ສປຈີນ ເລັ່ງສັກວັກຊີນໃຫ້ປະຊາຊົນ ຢ່າງໜ້ອຍ 5 ລ້ານຄົນຕໍ່ວັນ
April 30, 2021 - 10:01 AM

ວັນທີ 29 ເມສາ 2021 ຂ່າວນະຄອນຫລວງ ປັກກິ່ງຂອງຈີນນຳສະເໜີໃຫ້ຮູ້ວ່າ: ປັດຈຸບັນ ສປຈີນ ເລັ່ງສັກວັກຊີນ ປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນຢ່າງໜ້ອຍ ໃຫ້ໄດ້ວັນລະ 5 ລ້ານໂດສ ເພື່ອໃຫ້ບັນລຸເປົ້າໝາຍ 40% ຂອງຈຳນສນປະຊາອນພາຍໃນທ້າຍເດືອນມິຖຸນານີ້ຕາມທີ່ກຳນົດໄວ້
ສປ ຈີນ ນັບວ່າເປັນປະເທດທີ່ສັກວັກຊີນ ປ້ອງກັນ ໂຄວິດ-19 ໄດ້ຫລາຍທີ່ສຸດ ໃນໂລກກວມເອົາ 243,91 ລ້ານໂດສ ເມື່ອນັບມາຮອດ ວັນທີ28ເມສາ ລື່ນກາຍ ສ.ອາເມລິກາ ທີ່ສັກວັກຊີນ ໄປແລ້ວ 234,6 ລ້ານໂດສ ແຕ່ຈີນ ມີປະຊາກອນ ທັງໝົດ 1.400 ລ້ານກວ່າຄົນ.
ດັ່ງນັ້ນ ຈີນ ສັກວັກຊິນ ໄປໄດ້ພຽງ 17,4 ໂດສ ຕໍ່ປະຊາກອນ 100 ຄົນ ຕາມຫລັງ ສ.ອາເມລິກາ ທີ່ສັກວັກຊິນໄປແລ້ວ 71,1 ໂດຍສ ຕໍ່ປະຊາກອນ 100ຄົນ ທັງນີ້ ສ.ອາເມລິກາ ມີປະຊາກອນ ບໍ່ເຖິງ 1 ໃນ 4 ຂອງຈຳນວນປະຊາກອນ.