5 ບັນຫາສຸຂະພາບແຂ້ວທີ່ຄວນເອົາໃຈໃສ່
May 15, 2021 - 2:08 PM


- ບັນຫາແຂ້ວເຫລືອງ : ຈາກຄາບຢາສູບ, ຊາ, ກາເຟ ສາມາດປ້ອງກັນໄດ້ໂດຍການຫລຸດການສູບຢາ ແລະ ຫລຸດຜ່ອນການດື່ມເຄື່ອງດື່ມເຫລົ່ານີ້ ແລ້ວຫັກໄປດື່ມເຄື່ອງດື່ມເພື່ອສຸຂະພາບອື່ນໆທີ່ບໍ່ມີລິດເປັນກົດກັດແຂ້ວ.
- ບັນຫາຄາບຫີນປູນ ແລະ ເຫືອກອັກເສບ : ເກີດຈາກການຖູແຂ້ວບໍ່ທົ່ວເຖິງ ຈຶ່ງເກີດການສະສົມຂອງຄາບຈຸລິນຊີຕາມບໍລິເວນເຫືອກ ແລະ ຫວ່າງແຂ້ວ.
- ບັນຫາແຂ້ວແຕກຫັກ : ເກີດໄດ້ຈາກຫລາຍສາເຫດ ເຊັ່ນ : ໃຊ້ແຂ້ວກັດ ຫລື ແຫ້ນອາຫານທີ່ແຂງເກີນໄປເປັນປະຈຳ, ການຫຍ້ຳແຂ້ວກັດແຂ້ວໃນຂະນະເຄັ່ງຄຽດ ຫລື ໃນເວລານອນ.
- ບັນຫາແຂ້ວແມງ : ເກີດຈາກກາຖືເບົາໃນການຖູແຂ້ວ ແລະ ຖູແຂ້ວບໍ່ທົ່ວເຖິງທຸກບໍລິເວນ ລວມທັງບໍ່ໃຊ້ໄໝຜັດແຂ້ວຢ່າງສະໝ່ຳສະເໝີ ແລະ ບໍ່ໃຊ້ນຳ້ຢາບ້ວນປາກເພື່ອຂ້າເຊື້ອແບັກທີເຣຍ.
- ບັນຫາກິ່ນປາກ : ສາເຫດມາຈາກໃນຜົ້ງປາກ ຫລື ອາດຈະມາຈາກອະໄວຍະວະພາຍໃນລະບົບທາງເດີນຫາຍໃຈ ແລະ ທາງເດີນອາຫານ.
- 5 ອາຫານອັນຕະລາຍທີ່ທຳລາຍແຂ້ວ ປະກອບມີ : ນ້ຳກ້ອນ ອັນຕະລາຍຕໍ່ຜິວແຂ້ວ ຫຍ້ຳຕະຫລອດລະວັງແຂ້ວແຕກ ຫລື ບິ່ນ, ເຂົ້າໜົມກິນຫລິ້ນ ມັກຕິດຄ້າງໃນຫວ່າງແຂ້ວ ເຮັດໃຫ້ເປັນແຂ້ວແມງໄດ້ງ່າຍ, ກາເຟມີສານກາເຟອີນເຮັດໃຫ້ປາກແຫ້ງ, ສ່ຽງເປັນແຂ້ວແມງ, ມີກິ່ນປາກ ແລະ ແຂ້ວເຫລືອງ, ນ້ຳອັດລົມ ມີນ້ຳຕານເປັນສ່ວນປະກອບຫລັກ ອັນຕະລາຍຕໍ່ແຂ້ວ, ອານກໍຮໍ ຍິ່ງດື່ມຫລາຍ ນ້ຳລາຍຍິ່ງໜ້ອຍ, ສ່ຽງເປັນແຂ້ວແມງ, ແຂ້ວຜຸຜ່ອຍ, ເຫືອກອັກເສບ ແລະ ມະເຮັງໃນຜົ້ງປາກ ເປັນຕົ້ນ.