3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19

3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - IMG 20210428 214620 - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19
3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - kitchen vibe - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19

ໂດຍ: ທິດກໍ່າ

     ໂອກາດການຖະແຫລງຂ່າວໃນມື້ວັນທີ 25 ເມສາ 2021 ຂອງທ່ານ ຮອງສາສະດາຈານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເວົ້າວ່າ: ທາງອອກໃນການຕ້ານການແພ່ລະບາດຄັ້ງໃໝ່ຂອງໂຄວິດ-19 ໃນປະເທດຂອງພວກເຮົາແມ່ນມີ 3 ຍຸດທະວິທີຄື: ອັນທີໜຶ່ງ ແມ່ນໃຊ້ວິທີປິດເມືອງ ໂດຍສະເພາະແມ່ນປິດນະຄອນຫລວງວຽງຈັນທີ່ເປັນຈຸດສູນກາງໃນການແຜ່ເຊື້ອ. ໝາຍວ່າປິດການສັນຈອນ ຄົນໃນບໍ່ໃຫ້ອອກ-ຄົນນອກບໍ່ໃຫ້ເຂົ້າ ເປົ້າໝາຍຂອງການປິດເມືອງຄັ້ງນີ້ກໍແມ່ນບໍ່ໃຫ້ຄົນຢູ່ໃນຂອບເຂດນະຄອນຫລວງນຳເອົາເຊື້ອໄປແຜ່ກະຈາຍຢູ່ຕ່າງແຂວງ ແລະ ບໍ່ອະນຸຍາດໃຫ້ຄົນຕ່າງແຂວງເຂົ້າມາໃນນະຄອນຫລວງວຽງຈັນ ເພື່ອຮັບເອົາເຊື້ອໄປກະຈາຍຢູ່ບັນດາແຂວງໃນທົ່ວປະເທດ. ຍຸດທະວິທີອັນທີສອງ ແມ່ນຊອກຫາຜູ້ຕິດເຊື້ອແບບຂະຫຍັນ ໝາຍວ່າບໍ່ຕ້ອງລໍຖ້າໃຫ້ແຕ່ຜູ້ຕິດເຊື້ອມາລາຍງານຕົວ ຫລື ມາສະເໜີກວດຢູ່ແຕ່ໃນໂຮງໝໍ ຫລື ມາຫາທ່ານໝໍ ເພື່ອວິເຄາະຫາເຊື້ອໂຄວິດ-19 ແຕ່ຢ່າງດຽວ ຕ້ອງໄປຊອກຫາເປົ້າໝາຍຜູ້ທີ່ສົງໄສ ຫລື ອຳນວຍຄວາມສະດວກໃຫ້ເປົ້າໝາຍໄດ້ເຂົ້າເຖິງການບໍລິການກວດກາຫາເຊື້ອໃຫ້ທັນເວລາ. ວິທີນີ້ເອີ້ນວ່າ ວິທີປາບພະຍາດ ເພື່ອກູ້ເອົາຊີວິດຄົນໃຫ້ທັນການ. ສ່ວນຍຸດທະວິທີອັນສຸດທ້າຍ ແມ່ນໃຊ້ວິທີກັກກັນຄົນຈຳນວນຫລາຍບໍ່ໃຫ້ໄປຕິດເຊື້ອເພີ່ມຂຶ້ນ ເຊັ່ນບໍ່ໃຫ້ພາກັນອອກນອກບ້ານນອກເຮືອນ ທັງໃຫ້ຄົນໃນທົ່ວສັງຄົມຕ້ອງປະຕິບັດຫລັກການແພດໝໍຢ່າງເຄັ່ງຂັດ ເປັນຕົ້ນໃຊ້ຄວາມຫ່າງ, ໝັ່ນລ້າງມືດ້ວຍນໍ້າຢາຂ້າເຊື້ອ, ອະນາໄມຕົນໂຕ, ກິນດື່ມນໍ້າຮ້ອນ ແລະ ກັກກັນຕົນເອງໃນສະຖານທີ່ປອດໄພ ແລະ ອັນທີ່ດີທີ່ສຸດ ຄືຕ້ອງໄປສັກຢາວັກຊີນເພື່ອປ້ອງກັນໂຄວິດ ໂດຍທີ່ທາງການໄດ້ຈັດສັນໄວ້ໃຫ້ທັນເວລາ ແລະ ຄົບຕາມຈຳນວນ.

