ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19

ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19 - IMG 20210430 135427 - ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19
ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19 - AGL banner - ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19

ກ່ອນທີ່ຈະຂຶ້ນລົດໄປປະຕິບັດໜ້າທີ່ຢູ່ສູນກັກກັນ, ບັນດາທ່ານໝໍໜຸ່ມທີ່ອາສາສະໝັກ ໄດ້ຟັງແຕ່ການລາຍງານວ່າຈະໄປຈົນເຖິງ “ລະດູການ”, ຫຼັງຈາກນັ້ນກໍຂຶ້ນລົດໄປໂດຍບໍ່ມີຄວາມລັ່ງເລຫຍັງ.
ທ່ານໝໍຄົນໜຶ່ງ ອາຍຸ 26 ປີ ກ່າວດ້ວຍຄວາມຮູ້ສຶກວ່າ “ກ່ອນທີ່ຈະອາສາສະໝັກໄປ ຕົນເອງກໍບໍ່ໄດ້ຮູ້ລາຍລະອຽດຫຍັງກ່ຽວກັບໜ້າທີ່ວຽກງານ ແລະ ບໍ່ຮູ້ວ່າຈະໄປນານປານໃດ? ໄດ້ແຕ່ຄິດວ່າ ອາຊີບຂອງຕົນຮຽນມາໄດ້ 6 ປີແລ້ວ ເຖິງເວລານີ້ ຊາດຮຽກຮ້ອງຕ້ອງການກໍຕ້ອງໄປ”.
ທ່ານໝໍໜຸ່ມ 10 ຄົນ ພ້ອມກັບພະຍາບານ 1 ຄົນ ຮັບຜິດຊອບຫ້ອງແຖວ 3 ຫຼັງກັກກັນຜູ້ຕິດເຊື້ອໂຄວິດ-19, ທັງໝົດພວກເຂົາລ້ວນແຕ່ເປັນຊາຍໜຸ່ມ ຍິງສາວ ບໍ່ທັນມີຜູ້ໃດສ້າງຄອບຄົວເປັນຂອງຕົນເອງ. ພວກເຂົາອາສາສະໝັກໄປແທນບັນດາທ່ານໝໍທີ່ມີອາຍຸສູງ ໂດຍຄິດວ່າພວກຕົນຍັງເປັນຜູ້ໜຸ່ມນ້ອຍ ສຸຂະພາບຍັງແຂງແຮງ ມີຄວາມທົນທານໝັ້ນໜຽວ, ພູມຄຸ້ມກັນພະຍາດກໍສູງກວ່າ ຈຶ່ງອາສາສະໜັກໄປຕ້ານໂຄວິດ-19 ເພື່ອຊາດ.
ພວກເຂົາຕ້ອງດູແລທຸກວຽກງານນັບແຕ່ A ເຖິງ Z. ທ່ານໝໍ ຫງວຽນຖິຮ່າຕຽນ ຊຶ່ງເປັນຜູ້ທີ່ມີອາຍຸສູງກວ່າໝູ່ໃນຈຳນວນນັ້ນ(28 ປີ) ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າທິມງານ. ແຕ່ລະວັນ ທິມງານຂອງພວກເຂົາຈະຕ້ອງໄດ້ໄປກວດກາ, ວັດແທກອຸນຫະພູມ, ຖາມຂ່າວຄາວສຸຂະພາບຮ່າງກາຍຂອງຜູ້ປ່ວຍ. ທ່ານໝໍ 3 ຄົນຖືກແແບ່ງໃຫ້ຮັບຜິດຊອບຄົນລະ 1 ຫ້ອງແຖວ ເພື່ອເບິ່ງແຍງດູແລທຸກສະຖານະການທີ່ເກີດຂຶ້ນ. ເມື່ອເຖິງຍາມຄໍ່າຄືນ ກໍພ້ອມກັບໜ່ວຍປ້ອງກັນ ໄປແຈກເຂົ້າປາອາຫານໃຫ້ຜູ້ປ່ວຍແຕ່ລະຫ້ອງ…ບໍ່ວ່າແຕ່ເມື່ອໃດ ເວລາໃດ ແມ່ນແຕ່ຍາມພັກຜ່ອນນອນຝັນ ຖ້າຫາກມີຜູ້ປ່ວຍຮ້ອງຫາ ກໍຕ້ອງໄດ້ໄປເບິ່ງແຍງດູແລ ແລະ ແກ້ໄຂສະຖານະການທີ່ເກີດຂຶ້ນຢ່າງທັນທີ.
