ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ

- merlin 187270854 481ad6a8 adca 4c25 a18d 7c602f8e7356 superJumbo - ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ
- kitchen vibe - ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ

ເກີດເຫດທາງລົດໄຟຍົກລະດັບພັງຖະຫລົ່ມໃນນະຄອນຫລວງເມັກຊິໂກຂອງປະເທດເມັກຊິໂກໃນຊ່ວງເວລາປະມານ 22:25 ໂມງ ຂອງວັນທີ 3 ພຶດສະພາຕາມເວລາທ້ອງຖິ່ນ ເຊິ່ງກົງກັບຕອນບ່າຍວັນທີ 4 ພຶດສະພາຕາມເວລາຢູ່ລາວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 23 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 70 ຄົນ ເຊິ່ງໃນຈຳນວນຜູ້ເສຍຊີວິດນີ້ມີເດັກນ້ອຍລວມຢູ່ນຳ.

ໂດຍສຳນັກເລຂາທິການດ້ານການແກ້ໄຂຄວາມສ່ຽງ ແລະ ການຄຸ້ມຄອງພົນລະເມືອງຂອງເມັກຊິໂກລະບຸວ່າ: ຂະນະເກີດເຫດມີລົດໄຟແລ່ນຢູ່ເທິງທາງລົດໄຟຍົກລະດັບ ເຊິ່ງເປັນສ່ວນຂອງເສັ້ນທາງຂົນສົ່ງດ່ວນໝາຍເລກ 12 ຫລື ຮູ້ຈັກກັນໃນນາມ “Golden Line” ຫລື ສາຍສີຄຳ ກ່ອນຈະປາກົດພາບທາງລົດໄຟດັ່ງກ່າວຖະຫລົ່ມລົງມາສູ່ພື້ນດິນ. ທັງນີ້ ມີພາບບັນທຶກເຫດການຈາກກ້ອງວົງຈອນປິດທີ່ສະແດງໃຫ້ເຫັນວິນາທີທີ່ທາງລົດໄຟດັ່ງກ່າວຖະຫລົ່ມ. ນອກຈາກນີ້ ຍັງມີລາຍງານວ່າຕູ້ໂດຍສານລົດໄຟຫລາຍຕູ້ຕົກລົງພື້ນ ເຮັດໃຫ້ລົດຢ່າງໜ້ອຍໜຶ່ງຄັນທີ່ແລ່ນຢູ່ຖະໜົນໄດ້ຮັບຄວາມເສຍຫາຍ.

ລະບົບລົດໄຟໃນເມືອງຂອງນະຄອນຫລວງເມັກຊິໂກເປັນໜຶ່ງໃນລະບົບຂົນສົ່ງດ່ວນໃຫຍ່ທີ່ສຸດໃນໂລກ ມີຜູ້ໂດຍສານປະມານ 1,6 ພັນລ້ານຄົນຕໍ່ປີ ແລະ ໃນປີຜ່ານມາມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບຫລາຍກວ່າ 40 ຄົນ ຈາກເຫດຕຳກັນລະຫວ່າງລົດໄຟ 2 ຂະບວນ, ສ່ວນໃນປີ 1975 ມີການຕຳກັນຂອງຂະບວນລົດໄຟໃຕ້ດິນເຊິ່ງມີຜູ້ເສຍຊີວິດ 31 ຄົນ.

ອ້າງອີງ:

- 3 - ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ
- 5 - ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ
- 4 - ທາງລົດໄຟໃນນະຄອນຫລວງເມັກຊິໂກພັງຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 23 ຄົນ, ບາດເຈັບຢ່າງໜ້ອຍ 70 ຄົນ