ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%

- kitchen vibe - ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%

- 1500264128037 960x0 - ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%

ສຳນັກງານ​ສ​ະຖິຕິ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ຂໍ້​ມູນ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ປະຈຳ​ໄຕ​ມາດ​ທີ 2 ຂະຫຍາຍຕົວ 6,9% ສູງ​ກວ່າ​​ບັນດາ​ນັກວິ​ເຄາະ​ຄາດ​ຄະ​ເນ​ໄວ້​ກ່ອນ​ໜ້າ​ນີ້, ​ແຕ່​ປັດ​ໄຈ​ສ່ຽງ​ຈາກ​ທັງ​ພາຍ​ນອກ ​ແລະ ພາຍ​ໃນ​ປະ​ເທດ​ຍັງ​ເປັນ​ກັງວົນ.

- Visit Laos Visit SALANA BOUTIQUE HOTEL - ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%

ກ່ອນ​ໜ້າ​ນີ້, ບັນດາ​ນັກວິ​ເຄາະ​ຄາ​ດຄະ​ເນ​ເສດຖະກິດ​ຈີນ​ໃນ​ໄຕ​ມາດ​ທີ 2 ຈະ​ຂະຫຍາຍຕົວ 6,8% ຫລຸດ​ລົງ​ຈາກ​​ໄລຍະ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ທີ່​ຂະຫຍາຍຕົວ 6,9%. ​ໂຄສົກ​ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ​ເສດຖະກິດ​ຂອງ​ປະ​ເທດ​ເຕີບ​ໃຫຍ່​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ເຄິ່ງປີ​ທຳ​ອິດ​ຂອງ​ປີ​ນີ້ ກາຍ​ເປັນ​ຮາກ​ຖານ​ແຂງ​ແຮງ​ທີ່​ຈະ​ຊ່ວຍ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ທີ່​ລັດຖະບານ​ວາງ​ໄວ້​ໄດ້. ລັດຖະບານ​ຕັ້ງ​ເປົ້າຊຸກຍູ້​ໃຫ້ GDP ຂະຫຍາຍຕົວ 6,5% ​ໃນ​ປີ​ນີ້ ຫລຸດ​ລົງ​ຈາກ​ປີຜ່ານມາ ​ເຊິ່ງຢູ່​ລະດັບ 6,7%.

- DE6C45IWAAA4jJn - ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ໄຈ​ຄວາມ​ບໍ່​ແນ່ນອນ​ຈາກ​ພາຍ​ນອກ​ປະ​ເທດ ​ແລະ ບັນຫາ​ຄວາມ​ຂັດ​ແຍ່ງ​ທາງ​ໂຄງ​ສ້າງ​ພາຍ​ໃນ​ປະ​ເທດ ຍັງ​ເປັນ​ສິ່ງ​ທີ່ຕ້ອງ​ລະວັງ. ​ໃນ​ວັນ​ທີ 14 ກໍລະກົດ, ຟິດ ​ເຣດຕິ້ງ ​ເຕືອນ​ວ່າ: ບັນຫາ​ໜີ້​ທີ່​ພວມ​ຂະຫຍາຍຕົວ​ຢູ່​ຈີນ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ເຫດການ​ທາງ​ເສ​ດຖະກິດ ​ແລະ ການ​ເງິນ​ແບບ​ຄາດ​ບໍ່​ເຖິງ, ​ແຕ່​ບໍລິສັດ​ຍັງ​ຮັກສາ​ອັນ​ດັບ​ຂອງ​ຈີນ​ໄວ້ A+. ຂະນະ​ທີ່ ມູດີ ອິນ​ເວສ​ເຕີ ​ເຊີ​ວິສ ປັບ​ຫລຸດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຈີນ​ລົງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເກືອບ 3 ທົດ​ສະ​ວັດ ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ.

- 4 - ເສດຖະກິດຈີນໄຕມາດ 2 ຂະຫຍາຍຕົວ 6,9%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!