ທ່ານໝໍ ຕຽນ ໃຫ້ຮູ້ວ່າ: ແຕ່ລະວັນພວກຕົນຕ້ອງແຈກເຂົ້າປາອາຫານໃຫ້ຜູ້ປ່ວຍຫຼາຍກວ່າ 500 ຄົນ, ກໍພໍດີໝົດວັນໜຶ່ງໄປແລ້ວ ຈຶ່ງຮູ້ວ່າພວກຕົນຍັງບໍ່ທັນໄດ້ກິນເຂົ້າແມ່ນແຕ່ຄຳດຽວ. ທ່ານໝໍ ຕຽນ ໃຫ້ຮູ້ເພີ່ມເຕີມວ່າ: ອັນທີ່ຫຍຸ້ງຍາກ, ລຳບາກທີ່ສຸດ ກໍແມ່ນການນຸ່ງຊຸດຜ້າຢາງປ້ອງກັນພະຍາດ ເພື່ອເອົາຕົວຢ່າງຈາກຜູ້ປ່ວຍໄປກວດຫາເຊື້ອ ພໍແຕ່ນຸ່ງເຂົ້າໄປໄດ້ປະມານ 5 ນາທີ ມັນກໍອົບເອົ້າ ຮ້ອນຮົນ ຈົນເຫື່ອໄຫຼໄຄຍ້ອຍ. ມີບາງມື້ຕ້ອງເກັບເອົາຕົວຢ່າງເຖິງ 6.600 ຕົວຢ່າງ, ເຮັດວຽກແຕ່ ເຊົ້າຈົນເຖິງ 10 ໂມງກາງຄືນ.
ທ່ານໝໍ ຕຽນ ແບ່ງປັນຄວາມຮູ້ສຶກວ່າ: “ຢູ່ທີ່ນີ້ ເວົ້າລວມ ແມ່ນພວກເຮົາດູແລທຸກຢ່າງ ແຕ່ A ຫາ Z ບໍ່ແມ່ນເຮັດສະເພາະແຕ່ວຽກສາທາເທົ່ານັ້ນ ຫາກດູແລທຸກຢ່າງ ນັບຕັ້ງແຕ່ການກິນຢູ່, ໄຟຟ້າ ນໍ້າປະປາ, ນັບທັງສຸຂະພາບ ແລະ ສະພາບຈິດຂອງຜູ້ປ່ວຍ. ຜູ້ປ່ວຍຄົນໃດອຸກອັ່ງຕັນໃຈ, ຮ້ອງໄຫ້ ກໍຕ້ອງໄປຍົວະອອຍໃຫ້ກຳລັງໃຈ, ໂອ້ລົມກັບພວກເຂົາ…”
ວັນເວລາຍັງຍາວໄກ: ບໍ່ແມ່ນມື້ໃດພວກເຮົາກໍເຮັດແຕ່ວຽກເກົ່າ ຢູ່ສະເໝີ ແຕ່ຫາກໝູນວຽນປ່ຽນໄປຢູ່ຕະຫຼອດເວລາ. ຕຽນ ກ່າວວ່າ “ໃນສະຖານະການພະຍາດລະບາດຄືແນວນີ້, ໜ້າວຽກຂອງພວກເຮົາແມ່ນປ່ຽນແປງໄປໃນແຕ່ລະວັນ, ແຕ່ລະຊົ່ວໂມງ ແລະ ບໍ່ມີວັນໃດຄືກັບວັນໃດ, ພໍແຕ່ຕື່ນຮຸ່ງເຊົ້າຂຶ້ນມາ ກໍມີຂໍ້ຕົກລົງໃໝ່, ໜ້າວຽກໃໝ່ມາແລ້ວ ແລະ ລວມແບບສຸກເສີນ, ຊີ້ນຳແບບສຸກເສີນ, ປະຕິບັດແບບສຸກເສີນ ໂດຍບໍ່ມີໃຜຈະສາມາດຄາດເດົາໄດ້ວ່າ ຈະມີຫຍັງເກີດຂຶ້ນ”.