3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19
3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19

     ນີ້ຄື 3 ເປົ້າໝາຍຍຸດທະວິທີ ເຊິ່ງພັກ ແລະ ລັດຖະບານເຮົາ ກໍຄືຄະນະສະເພາະກິດລະດັບຊາດໄດ້ວາງມາດຕະການອອກ ເພື່ອຕອບຕ້ານ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫລຸດໜ້ອຍຖອຍລົງກ້າວໄປເຖິງຈຳກັດປັດເປົ່າໃຫ້ເຊື້ອພະຍາດນີ້ໃຫ້ໝົດໄປຈາກປະເທດລາວເຮົາໃນສະເພາະໜ້າ ແລະ ຍາວນານ.

     ແນວໃດກໍຕາມ, ເມື່ອທົບທວນກວດກາເບິ່ງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາໃນໄລຍະຜ່ານມາ ເຫັນວ່າການຕິດເຊື້ອຕົ້ນຕໍແມ່ນແຕ່ນອກປະເທດເຂົ້າມາໃນປະເທດຫລາຍກວ່າ ໝາຍວ່າຜູ້ຕິດເຊື້ອໄດ້ນຳເອົາເຊື້ອໂຄວິດ-19 ເຂົ້າມາຈາກປະເທດທີ່ມີການແຜ່ລະບາດໜັກເຂົ້າມາແຜ່ລະບາດຢູ່ລາວເຊັ່ນ: ກໍລະນີນາງ ຕິນ່າ ໄດ້ນຳເອົາຊາຍໜຸ່ມໄທ ຈຳນວນ 2 ຄົນ ແລະ ເອື້ອຍຮັກຂອງຜູ້ກ່ຽວທີ່ເປັນຄົນລາວ ໄດ້ຕິດຕາມມານຳຄົນໄທຊື່ນາງ ພາວະດີ ວິພາກອນ ທີ່ໄດ້ລັກລອບເຂົ້າມາທ່ອງທ່ຽວໃນປະເທດເຮົາແບບຜິດກົດໝາຍໃນຊ່ວງໄລຍະປີໃໝ່ ອັນເປັນເຫດໃຫ້ມີການແຜ່ລະບາດຢ່າງໜັກໃນປະເທດເຮົາ ເຊິ່ງມາຮອດປັດຈຸບັນພຽງແຕ່ 2 ອາທິດກວ່າກໍມີຄົນຕິດເຊື້ອແຜ່ລາມໃນທົ່ວປະເທດເຖິງ 500 ກວ່າຄົນແລ້ວ ພວກເຮົາຖືວ່າຄັ້ງນີ້ເປັນການແຜ່ລະບາດຄັ້ງໃຫຍ່ຈົນກວມລວມເກືອບທຸກແຂວງໃນທົ່ວປະເທດ.

     ເຖິງຢ່າງໃດກໍດີ, ເພື່ອເຮັດໃຫ້ 3 ຍຸດທະວິທີໃນການເປີດສົງຄາມຕໍ່ຕ້ານການແຜ່ລະບາດໂຄວິດ-19 ໄດ້ດຳເນີນໄປຢ່າງຄ່ອງແຄ້ວສຳເລັດຜົນ ພວກເຮົາຕ້ອງອອກແຮງສາມັກຄີກັນເປັນປຶກແຜ່ນ ແລະ ເປັນຈິດໜຶ່ງໃຈດຽວກັນ ຄືສາມັກຄີພ້ອມກັນຢູ່ບ້ານຢູ່ເຮືອນ, ສາມັກຄີຊ່ວຍເຫລືອກັນດ້ານເງິນຄຳຊ່ວຍພັກຊ່ວຍລັດ ເພື່ອຊື້ຢາປົວພະຍາດ ແລະ ອຸປະກອນການແພດ, ສາມັກຄີຊ່ວຍເຂົ້າປາອາຫານໃຫ້ກຳລັງພິທັກສັນຕິລາດ ແລະ ແພດໝໍ, ສາມັກຄີບໍ່ໃຫ້ພາກັນສວຍໂອກາດຂຶ້ນລາຄາສິນຄ້າ, ສາມັກຄີບໍ່ໃຫ້ເກັບຄ່າຫ້ອງເຊົ່າ, ສາມັກຄີໃຫ້ພາກັນໄປສັກຢາວັກຊີນເພື່ອກັນພະຍາດໂຄວິດ ແລະ ອັນສຸດທ້າຍຕາມທິດກໍ່າວ່າ ຂໍໃຫ້ບໍລິສັດໄຟຟ້າສາມັກຄີຫລຸດຄ່າໄຟຟ້າໃນຊ່ວງໂຄວິດນີ້ແດ່ ປະຊາຊົນລາວໃນທົ່ວປະເທດຈະຄອບພະຄຸນເປັນຢ່າງສູງ.

3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - 5 - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19
3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - 4 - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19
3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19 - 3 - 3 ຍຸດທະວິທີຕ້ານສົງຄາມແພ່ລະບາດໂຄວິດ-19