ເມື່ອບິວເກດ ແລະ ພັນລະຍາແຍກທາງກັນ ສັບສົມບັດເກືອບ 140ຕື້ໂດລາຈະເປັນແນວໃດ ?

ສຳນັກຂ່າວຕ່າງປະເທດ ລາຍງານ ເມື່ອວັນທີ 4 ພຶດສະພານີ້ວ່າ ໃນບໍ່ດົນເທົ່າໃດນາທີຜ່ານມາຂອງຕອນເຊົ້າມື້ນີ້, ບິວເກດໄດ້ຂຽນລົງໃນ ທະວິດເຕີ ປະກາດວ່າ ຕົນ ແລະ ພັນລະຍາ ແຕ່ງງານກັນ ແລະ ຢູ່ກິນນຳກັນໄດ້ເກືອບ 3 ທົດສະວັດແລ້ວ, ບັດນີ້ຈະແຍກທາງກັນ. ຂ່າວດັ່ງກ່າວ ຈະເຮັດໃຫ້ຄົນທັງໂລກຕົກຕະລຶງ ເປັນຢ່າງຍິ່ງ ເພາະ ພວກເຂົາເປັນຄູ່ຜົວ-ເມຍທີ່ຮັກກັນທີ່ສຸດ, ມີຄວາມສຸກທີ່ສຸດ ແລະ ພ້ອມກັນດຳເນີນໂຄງການການກຸສົນໄປທົ່ວໂລກ.
ເສດຖີເງິນພັນລ້ານໂດລາ ເປັນຜູ້ສ້າງຕັ້ງບໍລິສັດ ໄມໂຄຣຊອບ ແລະ ເປັນຜູ້ໜຶ່ງທີ່ເຄີຍຢຶດຄອງເປັນອັນດັບທີໜຶ່ງຫຼາຍຄັ້ງຂອງຄົນທີ່ຮັ່ງມີທີ່ສຸດໃນໂລກ. ບິວເກດ ແລະ ນາງ ເມລິນດາ ບິວເກດ ຢູ່ກິນນຳກັນໄດ້ 27 ປີ ແລະ ມີລູກຮ່ວມກັນ 3 ຄົນ.
ກ່ອນທີ່ຈະປະກາດແຍກທາງກັບພັນລະຍາ, ບິວເກດ ເປັນຜູ້ທີ່ຮັ່ງມີ ອັນດັບທີ 4 ຂອງໂລກ, ມີມູນຄ່າຊັນສິນ 146 ຕື້ໂດລາ ແລະ ພວກເຂົາໄດ້ຫັກເອົາໄວ້ 50 ຕື້ໂດລາ ເພື່ອເປັນກອງທຶນກຸສົນຂອງພວກຕົນ, ໃນຕົວຈິງແລ້ວ ຖ້າຫາກບໍ່ຫັກອອກເປັນກອງທຶນກຸສົນ ມູນຄ່າຊັບສິນຂອງພວກເຂົາຈະສູງເຖິງ 196 ຕື້ໂດລາ.
ເມື່ອແຍກທາງກັນ, ຖ້າສອງຄົນຫາກຕົກລົງກັນບໍ່ໄດ້ກ່ຽວກັບສິນສົມສ້າງ ແລະ ທີ່ຢູ່ ທັງສອງກໍຈະພ້ອມກັນເປັນເຈົ້າຂອງຊັບສິນຮ່ວມກັນ ຫຼື ອາດຈະແບ່ງເຄີ່ງສິນສົມສ້າງທັງໝົດ.
ເຖິງຢ່າງໃດກໍຕາມ, ບິວເກດກ່າວວ່າ ພາຍຫຼັງແຍກທາງກັນແລ້ວ, ພວກເຂົາຍັງຈະສືບຕໍ່ດຳເນີນໂຄງການກຸສົນຮ່ວມກັນຕໍ່ໄປ.
ບິວເກດ ແລະ ເມລິນດາ ມີລູກຮ່ວມກັນ 3 ຄົນ: Jennifer ອາຍຸ 25 ປີ, Rory ອາຍຸ 21 ປີ ແລະ Phoebe ອາຍຸ 18 ປີ. ພວກເຂົາຢູ່ດ້ວຍກັນໃນຄະລືຫາດດຽວກັນທີ່ວໍຊິງຕັນ ແລະ ບີວເກດ ປະກາດວ່າ ຈະແບ່ງຊັບສິນໃຫ້ລູກຜູ້ລະ 10 ລ້ານໂດລາ ນອກຈາກນັ້ນ ຈະເອົາເຂົ້າໃນກອງທຶນກຸສົນຂອງຕົນ.