ຕຽນ ເລົ່າວ່າ ວັນທີ 6 ເມສາ ເປັນມື້ສຸດທ້າຍຂອງການສຳເລັດການເອົາຕົວຢ່າງໄປກວດ, ພໍດີຮອດເວລາ 11 ໂມງກາງຄືນ ກໍມີສາຍເອີ້ນເຂົ້າມາແຈ້ງໃຫ້ຊາບວ່າ 1 ໃນ 3 ຫ້ອງແຖວທີ່ພວກຕົນຮັບຜິດຊອບນັ້ນ ມີຜົນກວດອອກມາເປັນລົບ, ທຸກຄົນຮ້ອງໂຮຂຶ້ນດ້ວຍຄວາມດີໃຈ. ພວກຕົນກໍຈັບເອົາເຄື່ອງກະຈາຍສຽງ ປະກາດໃຫ້ຜູ້ກັກກັນຮັບຊາບ ເພື່ອມ້ຽນມັດສິ່ງຂອງ ມື້ອື່ນເຊົ້າກະກຽມກັບບ້ານ.
“ພາຍຫຼັງປະກາດໃຫ້ຜູ້ປ່ວຍຮັບຊາບແລ້ວ, ພວກຕົນກໍຂຶ້ນບັນຊີລາຍຊື່ຜູ້ທີ່ຈະອອກຈາກສູນກັກກັນ ພໍສຳເລັດ ກໍແຈ້ງພໍດີ. ພໍແຕ່ຮຸ່ງແຈ້ງຂຶ້ນມາກໍຟ້າວໄປທີ່ສູນບັນຊາການ ເພື່ອພິມໃບຢັ້ງຢືນການກັກກັນ ເພື່ອແຈກຢາຍໃຫ້ຜູ້ທີ່ຈະກັບບ້ານ, ພໍແຕ່ກັບຄືນໄດ້ເຄີ່ງທາງ ກໍມີສາຍໂທແຈ້ງວ່າ 1 ໃນ 2 ຫ້ອງແຖວມີຜົນກວດເປັນບວກ. ຂະນະນີ້ ໃນຫົວຂອງເຮົາມັນລົວໄປໝົດ ມີທັງຄວາມດີໃຈ ແລະ ມີທັງມີຄວາມອຸກອັ່ງຕັນໃຈ” ທ່ານໝໍ ຕຽນ ກ່າວ.
ໜີພໍ່ແມ່ ໄປຕ້ານໂຄວິດ: ໃນເມື່ອເກີດມີໂຄວິດ-19 ລະບາດຂຶ້ນມາ ບໍ່ແມ່ນວ່າໃຜກໍຈະເຂົ້າໃນຄືກັນໝົດ, ໃນສັງຄົມເກີດມີຄວາມຄິດເຫັນທີ່ແຕກຕ່າງກັນໄປ, ດ້ານບວກກໍມີ, ດ້ານລົບກໍຫຼາຍ, ບາງຜ່ອງກໍຖີ້ມໂທດ ຖິ້ມຄວາມຮັບຜິດຊອບໃຫ້ຜູ້ນັ້ນ ຜູ້ນີ້ ພາກສ່ວນນັ້ນ ພາກສ່ວນນີ້ ອຶກກະທຶກນຶກນອງ ໂດຍສະເພາະແມ່ນການຕິຕຽນຂອງຜູ້ເປັນພໍ່ ເປັນແມ່ຂອງຜູ້ຕິດເຊື້ອຖືກກັກຕົວ ໄດ້ສ້າງຄວາມກົດດັນໃຫ້ກັບຖັນແຖວພະນັກງານແພດໝໍຢ່າງໜັກໜ່ວງ.
