ເຢຍລະມັນອະນຸຍາດໃຫ້ຜູ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບໂດສເຂົ້າປະເທດບໍ່ຕ້ອງກັກຕົວ

- RED UPDATE COVID 19 NOW2 23 - ເຢຍລະມັນອະນຸຍາດໃຫ້ຜູ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບໂດສເຂົ້າປະເທດບໍ່ຕ້ອງກັກຕົວ
- kitchen vibe - ເຢຍລະມັນອະນຸຍາດໃຫ້ຜູ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບໂດສເຂົ້າປະເທດບໍ່ຕ້ອງກັກຕົວ

ວັນທີ 13 ພຶດສະພາ 2021, ລັດຖະບານເຢຍລະມັນປະກາດຫລຸດຜ່ອນຂໍ້ຈຳກັດການເດີນທາງເຂົ້າປະເທດ ໂດຍອະນຸຍາດໃຫ້ຜູ້ທີ່ຮັບວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄົບໂດສ ຫລື ຫາຍດີຈາກພະຍາດໂຄວິດ-19 ເດີນທາງເຂົ້າປະເທດໂດຍບໍ່ຕ້ອງກັກຕົວ.

ນັກເດີນທາງທີ່ມີຄຸນສົມບັດເບື້ອງຕົ້ນສາມາດເດີນທາງເຂົ້າເຢຍລະມັນໄດ້ເຊັ່ນດຽວກັບຜູ້ທີ່ຜ່ານການກວດພະຍາດ ໂດຍນັກເດີນທາງທີ່ມີຫລັກຖານຫາຍຈາກພະຍາດ ຫລື ສັກວັກຊີນທີ່ເໝາະສົມຈະບໍ່ຕ້ອງສະແດງຜົນກວດພະຍາດທີ່ເປັນລົບອີກຕໍ່ໄປ ເມື່ອເດີນທາງມາເຖິງ ຍົກເວັ້ນຜູ້ມາຈາກ “ພື້ນທີ່ທີ່ພົບພະຍາດໂຄວິດ-19 ຊະນິດກາຍພັນ” ຄືອິນເດຍ ຫລື ບຣາຊິລ.

- Visit Laos Visit SALANA BOUTIQUE HOTEL - ເຢຍລະມັນອະນຸຍາດໃຫ້ຜູ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບໂດສເຂົ້າປະເທດບໍ່ຕ້ອງກັກຕົວ

ຂະນະດຽວກັນ, ລັດຖະບານເຢຍລະມັນ ເນັ້ນວ່າ: “ສະຖານະການການຕິດເຊື້ອທົ່ວໂລກຍັງມີຄວາມບໍ່ແນ່ນອນສູງ” ເນື່ອງຈາກພະຍາດໂຄວິດ-19 ຊະນິດກາຍພັນໃໝ່ທີ່ຕິດເຊື້ອງ່າຍຂຶ້ນກຳລັງແຜ່ລະບາດ. ຂະນະດຽວກັນ ຍັງບໍ່ສາມາດຕີລາຄາຜົນກະທົບທາງສາທາລະນະສຸກທີ່ອາດເກີດຂຶ້ນໄດ້ຢ່າງແນ່ນອນ.

ເຖິງຢ່າງໃດກໍດີ, ນັກເດີນທາງຈາກພື້ນທີ່ທີ່ມີອຸບັດການຂອງພະຍາດສູງຍັງຕ້ອງເຂົ້າກັກຕົວຕໍ່ໄປ, ແຕ່ອາດໄດ້ຮັບການຍົກເວັ້ນຖ້າມີຜົນກວດພະຍາດເປັນລົບຢ່າງວ່ອງໄວທີ່ສຸດຫລັງກວດ 5 ວັນ, ສ່ວນຜູ້ທີ່ຢູ່ໃນພື້ນທີ່ທີ່ພົບພະຍາດໂຄວິດ-19 ຊະນິດກາຍພັນ ຕ້ອງມີຜົນກວດເປັນລົບຢ່າງໜ້ອຍ 10 ວັນກ່ອນເຂົ້າເຢຍລະມັນ.

ຂໍ້ຈຳກັດການເດີນທາງເຂົ້າປະເທດໃໝ່ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 13 ພຶດສະພາເປັນຕົ້ນໄປ ໂດຍນັກເດີນທາງສາມາດກວດສອບປະເທດທີ່ຖືກຈັດເປັນພື້ນທີ່ສ່ຽງ, ອຸບັດການຂອງພະຍາດສູງ ຫລື ພື້ນທີ່ທີ່ພົບພະຍາດໂຄວິດ-19 ຊະນິດກາຍພັນ ໃນເວັບໄຊສະຖາບັນໂຣເບິດ ຄ໊ອກ (RKI) ເຊິ່ງເປັນໜ່ວຍງານລັດຖະບານກາງດ້ານການຄວບຄຸມ ແລະ ປ້ອງກັນພະຍາດຂອງປະເທດ.

ທັງນີ້, RKI ເປີດເຜີຍວ່າ: ປະຊາຊົນໃນເຢຍລະມັນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຄົບໂດສຫລາຍກວ່າ 8 ລ້ານຄົນແລ້ວ ເມື່ອໄລ່ຮອດວັນທີ 10 ພຶດສະພາຜ່ານມາ ເຮັດໃຫ້ອັດຕາການສັກວັກຊີນຂອງປະເທດ 9,6%.

ອ້າງອີງ: ສຳນັກຂ່າວຊິນຮົວ

- 3 - ເຢຍລະມັນອະນຸຍາດໃຫ້ຜູ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບໂດສເຂົ້າປະເທດບໍ່ຕ້ອງກັກຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!