ຍັງມີປະຊາຊົນຈຳນວນໜຶ່ງຝ່າຝືນລັກລອບເຂົ້າ-ອອກເມືອງຕົ້ນເຜິ້ງ

- 182824026 1622086041328503 4271011863564545896 n - ຍັງມີປະຊາຊົນຈຳນວນໜຶ່ງຝ່າຝືນລັກລອບເຂົ້າ-ອອກເມືອງຕົ້ນເຜິ້ງ
- kitchen vibe - ຍັງມີປະຊາຊົນຈຳນວນໜຶ່ງຝ່າຝືນລັກລອບເຂົ້າ-ອອກເມືອງຕົ້ນເຜິ້ງ
ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ປັດຈຸບັນ, ເຖິງວ່າເມືອງຕົ້ນເຜິ້ງ ໄດ້ປະຕິບັດມາດຕະການປິດການເຂົ້າ-ອອກເມືອງ ໂດຍໄດ້ຕັ້ງຈຸດກັ່ນກອງຄົນເຂົ້າ-ອອກຢູ່ຈຸດປະຕູໂຂງທາງເຂົ້າເທສະບານ, ປິດການສັນຈອນເຂົ້າ-ອອກ ລະຫວ່າງບ້ານຕໍ່ບ້ານ ໂດຍໃຫ້ເຈົ້າໜ້າທີ່ທະຫານ-ຕໍາຫລວດ, ປກສ, ກອງຫລອນບ້ານຜັດປ່ຽນກັນປ້ອງກັນເວນ ຍາມຕະຫລອດ 24 ຊົ່ວໂມງ ແລະ ສ້າງສິ່ງກີດຂວາງໃສ່ເສັ້ນທາງນ້ອຍທີ່ເຊື່ອມຕໍ່ໄປຫາເສັ້ນທາງໃນເທສະບານ ແຕ່ກໍຍັງມີປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນ ລັກລອບເຂົ້າ-ອອກ ເມືອງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານ ເປັນຕົ້ນ ລັກລອບເຂົ້າ-ອອກຜ່ານເສັ້ນທາງໄປໄຮ່, ນາ, ສວນ ຂອງປະຊາຊົນ ແລະ ເສັ້ນທາງນ້ອຍ ທີ່ເຊື່ອມຕໍ່ຫາເສັ້ນ ທາງໃນເທສະບານເມືອງຈຸດທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນເວນຍາມ.
ພ້ອມກັນນີ້, ຜູ້ລັກລອບບາງຄົນໄດ້ຂຸດກອງດິນທີ່ຄະນະສະເພາະກິດ ນໍາມາຖອກກັ້ນເສັ້ນທາງໄວ້ ເພື່ອໃຫ້ລົດຂອງຕົນລັກລອບຜ່ານໄປໄດ້. ນອກຈາກນັ້ນຍັງມີປະຊາຊົນຈໍານວນໜຶ່ງໄດ້ຂັບລົດມາຮັບເອົາຄົນຕ່າງປະເທດຢູ່ຈຸດດັ່ງກ່າວ ເຂົ້າໄປໃນເທສະບານເມືອງ ເຊິ່ງປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ເຫັນ ແລະ ເປັນຫ່ວງຕໍ່ບັນຫາດັ່ງກ່າວຈຶ່ງໄດ້ມາແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແຕ່ຍັງບໍ່ສາມາດຈັບໄດ້ໄລ່ທັນ ດັ່ງນັ້ນທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາ ເພື່ອນຳເອົາຕົວຜູ້ທີ່ຝ່າຝືນລັກລອບມາລົງໂທດຕາມລະບຽບກົດໝາຍ.
ຕໍ່ກັບບັນຫານີ້, ຄະນະສະເພາະກິດເມືອງຕົ້ນເຜິ້ງ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາ ຊົນຜູ້ທີ່ໄດ້ລັກລອບເຂົ້າ-ອອກ ໃຫ້ເຂົ້າໃຈ ແລະ ເຫັນໃຈຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທີ່ຕ້ອງອົດ ທົນພະຍາຍາມ ເສຍສະຫລະພາລະໜ້າທີ່ສ່ວນຕົວ, ຄອບຄົວ ຜັດປ່ຽນກັນມາປ້ອງກັນເວນຍາມ ເພື່ອໃຫ້ທຸກຄົນໃນສັງຄົມປອດໄພຈາກພະຍາດໂຄວິດ-19 ແຕ່ຄວາມພະຍາຍາມນັ້ນອາດບໍ່ເກີດປະສິດທິຜົນເທົ່າຄວນ ເພາະພວກທ່ານຍັງລັກລອບເຂົ້າມາ ຕາມເສັ້ນທີ່ທາງຄະນະສະເພາະກິດບໍ່ອະນຸຍາດ ແລະ ບໍ່ໄດ້ຜ່ານການກັ່ນກອງ, ຖ້າຫາກພວກທ່ານເປັນກຸ່ມຄົນທີ່ລັກລອບເຂົ້າມາໃນເທສະບານເມືອງນັ້ນ ເປັນກຸ່ມທີ່ມາຈາກເຂດທີ່ມີຄວາມສ່ຽງ ຫລື ຍິ່ງໄປກວ່ານັ້ນແມ່ນເຂົ້າມາພັກອາໃສຢູ່ຕາມເຮືອນເຊົ່າ ເຮືອນພັກ ຫ້ອງແຖວ ກໍ່ອາດນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງໃນຊຸມຊົນພາຍໃນເມືອງໄດ້ ຫລື ຖ້າຫາກທ່ານເຂົ້າມາຍ້ອນມີວຽກຈໍາເປັນ ເຊັ່ນ: ໄປໂຮງໝໍ, ໄປສັກວັກຊີນ, ການນໍາເອົາສິນຄ້າມາຄ່ຽນຖ່າຍເພື່ອຂົນສົ່ງເຂົ້າໄປໃນເທສະບານເມືອງ ກໍຂໍຮຽກຮ້ອງໃຫ້ເຂົ້າມາຕາມຈຸດກັ່ນກອງ ທີ່ທາງຄະນະສະເພາະກິດອະນຸຍາດໃຫ້ເຂົ້າ-ອອກຄື ຈຸດປະຕູໂຂງທາງເຂົ້າເທສະບານເມືອງ ເພື່ອຜ່ານການກັ່ນກອງຕາມຂັ້ນຕອນ.
- 3 - ຍັງມີປະຊາຊົນຈຳນວນໜຶ່ງຝ່າຝືນລັກລອບເຂົ້າ-ອອກເມືອງຕົ້ນເຜິ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!