ທ່ານໝໍ ຕຽນເລົ່າດ້ວຍຄວາມໃນໃຈວ່າ “ມີຫຼາຍເທື່ອພວກເຮົາກໍທໍ້ຖອຍກຳລັງໃຈຕາມການເວລາ, ພວກເຮົານັ່ງຢູ່ຄົນລະຈອກລະແຈ ຄຶດງໍ່າ ດ້ວຍຄວາມອ້າງວ່າງ ບໍ່ມີທາງອອກ, ແຕ່ກໍຍັງໂຊກດີທີ່ພວກເຮົາລ້ວນແຕ່ເປັນຊາຍໜຸ່ມຍິງສາວ ອາຍຸຍັງໜຸ່ມນ້ອຍ ຈຶ່ງສາມາດຜ່ານຜ່າໄປໄດ້ດ້ວຍດີ. ມື້ໃດພວກເຮົາກໍຕ້ອງໄດ້ລົມສາຍນຳຄອບຄົວຂອງຄົນປ່ວຍ ເພື່ອໃຫ້ກຳລັງໃຈພວກເຂົາ”.
ຕຽນເລົ່າວ່າ: ຖ້າພວກເຂົາບໍ່ປິດລັບພໍ່ແມ່ ຫາກບອກຄວາມຈິງ ກໍຈະບໍ່ໄດ້ໄປ, ມີບາງຄົນໄປໄດ້ 3-4 ມື້ແລ້ວຈຶ່ງບອກໃຫ້ພໍ່ແມ່ຮູ້ຕາມຫຼັງ, ເມື່ອຮູ້ວ່າລູກຂອງຕົນອອກແນວໜ້າຕ້ານໂຄວິດ ພໍ່ແມ່ກໍເກີດຄວາມເປັນຫວ່ງນຳລູກຈົນນອນບໍ່ລັບ ກິນບໍ່ແຊບ ມື້ໃດກໍຕ້ອງໄດ້ໂທຫາລູກເພື່ອຖາມຂ່າວຄາວ.
ຕຽນເລົາຕໍ່ວ່າ “ພວກຂ້ອຍທຸກຄົນລ້ວນແຕ່ອາສາສະໝັກອອກແນວໜ້າ, ພວກຂ້ອຍພ້ອມແລ້ວທີ່ຈະຮັບໃຊ້ຊາດຮັບໃຊ້ປະຊາຊົນ. ພວກເຮົາເປັນແພດໝໍ ຖ້າພວກເຮົາບໍໄປ ແມ່ນໃຜຈະເຮັດໜ້າທີ່ນີ້ແທນເຮົາໄດ້? ”. ສ່ວນ ກວາງ ກໍເປັນຜູ້ໜຶ່ງທີ່ໜີພໍ່ແມ່ໄປຕ້ານໂຄວິດ, ຈຶ່ງມີຄວາມມຸ່ງຫວັງຢາກ ໃຫ້ທຸກຄົນປອດໄພໃນຄັ້ງນີ້ ແລະ ຫວັງວ່າ ພະຍາດໂຄວິດຈະດັບມອດໂດຍໄວ ເພື່ອໃຫ້ໄດ້ກັບຄືນສູ່ອ້ອມອົກແຫ່ງຄວາມຮັກຂອງພໍ່ແມ່-ຄອບຄົວ.

ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19 - Wave100S AD to Website 2020 0 - ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19
ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19 - WhatsApp Image 2020 05 27 at 5 - ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19
ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19 - WhatsApp Image 2020 05 27 at 5 - ນໍ້າຕາໄຫຼ ເມື່ອໄດ້ຍິນ ທ່ານໝໍເລົ່າເລື່ອງຢູ່ສູນກັກກັນຜູ້ປ່ວຍໂຄວິດ-19
error: Alert: ເນື້ອຫາຂ່າວມີລິຂະສິດ !!