ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

- IMG 20210505 055143 - ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?
- kitchen vibe - ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

ໂດຍ: ມຶກບໍ່ແຫ້ງ
ການໂຄສະນາຂາຍຫວຍທັງລາວ, ໄທ ແລະ​ ຫວຽດ ນັບມື້ນັບເຂັ້ມຂຸ້ນ ເຮັດໃຫ້ປະຊາຊົນ ຄົນລາວ ຫຼົງໃຫຼໄປນຳຍ້ອນຄວາມຢາກລວຍ ແຕ່ອາດຊິຊວຍກໍເປັນໄດ້.

ການໂຄສະນາ ການຊື້ເລກ ຊື້ຫວຍນັບມື້ນັບເປັນວົງກວ້າງ ແລະເກີນຄວາມພໍດີ ໂດຍໄດ້ຊັກຊວນການຊື້ເລກຫຼາຍຊ່ອງທາງ ບໍ່ວ່າການໂຄສະນາທີ່ອ້າງເງິນລາງວັນເປັນຈຳນວນຫຼາຍຮ້ອຍລ້ານ ເຮັດໃຫ້ຫຼາຍຄົນຫຼົງໃຫຼໃນຄວາມຢາກລວຍທາງລັດນີ້ຈົນມືນຫູມືນຕາບໍ່ຂຶ້ນ,​ ການໂຄສະນາຂາຍໄດ້ເປີດເຊັນ ແລະອື່ນໆ.​.

- Visit Laos Visit SALANA BOUTIQUE HOTEL - ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

ເມື່ອເຫັນມີຄົນຢູ່ປະເທດເຮົາ ຫຼື ປະເທດເພື່ອນບ້ານທີ່ຖືກເລກ ເປັນຈຳນວນຫຼາຍຮ້ອຍລ້ານນັ້ນ ບວກກັບການໂຄສະນາ ແລະ ການຂາຍເລກທຸກແຈທຸກແຈມຸມນັ້ນ ຍິ່ງສ້າງຄວາມລະເມີເພີ້ຝັນຢາກລວຍໂດຍການຕິດການຊື້ເລກຈົນມືນຫູມືນຕາບໍ່ຂຶ້ນ, ບາງຄົນຊື້ເລກງວດໃດກໍໝົດໄປຫຼາຍລ້ານກີບ,​ ເຮົາລອງຄິດເບິ່ງ​ເລກທີ່ຂາຍມີ​ໃນຈຳນວນເລກຫົກໂຕມີຈຳນວນ 1.000.000 ເລກໃຫ້ຊື້​= 1.​000.000%,​ ເລກ5 ໂຕ​ 4​-3-2 ກໍຫລຸດລົງຕາມນັ້ນແຕ່ໂຕທີ່ຈະມີພຽງໂຕດຽວ,​ ໝາຍຄວາມວ່າຖ້າເຮົາຊື້ເລກ​ 6​ໂຕ​ແບບດຽວເທົ່າກັບເປີເຊັນຈະຖືກມີ 0,000001% ຄື​ 1​ ໃນ​ລ້ານ,​ ສົມມຸດຖ້າເຮົາຊື້ ແຕ່ລະໂຕໃຫ້ຄົບ 1​ ລ້ານເຮົາຈະໃຊ້ເງິນ 1​ ຕື້​ ຫຼື​ 1​ ພັນລ້ານ​ ເປັນເດີມພັນ ແຕ່ລາງວັນແມ່ນ 400.000 ກີບ ສ່ວນຈຳນວນເລກ ແລະລາງວັນກໍຫລຸດໆລົງຕາມລຳດັບຈົນຮອດເລກ 2​ ໂຕ/ລາງວັນ​60.000​ກີບ/ຊື້​ 1.000​ ກີບ.​

ຍິ່ງບ້ານເມືອງຕົກໃນສະພາບວິກິດເສດຖະກິດ ຖົດຖອຍ, ບໍ່ມີວຽກເຮັດງານທຳທີ່ດີ ປະຊາຊົນຈຳນວນໜຶ່ງທໍ້ຖອຍ ເລີຍເຝົ້າຄອຍ ໂຊກວາດສະໜານັ້ນ ກໍຍິ່ງສ່ຽງໂຊກໃສ່ກັບການຊື້ເລກ ເຊິ່ງເປັນອັນຕະລາຍທີ່ຈະເຮັດໃຫ້ຄອບຄົວຂາດເຂີນໄປຕື່ມ.

