ຈົ່ງສາມັກຄີກັນຕ້ານໂຄວິດ ຈິ່ງພິຊິດຈະສຳເລັດຜົນ
ໂດຍ: ລູກເມືອງພວນ
ສູນກາງພັກ ໄດ້ອອກຄຳສັ່ງວ່າ: “ການຕ້ານໂຄວິດ-19 ໃຫ້ເປັນເໝືອນພາວະສົງຄາມ” ນີ້ແມ່ນການຊີ້ນຳທີ່ຖືກຕ້ອງ, ທັນການ ແລະ ເດັດຂາດທີ່ສຸດ. ຖ້າພວກເຮົາຫາກຍັງຖືເບົາເປັນເລື່ອງທຳມະດາແມ່ນບໍ່ສາມາດຈະເອົາຊະນະມັນໄດ້.
ໂຄວິດ-19 ເປັນສັດຕູໂຕຮ້າຍກາດບໍ່ສະເພາະແຕ່ຢູ່ລາວເຮົາເທົ່ານັ້ນ ມັນຍັງລຸກລາມໄປຫຼາຍກວ່າ 200 ປະເທດ ແລະ ເຂດແຄວ້ນໃນໂລກ. ບັນດາປະເທດມະຫາອຳນາດເຊັ່ນ: ສະຫະລັດອາເມລິກາ, ອິນເດຍ, ຍີ່ປຸ່ນ, ບຣາຊີລ…ກໍເອົາມັນບໍ່ຢູ່. ສັດຕູໂຕນີ້ມັນ ຂ້າຄົນເຮົາຕາຍໄປແລ້ວຫຼາຍກວ່າ 3 ລ້ານຄົນ. ນີ້ສະແດງໃຫ້ເຫັນວ່າມັນຮ້າຍກາດສໍ່າໃດ.ແຕ່ເມື່ອມັນມາຮຸກຮານບ້ານເຮົາ, ຄົນລາວກໍຕ້ອງລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ. ຄົນລາວເຮົາເຄີຍມີມູນເຊື້ອພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານຫຼາຍໂຕມາແລ້ວ. ຄາວນີ້ ມັນຍິ່ງຮ້າຍແຮງ, ແຕ່ພວກເຮົາບໍ່ຕ້ອງຈະຍອມຈຳນົນມັນ, ພວກເຮົາຕ້ອງລຸກຂຶ້ນຈັບມືກັນ ຕີເອົາຊະນະພວກມັນໃຫ້ໄດ້.
ເພື່ອປະຕິບັດຍຸດທະສາດຕີເອົາຊະນະພວກມັນ, ລັດຖະບານເຮົາໄດ້ວາງແນວທາງຍຸດທະສາດຫຼາຍຢ່າງອອກມຄື: ຄຳສັ່ງ ເລກທີ 15/ນຍ ຂອງນາຍົກລັດຖະມົນຕີວ່າດ້ວຍ “ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19”, ລົງວັນທີ 21 ເມສາ 2021 ພ້ອມກັບມາດຕະດານອື່ນໆ ຫຼາຍຢ່າງ. ຊຶ່ງທັັງໝົດນີ້ ລ້ວນແຕ່ເປັນອາວຸດທີ່ແຫຼມຄົມ, ເປັນຍຸດທະສາດທີ່ສະຫຼາດສ່ອງໃສ ໃນການຕ້ານພະຍາດໂຄວິດໃນຄັ້ງນີ້.
ເຖິງຈະມີແນວທາງທີ່ຖືກຕ້ອງ, ມີຍຸດທະສາດທີ່ແຫຼມຄົມ ແຕ່ຖ້າທຸກຄົນບໍ່ໃຫ້ຄວາມສົນໃຈ, ບໍ່ໃຫ້ການຮ່ວມມື ການຕີຕ້ານສັດຕູໂຄວິດ-19 ກໍຈະບໍ່ໄດ້ຮັບໄຊຊະນະ. ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດບ້ານເມືອງກໍເຊັ່ນກັນ ຫາກບໍ່ແມ່ນສະເພາະແຕ່ຂອງລັດຖະບານ.
ໃນໂອກາດທີ່ຊາດເຮົາຕົກຢູ່ໃນສະຖານະວິກິດການທີ່ຄັບຂັນແບບນີ້, ທຸກຄົນຈົ່ງເປັນຈິດໜຶ່ງໃຈດຽວກັນ ຢູ່ອ້ອມຂ້າງພັກ-ລັດຖະບານ ເພື່ອຕໍ່ສູ້ກັບສັດຕູຕົວຮ້າຍກາດໃນຄັ້ງນີ້ໃຫ້ໄດ້.