ສາທາແຂວງສະຫວັນນະເຂດຢັ້ງຢືນແພດໝໍແຂວງບໍ່ຕິດເຊື້ອໂຄວິດຕາມຂ່າວທີ່ບໍ່ມີມູນຄວາມຈິງ

- pp 1 - ສາທາແຂວງສະຫວັນນະເຂດຢັ້ງຢືນແພດໝໍແຂວງບໍ່ຕິດເຊື້ອໂຄວິດຕາມຂ່າວທີ່ບໍ່ມີມູນຄວາມຈິງ
- kitchen vibe - ສາທາແຂວງສະຫວັນນະເຂດຢັ້ງຢືນແພດໝໍແຂວງບໍ່ຕິດເຊື້ອໂຄວິດຕາມຂ່າວທີ່ບໍ່ມີມູນຄວາມຈິງ

ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ທັງເປັນກອງເລຂາສະເພາະກິດຕ້ານພະຍາດໂຄວິດ-19 ແຂວງໄດ້ອອກມາຊີ້ແຈງໃຫ້ຮູ້ວ່າ: ພາຍຫລັງທີ່ມີສື່ສັງຄົມອອນລາຍໄດ້ເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງວ່າແພດໝໍທີ່ໄດ້ສຳພາດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 24 ຂອງແຂວງສະຫວັນນະເຂດ ນາງ ນຸງນິງ ທີ່ກຳລັງປິ່ນປົວຢູ່ແຂວງສະຫວັນນະເຂດ ໄດ້ຕິດເຊື້ອໝົດທຸກຄົນແລ້ວ, ເຊິ່ງຕໍ່ກັບຂໍ້ມູນດັ່ງກ່າວ ທ່ານຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ໄດ້ຢັ້ງຢືນວ່າບໍ່ມີມູນຄວາມຈິງ.

ທ່ານຮອງຫົວໜ້າພະແນກສາທາລະນະສຸກ ແຂວງ ໃຫ້ຮູ້ຕື່ມວ່າ: ຫລັງຈາກນາງ ນຸງນິງ ໄດ້ມີການສຳພັດໃກ້ຊິດກັບກຸ່ມກໍລະນີ 59 ໃນວັນທີ 15-19 ເມສາຜ່ານມາ, ຜູ້ກ່ຽວໄດ້ໄປກວດເລືອດຢູ່ໂຮງໝໍເມືອງ ແລະ ກັບໄປປົວອາການໄຂ້ເລືອດອອກຢູ່ບ້ານອາການບໍ່ເຊົາ, ຈຶ່ງໄດ້ມາໂຮງໝໍແຂວງໃນວັນທີ 29 ເມສາ, ທາງແພດໝໍໄດ້ສອບຖາມປະຫວັດ ແລະ ກວດກັ່ນກອງຢ່າງລະອຽດ, ເຊິ່ງເຫັນວ່າຜູ້ກ່ຽວມີອານການອິດເມື່ອຍ, ຫາຍໃຈຍາກ ແລະ ໄດ້ສົ່ງໄປຫ້ອງແຍກປ່ຽວ ໂຮງໝໍແຂວງເພື່ອດົມອົກຊີເຈັນ ແລະ ກວດຫາເຊື້ອໂຄວິດ-19, ໃນມື້ດຽວກັນເວລາປະມານ 23:00 ໂມງ ຜົນກວດຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອໂຄວິດ-19, ຂະນະດຽວກັນແພດໝໍຢູ່ໃນຕຶກດັ່ງກ່າວກໍເກີດຄວາມຢ້ານກົວ, ຄິດວ່າຕົນບໍ່ມີການປ້ອງກັນທີ່ດີ ພ້ອມມີການສຳພັດຈຶ່ງເກີດມີຫາງສຽງຕ່າງໆນາໆອອກໄປວ່າແພດໝໍຕິດເຊື້ອໝົດແລ້ວ, ແຕ່ໃນຄວາມຈິງແພດທີ່ສຳພັດໃກ້ຊິດແມ່ນມີແພດຜູ້ທີ່ກວດເຊັກປະຫວັດ, ແພດຊຸກລໍ້ໄປກວດລັງສີ ເອັກສະເລປອດ ແລະ ແພດຕິດຕັ້ງອົກຊີເຈັນ ຈຳນວນ 9 ຄົນ ເຊິ່ງທັງໝົດນີ້ແມ່ນໄດ້ກວດຫາເຊື້ອໝົດແລ້ວ ແລະ ຜົນກວດອອກມາເປັນລົບ ພ້ອມທັງຕິດຕາມອາການໃຫ້ຄົບ 14 ວັນ ເພື່ອກວດເຊື້ອອີກ 2 ວັນຂ້າງໜ້າຈຶ່ງສາມາດມາປະຕິບັດໜ້າທີ່ໄດ້. ສ່ວນຜູ້ຕິດເຊື້ອກໍລະນີທີ 24 ນາງ ນຸງນິງ ແມ່ນຍັງສືບຕໍ່ປິ່ນປົວ ແລະ ເຫັນວ່າອາການເບົາບາງປົກກະຕິດີ.

- Visit Laos Visit SALANA BOUTIQUE HOTEL - ສາທາແຂວງສະຫວັນນະເຂດຢັ້ງຢືນແພດໝໍແຂວງບໍ່ຕິດເຊື້ອໂຄວິດຕາມຂ່າວທີ່ບໍ່ມີມູນຄວາມຈິງ
- 4 - ສາທາແຂວງສະຫວັນນະເຂດຢັ້ງຢືນແພດໝໍແຂວງບໍ່ຕິດເຊື້ອໂຄວິດຕາມຂ່າວທີ່ບໍ່ມີມູນຄວາມຈິງ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!