ຊານເຊາ ແຈ້ງກັບ ອາເຊນອລ ຕ້ອງການຍ້າຍທີມແລ້ວ ເພື່ອຕ້ອງການໄປຫຼິ້ນ ຢູຟາ ແຊ໊ມປຽນລີກ
July 16, 2017 - 2:39 PM




ຊານເຊດ ເຫຼືອສັນຍາກັບ ທີມພຽງປີດຽວ ໂດຍລາວເອງ ຕົກເປັນຂ່າວຢ່າງໜັກກັບ ແມນ ເຊສເຕີ ຊິຕີ ລວມເຖິງ ບາເຢິນ ມິວນິກ, ປາຣິສ ແຊັງແຊັກແມງ ແລະ ແມນເຊສເຕີ ຢູໄນເຕັດ ກໍ ສົນນຳອີກ.
ຈົນຫຼ້າສຸດ ຈາກຄຳເວົ້າ ຂອງ ຊານເຊດ ເຮັດໃຫ້ກະແສ ຂ່າວລືເລື່ອງການຍ້າຍທີມເກີດ ຂຶ້ນອີກຄັ້ງ ໂດຍລາວເອງໃຫ້ສຳ ພາດວ່າຜ່ານທາງ Emol ວ່າ: “ຂ້ອຍຢາກໄປຫຼິ້ນແຊ໊ມປຽນລີກ ການຕັດສິນໃຈມັນບໍ່ໄດ້ຂຶ້ນກັບ ຂ້ອຍ ຂ້ອຍຕ້ອງລໍຖ້າ ອາເຊນອລ ຂ້ອຍຕັດສິນສ່ວນໂຕແລ້ວຕອນນີ້ຂ້ອຍຕ້ອງລໍຖ້າ ອາເຊນອລ ຕອບ ກັບມາ ຄວາມຄິດຄືໄດ້ໄປຫຼິ້ນ ແລະ ຄວ້າແຊ໊ມ ຢູຟາ ແຊ໊ມປຽນ ລີກ ມັນຄືຄວາມຝັນຂອງຂ້ອຍ ຕັ້ງແຕ່ຕອນທີ່ຂ້ອຍເປັນເດັກ”.