ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 93 ຄົນ


ໃນວັນທີ 28 ເມສານີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບ ສປປ ລາວ ໃນວັນທີ 27 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,055 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 93 ຄົນ, ໃນນັ້ນມີ ນະຄອນຫຼວງ 75 ຄົນ, ຈຳປາສັກ 11 ຄົນ, ແຂວງຫຼວງພະບາງ 4 ຄົນ ແລະ ສະຫວັນນະເຂດ 3 ຄົນ.
ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 604 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ (ກໍລະນີທີ 52 ອອກໂຮງໝໍ) , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 554 ຄົນ, ລາຍລະອຽດດັ່ງນີ້:
– ຢູ່ນະຄອນຫຼວງວຽງຈັນ 405 ຄົນ (ໃໝ່ 75)
– ແຂວງຈຳປາສັກ 81 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ
ນອນປິ່ນປົວຢູ່ແຂວງຈຳປາສັກ
– ແຂວງສະຫວັນນະເຂດ 22 ຄົນ (ໃໝ່ 3)
– ແຂວງບໍ່ແກ້ວ 14 ຄົນ
– ແຂວງສາລະວັນ 6 ຄົນ
– ແຂວງອຸດົມໄຊ 2 ຄົນ
– ແຂວງຫຼວງນ້ຳທາ 4 ຄົນ
– ແຂວງວຽງຈັນ 7 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ
ນະຄອນຫຼວງວຽງຈັນ
– ຜົ້ງສາລີ 2 ຄົນ
– ແຂວງຫຼວງພະບາງ 6 ຄົນ (ໃໝ່ 4)
– ແຂວງໄຊຍະບູລີ 1 ຄົນ
– ແຂວງບໍລິຄຳໄຊ 2 ຄົນ
– ແຂວງຄຳມ່ວນ 1 ຄົນ
– ຊຽງຂວາງ 1 (ໃໝ່ 1)
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