄວິດ-19 ລະດັບ 91,3% ສັກ 2 ໂດສ ຫ່າງກັນ 3 ອາທິດ ມີປະເທດທີ່ອະນຸມັດການນຳໃຊ້ເປັນກໍລະນີສຸກເສີນແລ້ວ 70 ກວ່າປະເທດທົ່ວໂລກ ໂດຍຜົນການທົດລອງວັກຊີນຫລ້າສຸດໃນກຸ່ມຕົວຢ່າງ ຊ່ວງອາຍຸ 12-15 ປີ ມີປະສິດທິພາບໜ້າເພິ່ງພໍໃຈຫລາຍໃນການຕ້ານໂຄວິດ-19.
ອ້າງອີງ:
https://www.pfizer.com/…/pfizer-initiates-phase-1-study…