ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ

ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ - 008 - ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ
ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ - kitchen vibe - ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ

ໃນວັນທີ 30 ເມສາ 2021 ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ, ເປັນກຽດ ນຳໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາ ຫົວຫນ້າກົມ-ຮອງກົມ ຈາກກະຊວງສາທາລະນະສຸກ, ໂດຍເປັນກຽດໃຫ້ການຕ້ອນຮັບ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ມີຄະນະຊີ້ນຳ- ຄະນະ ສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ມີ ບຸກຄະລາກອນການແພດ, ຂະ ແໜງການສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຈໍາປາສັກ ວ່າ: ແຂວງໄດ້ປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ດ້ວຍຄວາມຮັບຜິດຊອບສູງ, ໄດ້ຜັນຂະຫຍາຍມາເປັນຄໍາສັ່ງຂອງແຂວງ ເລກທີ 02, 03 ແລະ 04 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂຮອບດ້ານການບະບາດຂອງພະຍາດໂຄວິດ-19.  ພ້ອມນັ້ນ, ກໍ່ໄດ້ແຕ່ງຕັ້ງຄະນະກໍາມະການສະເພາະກິດຂັ້ນແຂວງ ໂດຍມີເຈົ້າ ແຂວງເປັນຫົວໜ້າ ພ້ອມທັງໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດຂັ້ນເມືອງ ແລະ ຂັ້ນບ້ານ.  ຕີລາຄາສະພາບການເຝົ້າລະວັງການລະບາດຂອງພະຍາດ COVID-19 ຢູ່ແຂວງ ເລີ່ມແຕ່ວັນທີ 24-28 ເມສາ 2021 ແຕ່ລະຈຸດທົ່ວແຂວງ ໄດ້ເກັບຕົວຢ່າງຜູ້ຕິດເຊື້ອ, ຜູ້ສຳພັດໄກ້ຊິດຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ສະສົມໄດ້ທັງໝົດ 2.815 ຕົວຢ່າງ. ໃນນັ້ນ ໄດ້ຮັບຜົນກວດແລ້ວທັງໝົດ 2.815 ຕົວຢ່າງ. ພົບຜູ້ຕິດເຊື້ອ 84 ຄົນ, ປິ່ນປົວຫາຍດີ 2 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ສູນໂພນທອງ ແລະ ວິທະຍາໄລການເງິນ 82 ຄົນ, ມີທິມງານລະບາດພາກສະໜາມ ແລະ ຕອບໂຕ້ໄວ ໄດ້ລົງສອບສວນສືບສວນການລະບາດ, ເກັບ ກໍາການເຄື່ອນໄຫວ ປັດຈຸບັນ ໄດ້ກຳນົດຈຸດການກວດກັ່ນກອງ ແລະ ເກັບຕົວຢ່າງ ເພື່ອສົ່ງຫ້ອງກວດວິເຄາະຢູ່ຂັ້ນແຂວງທັງໝົດ 4 ຈຸດ, ມີຈຸດເກັບຕົວຢ່າງ ຢູ່ໂຮງໝໍນະຄອນປາກເຊ ແລະ 9 ເມືອງ. ທົ່ວແຂວງ 14 ຈຸດ. ເພື່ອໃຫ້ກຸ່ມສ່ຽງ ແລະ ຜູ້ສຳຜັດ ສາມາດເຂົ້າຮັບການກວດກ່ັນກອງ ແລະ ເກັບຕົວຢ່າງໄດ້ໄວຂຶ້ນ. ມີແຮງງານທີ່ກັກກັນຢູ່ສູນຫລັກ 21 ເມືອງປະທຸມພອນ ທັງໝົດ 6.339 ຄົນ, ໃນນັ້ນມີແຮງ ງານທີ່ໄດ້ຜ່ານການກັກກັນຢູ່ສູນຄົບ 14 ມື້ ມີ 5.923 ຄົນ ເທົ່າກັບ 93%. ປັດຈຸບັນຍັງເຫລືອແຮງງານລາວ ທີ່ກໍາລັງກັກຕົວຢູ່ສູນກັກຫລັກ 21ປະທຸມພອນ ຈໍານວນ 291 ຄົນ ເທົ່າກັບ 7%. ດ້ານໂຄງລ່າງພື້ນຖານ ແລະ ການກະກຽມສະຖານທີ່ກວດກັ່ນກອງ-ປິ່ນປົວກໍລະນີຕິດເຊື້ອ.

ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ - Visit Laos Visit SALANA BOUTIQUE HOTEL - ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ

ໂອກາດນີ້, ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ແນະນໍາໃຫ້ຄະນະ ສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ. ຕ້ອງມີການກະກຽມຄວາມພ້ອມໃນດ້ານຕ່າງໆຢ່າງເອົາໃຈໃສ່, ຈະຕ້ອງໄດ້ມີການກະກຽມບຸກຄະ ລາກອນການແພດ ຂະແໜງການສາທາລະນະສຸກ ສູນປະຕິບັດການ (EOC) ໃນຂັ້ນແຂວງ ແລະ ຂັ້ນເມືອງ ຕ້ອງມີການກໍານົດພາລະບົດບາດ ແລະ  ໜ້າທີ່ຮັບຜິດຊອບຂອງແຕ່ລະຂັ້ນຢ່າງຊັດເຈນ ມີທິມງານຄຸ້ມຄອງກໍລະນີໃຫ້ແກ່ທ່ານໝໍ ທີ່ປະຈໍາຢູ່ໂຮງໝໍຫລັກ, ອົບອົມຮົມ ແລະ ແຕ່ງຕັ້ງ ເພື່ອປະກອບເຂົ້າເປັນ ທິມງານແພດ ໃນສູນປິ່ນປົວ ຖ້າຫາກມີກໍລະນີຜູ້ຕິດເຊື້ອເພີ່ມຂື້ນ. ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ມີມາດຕະການຄວບຄຸມ, ຕິດຕາມ ແລະ ເກັບກໍາຂໍ້ມູນເບິ່ງຄວາມພ້ອມຂອງທຸກເມືອງ ກ່ງວກັບການຄວບຄຸມພະຍາດໂຄວິດ ເພື່ອເຜີຍແຜ່ນິຕິກໍາຕ່າງໆ, ຢາຍຄູ່ມືການປິ່ນປົວ, ຄູ່ມືການອະນາໄມຂ້າເຊື້ອ ແລະ ປັບປຸງລະບົບການກວດກັ່ນກອງກໍລະນີ ແລະ ຫ້ອງແຍກປ່ຽວຂອງໂຮງໝໍໃຫ້ດີຂຶ້ນ. ສືບຕໍ່ຊີ້ນໍາແຕ່ລະອະນຸມະການທີ່ໄດ້ປັບປຸງຄະນະກຳມະການສະເພາະກິດທຸກຂັ້ນ ໃນການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 15 /ນຍ ໃຫ້ເຂັ້ມງວດ.

ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ - 3 - ຄະນະນໍາກະຊວງສາທາລະນະສຸກ ໄດ້ລົງຕິດຕາມຕາມຊຸກຍູ້ວຽກງານ ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!