ອິນເດຍ ໃຊ້ງົບ 1.800 ລ້ານໂດລາ ປັບປຸງອາຄານລັດຖະສະພາ ແລະ ເຮືອນພັກຜູ້ນຳ ທ່າມກາງວິກິດໂຄວິດລະບາດ
ລັດຖະບານອິນເດຍໃຊ້ງົບປະມານ 1.800 ລ້ານໂດລາ ປັບປຸງອາຄານລັດຖະສະພາ ແລະ ເຮືອນພັກຜູ້ນຳປະເທດ ທ່າມກາງວິກິດໂຄວິດລະບາດໜັກ.
ສຳນັກຂ່າວ CNN ລາຍງານວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນຳລັດຖະບານນິວເດລີ ໄດ້ຊຸກຍູ້ແຜນໃຊ້ງົບປະມານໃນໂຄງການປັບປຸງອາຄານລັດຖະສະພາ ແລະ ເຮືອນພັກຜູ້ນຳປະເທດ ດ້ວຍງົບປະມານເຖິງ 1.800 ລ້ານໂດລາ.
ຢູ່ພາຍໃຕ້ຊື່ວ່າ: “ໂຄງການຟື້ນຟູພັດທະນາເມືອງສ່ວນກາງ (Central Vista Redevelopment) ເຊິ່ງໄດ້ຮັບການຈັດປະເພດເປັນ “ບໍລິການຈຳເປັນ” ສົ່ງຜົນໃຫ້ການດຳເນີນງານໂຄງການນີ້ຈະມີຕໍ່ ເຖິງວ່າການປັບປຸງອາຄານອື່ນໆຂອງລັດຖະບານຈະຖືກລະງັບແລ້ວກໍຕາມ.
ໂຄງການ Central Vista ເປັນການປັບປຸງພື້ນທີ່ສ່ວນກາງຂອງລັດຖະບານໃນເມືອງຫລວງ ນະຄອນຫລວງນິວເດລີ ເຊິ່ງເປັນທີ່ຕັ້ງຂອງສະຖານທີ່ເຮັດວຽກສຳຄັນຄືອາຄານລັດຖະສະພາ ແລະ ເຮືອນພັກຂອງບຸກຄົນສຳຄັນເຊັ່ນ: ທຳນຽບປະທານາທິບໍດີ ແລະ ເຮືອນພັກນາຍົກລັດຖະມົນຕີ.
ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ມີການລາຍງານອອກໄປ ສ້າງຄວາມບໍ່ພໍໃຈຕໍ່ປະຊາຊົນ ແລະ ຝ່າຍຄ້ານ ວ່າເປັນເວລາທີ່ສົມຄວນແລ້ວ ຫລື ບໍ່ ທີ່ຈະເອົາງົບປະມານມາໃຊ້ໃນການປັບປຸງຕອນນີ້, ຂະນະທີ່ປະເທດກຳລັງຜະເຊີນບັນຫາທີ່ໜັກ ຄືການລະບາດຂອງໂຄວິດ ແລະ ໃນໂຊຊຽວເອງ ນາຍົກລັດຖະມົນຕີ ໂມດີ ຍັງຖືກວິຈານວ່າເປັນໂຄງການທີ່ໄຮ້ປະໂຫຍດ ຕອນນີ້ຄວນນຳເອົາເງິນໄປສ້າງໂຮງໝໍຫລາຍກວ່າ ເພາະຊາວອິນເດຍເສຍຊີວິດຈາກໂຄວິດຫລາຍພັນຄົນຕໍ່ວັນ ເພາະສະຖານທີ່ປິ່ນປົວຢູ່ຊົນນະບົດບໍ່ມີເຄື່ອງມືທາງການແພດ ຫລື ອົກຊີພຽງພໍຈະໃຊ້ປິ່ນປົວຜູ້ຕິດເຊື້ອ.
ທ່າມກາງການຕິດເຊື້ອທີ່ຮຸນແຮງ ວັນທີ 8 ພຶດສະພາ ອິນເດຍມີຜູ້ຕິດເຊື້ອຫລາຍກວ່າ 400.000 ຄົນ ໃນວັນດຽວ ແລະ ມີຜູ້ເສຍຊີວິດຫລາຍກວ່າ 4.000 ຄົນ.
ອ້າງອີງ: ສຳນັກຂ່າວ CNN