ກະຊວງພະລັງງານ ແລະ ບໍ່ແຮ່ບໍ່ແຮ່ເຫັນດີຫລຸດດລາຄາໄຟຟ້າພາກທີ່ຢູ່ອາໄສ 3%ເປັນເວລາ 3 ເດືອນ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບໂຄວິດ-19
April 30, 2021 - 9:39 AM


ວັນທີ 29 ເມສາ 2021 ນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ເຫັນດີຕໍ່ໜັງສືສະເໜີຂອງລັດວິສາຫະກິດໄຟຟ້າລາວ ເລື່ອງພິຈາລະນາມາດຕະການຫຼຸດລາຄາໄຟຟ້າພາກທີ່ຢູ່ອາໄສ ແລະ ບັນເທົາຜົນກະທົບຂອງປະຊາຊົນ ຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງຜ່ານການຄົ້ນຄວ້າ ໂດຍສະເພາະແມ່ນການຫຼຸດຄ່າໄຟຟ້າພາກທີ່ຢູ່ອາໄສ 3% ຂອງມູນຄ່າໃບບິນ (ບໍ່ລວມອາກອນມູນຄ່າເພີ່ມ) ແລະ ແບ່ງລາຍຮັບຈາກການຂາຍໄຟຟ້າພາກທີ່ຢູ່ອາໄສ 2% ຂອງມູນຄ່າໃນໃບບິນ ໃນແຂວງທີ່ຖືກລັອກດາວ ເພື່ອຊຸກຍູ້ວຽກງານຕ້ານໂຄວິດ-19 ເພື່ອປະກອບສ່ວນຊຸກຍູ້ວັດຖຸທີ່ຈໍາເປັນວຽກງານຕ້ານໂຄວິດ-19 ນອກນັ້ນ ຍັງໄດ້ເລື່ອນໄລຍະການຊໍາລະໜີ້ໄຟຟ້າຂອງລູກຄ້າອອກໄປຕື່ມຈາກ 2 ເດືອນ ເພີ່ມເປັນ 3 ເດືອນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດເລີ່ມແຕ່ຮອບໃບບິນເດືອນພຶດສະພາ(ພະລັງງານຊົມໃຊ້ຂອງເດືອນເມສາ) ຫາເດືອນກໍລະກົດ 2021 ກໍານົດປະຕິບັດ 3 ເດືອນ ແລະ ຈະປະຕິບັດສະເພາະແຂວງທີ່ຖືກລັອກດາວເທົ່ານັ້ນ.