ມວນຊົນຊາວນະຄອນຫຼວງວຽງຈັນ 500 ກວ່າຄົນ ຢ່າງເພື່ອສຸຂະພາບສະຫຼອງຄົບຮອບ 51 ປີ
July 17, 2017 - 4:13 PM




ອຳນາດປົກຄອງ ນະຄອນ ຫຼວງວຽງຈັນ ຮ່ວມມືລະຫວ່າງ ຄະນະພັກ, ອົງການປົກຄອງ ນ.ວ ແລະ ພະແນກສຶກສາທິການ ແລະ ກິລາ ນ.ວ, ທະຫານ-ຕຳຫຼວດ ພ້ອມດ້ວຍພໍ່-ແມ່ ປະຊາຊົນລາວ ນ.ວ ຈັດກິດຈະກຳຢ່າງເພື່ອສຸຂະ ພາບ ແລະ ຖີບລົດມິດຕະພາບ ໃນ ວັນທີ 15 ກໍລະກົດຜ່ານມາ ທີ່ປະ ຕູໄຊ ເມືອງຈັນທະບູລີ ໂດຍໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີກະຊວງສືກສາທິການ ແລະ ກິລາ, ມ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ບົວລານ ສິລິປັນ ຍາ ຮອງລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ. ພ້ອດ້ວຍ ບັນດາຫົວໜ້າ-ຮອງຫົວໜ້າ ພະແນກອ້ອມຂ້າງ ນ.ວ ແລະ ຊາວ ນ.ວ ຕະຫຼອດຮອດອົງການ ຈັດຕັ້ງສາກົນເຂົ້າຮ່ວມ 500 ກວ່າຄົນ.
ສຳລັບກິດຈະກຳການຢ່າງເພື່ອສຸຂະພາບໃນຄັ້ງນີ້ ໄດ້ເລີ່ມ ຕົ້ນຈາກສວນປະຕູໄຊ ໄປໂຄ້ງ ກັບຄືນຕໍ່ໜ້າຫໍຄຳ ຫາປະຕູໄຊ ສ່ວນລົດຖີບແມ່ນຖີບໃນໄລຍະ ທາງ 55 ກິໂລແມັດ ເລີ່ມຈາກ ປະຕູໄຊ ເມືອງຈັນທະບູລີ ໄປ ຕາມເສັ້ນທາງ 450 ປີ ແລະ ໂຄ້ງ ກັບຄືນຕໍ່ໜ້າສາງທ່ານາແລ້ງ ເມືອງຫາດຊາຍຟອງ ກ່ອນມາ ລ້ຽວຊາຍໄຟແດງດົງໂດກ ເມືອງ ໄຊທານີ ກັບມາຈຸດເກົ່າທີ່ປະຕູໄຊ.
ການຈັດກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກ ຈາກບໍລິສັດ ເບຍລາວ ຈຳກັດ ມູນຄ່າ 12 ລ້ານກວ່າກີບ ແລະ ທ່ານ ຄຳເສັງ ສູນດາລາ ປະ ທານບໍລິສັດ ຄຳເສັງ ຈຳກັດ 12 ລ້ານກີບ. ນອກຈາກນັ້ນ ກໍຍັງມີ ບັນດາພາກສ່ວນບໍລິສັດ, ຫ້າງ ຮ້ານ, ຫົວໜ່ວຍທຸລະກິດ ແລະ ນັກທຸລະກິດພາຍໃນ ນະຄອນ ຫຼວງວຽງຈັນ ລວມມູນຄ່າ 30 ກວ່າລ້ານກີບ.