ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແຂວງພາກເໜືອແກ້ໄຂການລະບາດຂອງພະຍາດໂຄວິດ-19

- 752 - ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແຂວງພາກເໜືອແກ້ໄຂການລະບາດຂອງພະຍາດໂຄວິດ-19
- kitchen vibe - ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແຂວງພາກເໜືອແກ້ໄຂການລະບາດຂອງພະຍາດໂຄວິດ-19

ໃນວັນທີ 9 ພຶດສະພາ 2021 ທີ່ສະໜາມບີນສາກົນຫລວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ. ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງຫລວງພະບາງ ພ້ອມດ້ວຍຄະນະສະເພາະກິດແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.

- 8623 300x224 - ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແຂວງພາກເໜືອແກ້ໄຂການລະບາດຂອງພະຍາດໂຄວິດ-19

ໂອກາດນີ້, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ໄດ້ປະຊຸມຮ່ວມກັບຄະນະສະເພາະກິດແຂວງຫລວງພະບາງ, ເຊິ່ງໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ຈາກຫົວໜ້າຄະນະສະເພາະກິດຂັ້ນແຂວງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫລວງພະບາງ.

ພາຍຫລັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫລວງພະບາງ ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະເດີນທາງໄປເຮັດວຽກ ຮ່ວມກັບຄະນະສະເພາະກິດ ແລະ ທີມແພດທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອຕື່ມອີກ.

- 4 - ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແຂວງພາກເໜືອແກ້ໄຂການລະບາດຂອງພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!