ບາງຄົນກໍວ່າ ໂຕນີ້ດີ ໂຕນັ້ນຄັກ ເລີຍເປັນການຕົວະຍົວະກັນຊື້ບໍ່ມີມື້ເຊົາຈົນເຮັດໃຫ້ການຊື້ເລກກາຍເປັນປາກົດການຫຍໍ້ທໍ້ໜຶ່ງ, ບາງບ້ານພາກັນຊື້ເລກຂາຍເລກເກືອບໝົດບ້ານ, ບາງຄົນຊື້ພໍດີພໍດ້າມ ກໍຍັງໄຄ ແຕ່ຫຼາຍຄົນທີ່ຕິດຈົນງໍຫົວບໍ່ຂຶ້ນນັ້ນຈະເຮັດໃຫ້ຄອບຄົວມີແຕ່ຄວາມວຸ່ນວາຍເປັນໜີ້ເປັນສິນກໍມີ.

ການໂຄສະນາຂາຍເລກເກີນຂອບເຂດຄວນໄດ້ຮັບການຄວບຄຸມ ແລະ ຄຸ້ມຄອງຄັກແນ່ເພື່ອຄວາມພໍດີ, ນອກຈາກການໂຄສະນາທີ່ເຂັ້ມຂຸ້ນທາງສື່ສັງຄົມແລ້ວ ຜ່ານມາທີ່ບໍ່ມີການລະບາດພະຍາດໂຄວິດ 19 ນັ້ນ ການຂາຍເລກຢູ່ຕາມແຄມທາງປາກົດວ່າຖີ່ ແລະ ຫຼາຍຂຶ້ນ. ການຊື້-ຂາຍເລກບໍ່ແມ່ນສິ່ງທີ່ຕ້ອງຫ້າມ ແຕ່ກໍຄວບຄຸມໃນຂອບເຂດທີ່ເໝາະສົມ

ຄວາມຈິງແລ້ວການຂາຍເລກແມ່ນມີມາຕັ້ງແຕ່ດົນນານ ແລະ ຢູ່ຫຼາຍປະເທດ ແຕ່ມາຮອດປັດຈຸບັນ, ບາງປະເທດກໍຖືວ່າການຊື້-ຂາຍເລກ ອອນລາຍແມ່ນຜິດກົດໝາຍເຊັ່ນ: ໂປແລນ, ກູບາ ແລະ ອື່ນໆ ສິ່ງສຳຄັນ ເພື່ອຮັບປະກັນການຄຸ້ມຄອງທີ່ດີບາງປະເທດຕ້ອງໄດ້ໃຫ້ຜູ້ຂາຍເລກຕ້ອງມີໃບອະນຸຍາດຄັກແນ່ ເພື່ອສາມາດ ຄຸ້ມຄອງກັນງ່າຍຂຶ້ນ.

ແນ່ນອນການ ຊື້-ຂາຍ ເລກແມ່ນການພະນັນປະເພດໜຶ່ງທີ່ຄຸ້ມຄອງໂດຍລັດເຊິ່ງຕ້ອງເພີ່ມມາດຕະການຄວບຄຸມການໂຄສະນາຊວນເຊື່ອ, ມາຮອດທຸກມື້ນີ້ຍິ່ງໄວ ເພາະການຊວນເຊື່ອກັນຜ່ານສື່ສັງຄົມອອນລາຍເຖິງໂຕເດັດໆແຕ່ລະງວດ.

ເພາະສະນັ້ນແລ້ວ​ເຖິງເວລາທີ່ເຮົາຈະມາຄິດຄືນນຳກັນ ໃນບັນຫາທີ່ຫວັງຢາກລວຍທາງລັດຈົນເຮັດໃຫ້ຊີວິດຂາດຄວາມສົມດູນດ້ານການໃຊ້ຈ່າຍ ແລະມາດຕະການຄວບຄຸມການຊື້-ຂາຍເລກ ເປັນສິ່ງທີ່ຄວນໄດ້ຮັບການຄຸ້ມຄອງທີ່ດີກວ່າເກົ່າ. ຜ່ານມາລັດຖະບານເຮົາ ກໍໄດ້ຫຼຸດຈຳນວນງວດທີ່ອອກເລກລົງແຕ່ຕ້ອງເພີ່ມມາດຕະການໃນການຄວບຄຸມການໂຄສະນາເພື່ອການຂາຍເລກທີ່ເກີນຄວາມເປັນຈິງ ເຮັດໃຫ້ ເປັນການຊວນເຊື່ອເບື່ອເມົາປະຊາຊົນຈຳນວນຫຼາຍໃນການຢາກໄດ້ຢາກລວຍຜ່ານການຖືກເລກຖືກຫວຍແຕ່ອາດຊິຊວຍຍ້ອນເປັນໜີ້ເປັນສິນພາຍຫຼັງນັ້ນລະ.

- 4 - ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!