ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ

- 985 - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ
- kitchen vibe - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ
ໃນວັນທີ 15 ພຶດສະພານີ້, ແຂວງຫລວງພະບາງ ໄດ້ສຳເລັດການປິ່ນປົວຜູ້ຕິດເຊື້ອຫາຍດີ 6 ຄົນ ແລະ ອອກໂຮງໝໍກັບບ້ານແລ້ວ ໃນນັ້ນມີ ນາງ ຕຸລີ ອາຍຸ 34 ປີ ຢູ່ບ້ານນາຊ່າງເຫວີຍ, ນາງ ເມລິນ ອາຍຸ 19 ປີ ຢູ່ບ້ານ ເມືອງງາ, ນາງ ໄລ ອາຍຸ 27 ປີ ຢູ່ບ້ານ ນາວຽງຄໍາ, ທ້າວ ເພັດການດາ ອາຍຸ 20 ປີ ຢູ່ບ້ານໝື່ນນາ, ທ້າວ ແສງເພັດ ອາຍຸ 40 ປີ ຢູ່ບ້ານປາກແວດ, ທ້າວ ນິຄົມ ອາຍຸ 56 ປີ ຢູ່ບ້ານປາກແວດ ແລະ ທັງ 6 ຄົນ ໃຫ້ໄປສຶບຕໍ່ຈໍາກັດບໍລິເວນຕົນເອງຢ່າງເຄັ່ງຄັດ ຢູ່ເຮືອນເປັນເວລາ 14 ວັນຕື່ມອີກ ຈຶ່ງໃຫ້ເຄື່ອນໄຫວໄປມາຫາສູ່ພາຍໃນສັງຄົມໄດ້, ສ່ວນຄົນເຈັບທີ່ຍັງປິ່ນປົວບໍ່ທັນຫາຍດີ 7 ຄົນ, ແມ່ນຕ້ອງສືບຕໍ່ປິ່ນປົວ ແລະ ຕິດຕາມອາການຢູ່ຕຶກແຍກປ່ຽວ ຕໍ່ໄປ. ພ້ອມນີ້, ຜູ້ທີ່ປິ່ນປົວຫາຍດີຈາກເຊື້ອພະຍາດໂຄວິດ-19 ແລ້ວ ເວລາຢູ່ບ້ານແມ່ນໃຫ້ພັກຜ່ອນພຽງພໍ, ກິນອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ, ຫ້າມກິນເຂົ້າຮ່ວມພາກັບຄອບຄົວ, ຮັກສາໄລຍະຫ່າງ, ຫ້າມອອກໄປທ່ຽວສະຖານທີ່ ທີ່ມີຊຸມຊົນຄົນຫລາຍ, ຮ້ານຄ້າ, ຕະຫລາດ ແລະ ບ່ອນອື່ນໆ ຈົນກວ່າຄົບກໍານົດເວລາ 14 ວັນ.
- 789 300x224 - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ
ຖ້າຫາກມີອາການຜິດປົກກະຕິ ເຊັ່ນ: ເປັນໄຂ້, ໄອ, ຫາຍໃຈເມື່ອຍ, ດັງບໍ່ມີກິ່ນ, ລິ້ນບໍ່ມີລົດຊາດ ແມ່ນໃຫ້ກັບຄືນໄປກວດຢູ່ໂຮງໝໍແຂວງຕື່ມອີກ.
ແຂວງຫລວງພະບາງ ໄດ້ຮັບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ. ໃນນີ້, ຢູ່ ນະຄອນຫລວງພະບາງ ມີ 8 ຄົນ ແລະ ເມືອງຊຽງເງິນ 5 ຄົນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວ ນັບແຕ່ວັນທີ 24 ເມສາ 2021 ເປັນຕົ້ນມາ. ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆ ຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ຊິດ.
- 4 - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ
- 5 - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ
- 3 - ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