ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ

ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - dw moh1 210430 - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ
ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - kitchen vibe - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ

ສິງກະໂປຢືນຢັນພົບການຕິດເຊື້ອໂຄວິດ-19 ແບບເປັນກຸ່ມກ້ອນໃນປະເທດຄັ້ງທຳອິດໃນຮອບ 9 ເດືອນ ໂດຍມີການເຊື່ອມໂຍງກັບກໍລະນີໃນໂຮງໝໍ ແລະ ສະໜາມບິນ.

ວັນທີ 30 ເມສາ 2021, ໜັງສືພິມເດິສະເຕຣດທາມລາຍງານວ່າ: ກະຊວງສາທາລະນະສຸກສິງກະໂປຢືນຢັນພົບການຕິດເຊື້ອໂຄວິດ-19 ແບບເປັນກຸ່ມກ້ອນ ເຊື່ອມໂຍງກັບກໍລະນີໃໝ່ໃນໂຮງໝໍຕັນ ຕ໊ອກ ເສັງ ເຊິ່ງເປັນໜຶ່ງໃນໂຮງໝໍໃຫຍ່ທີ່ສຸດຂອງປະເທດ ໂດຍຜູ້ຕິດເຊື້ອໃນກຸ່ມນີ້ລວມທັງແພດ ແລະ ພະຍາບານ ທີ່ໄດ້ຮັບການສັກວັກຊີນຄົບໂດສແລ້ວ.

ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - Visit Laos Visit SALANA BOUTIQUE HOTEL - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ
ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - Visit Laos Visit SALANA BOUTIQUE HOTEL - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ

ກະຊວງສາທາລະນະສຸກເປີດເຜີຍວ່າ: ຜູ້ຕິດເຊື້ອໂຄວິດ-19 ໃໝ່ຈຳນວນ 24 ຄົນທີ່ພົບ ແບ່ງເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 15 ຄົນ ແລະ ເປັນຜູ້ຕິດເຊື້ອໃນປະເທດ 9 ຄົນ ໃນຈຳນວນນີ້ມີ 8 ຄົນທີ່ມີການເຊື່ອມໂຍງກັບກຸ່ມກ້ອນໃໝ່ໃນໂຮງໝໍຕັນ ຕ໊ອກ ເສັງ ເຊິ່ງພົບຜູ້ຕິດເຊື້ອແລ້ວ 13 ຄົນ.

ທັງນີ້,ໂຮງໝໍຕັນ ຕ໊ອກ ເສັງ ໄດ້ສັ່ງປິດຕຶກເບິ່ງແຍງຜູ້ປ່ວຍ 2 ແຫ່ງ ແລະ ຍົກລະດັບການເຝົ້າລະວັງຜູ້ປ່ວຍທີ່ມີອາການໄຂ້ ແລະ ການຕິດເຊື້ອທາງເດີນຫາຍໃຈ ພ້ອມສັ່ງກວດໂຄວິດ-19 ໃຫ້ຄົນໄຂ້ ແລະ ບຸກຄະລາກອນຂອງໂຮງໝໍທຸກຄົນ ເຖິງວ່າຈະບໍ່ມີອາການບົ່ງຊີ້ການຕິດເຊື້ອໃນທັນທີ.

ກະຊວງສາທາລະນະສຸກເນັ້ນວ່າ: ຜູ້ທີ່ໄດ້ຮັບການສັກວັກຊີນຄົບແລ້ວຍັງມີໂອກາດຕິດເຊື້ອໂຄວິດ-19 ໄດ້ ໂດຍວັກຊີນຈະຊ່ວຍປ້ອງກັນການຕິດເຊື້ອທີ່ມີອາການຮຸນແຮງ ແລະ ຫລຸດອັດຕາການເສຍຊີວິດລົງ, ການໃສ່ຜ້າປິດປາກ-ດັງ ແລະ ປະຕິບັດຕາມມາດຕະການທາງສັງຄົມຢ່າງເຂັ້ມງວດຈຶ່ງຍັງເປັນເລື່ອງຈຳເປັນ.

ອ້າງອີງ:

https://www.straitstimes.com/…/24-new-covid-19-cases-in…

https://www.straitstimes.com/…/lockdown-in-two-tan-tock…

ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - 3 - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ
ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - 5 - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ
ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ - 4 - ສິງກະໂປຢືນຢັນພົບກຸ່ມກ້ອນໃໝ່ຕິດໂຄວິດຄັ້ງທຳອິດ ໃນຮອບ 9 ເດືອນ ເຊື່ອມໂຍງໂຮງໝໍ-ສະໜາມບິນ