ທ່າທີຂອງສະຫະລັດ ອາເມລິກາ ຕໍ່ກັບການຖອນຕົວຂອງລັດເຊຍ ອອກຈາກສົນທິສັນຍາວ່າດ້ວຍ “ທ້ອງຟ້າເປີດ”
ວັນທີ 12 ພຶດສະພານີ້ ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເມື່ອວັນທີ 11 ພຶດສະພາທີ່ຜ່ານມາ ປະທານາທິບໍດີ ວະລາດີເມຍ ປູຕິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ: ການຖອນຕົວອອກຈາກສົນທິສັນຍາວ່າດ້ວຍ “ທ້ອງຟ້າເປີດ” ຕໍ່ລັດສະພາ ດູມາ ຂອງລັດເຊຍ.
ສຳນັກຂ່າວ TASS ໂດຍອ້າງອີງເນື້ອໃນສ່ວນໜຶ່ງຂອງຮ່າງກົດໝາຍທີ່ປະທານາທິບໍດີ ປູຕິນ ຢື່ນຕໍ່ລັດຖະສະພານັ້ນວ່າ: “ສົນທິສັນຍາວ່າດ້ວຍ “ທ້ອງຟ້າເປີດ” ໄດ້ເພີ່ມຄວາມເຊື່ອໝັ້ນໃນຂົງເຂດວຽກງານປ້ອງກັນຊາດຫຼາຍຂຶ້ນ. ແຕ່ການຖອນຕົວອອກຈາກສົນທິສັນຍາດັ່ງກ່າວຂອງສະຫະລັດອາເມລິກາ ໄດ້ພິກປີ້ນສິດຜົນປະໂຫຍດລວມ ຂອງບັນດາປະຊາຊາດທີ່ເຂົ້າຮ່ວມການລົງນາມ.ຈຶ່ງເຮັດໃຫ້ລັດເຊຍ ແລະ ປະຊາຊາດອື່ນໆເລີ່ມຖອນຕົວອອກຈາກສົນທິສັນຍາດັ່ງກ່າວ ”.
ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ທ່ານ Ned Price ໃຫ້ຮູ້ວ່າ ລັດຖະບານຂອງປະທານາທິບໍດີ ໂຈໄບເດັນ ກຳລັງດຳເນີນການທາບທາມບັນດາປະເທດພັນທະມິດຂອງຕົນ ພ້ອມທັງຮຽກຮ້ອງໃຫ້ລັດເຊຍກັບຄືນເຂົ້າສູ່ ສົນທິສັນຍາດັ້ງກ່າວ.
ທ່ານ Price ກ່າວຕໍ່ໜັງສືພິມ Channel News Asia ວ່າ: “ພວກເຮົາບໍ່ທັນກ່າວເຖິງອະນາຄົດຂອງສະຫະລັດວ່າຈະເຂົ້າຮ່ວມ ສົນທິສັນຍາ “ທ້ອງຟ້າເປີດ” ຫຼື ບໍ່. ພວກເຮົາກຳລັງພິຈາລະນາເບິ່ງສິ່ງກ່ຽວຂ້ອງພົວພັນກັບສົນທິສັນຍາດັ່ງກ່າວກ່ອນ. ການທີ່ລັດເຊຍບໍ່ເຂົ້າຮ່ວມສົນທິສັນຍາດັ່ງກ່າວ ເປັນປັດໄຈໜຶ່ງທີ່ພວກເຮົາຈະຕ້ອງເບິ່ງຄືນຕົນເອງ. ໃນຂະນະທີ່ພວກເຮົາກຳລັງເບິ່ງບັນຫາຢູ່ນີ້, ຮຽກຮ້ອງໃຫ້ ມົສໂກ ຈົ່ງໄດ້ປະຕິບັດ ແລະ ກັບຄືນສູ່ສົນທິສັນຍາດັ່ງກ່າວ”.
ກ່ອນໜ້ານັ້ນ, ສະຫະລັດໄດ້ຖອນຕົວອອກຈາກສົນທິສັນຍາ “ຟ້ອງຟ້າເປີດ” ໃນວັນທີ 20 ພະຈິກ 2020 ພາຍຫຼັງ ອະດີດປະທານາທິບໍດີ ໂນນັລທຣຳ ອ້າງເຫດຜົນວ່າ ມົສໂກ ລະເມີດມາດຕະການຂອງສົນທິສັນຍາດັ່ງກ່າວຫຼາຍຄັ້ງ.