ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ

-                    - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ
- kitchen vibe - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ

ວັນທີ 21 ພຶດສະພາ 2021, ທາງການອິສລາແອນ ແລະ ກຸ່ມຮາມາດ ກຸ່ມກອງກຳລັງຕິດອາວຸດຊາວປາແລັສຕິນ ບັນລຸຂໍ້ຕົກລົງຢຸດຍິງທີ່ສະເໜີໂດຍອີຢິບ ຢຸດສົງຄາມນອງເລືອດ 11 ວັນ ໂດຍມີຜົນນັບແຕ່ເວລາ 23:00 ໂມງ ຂອງວັນທີ 20 ພຶດສະພາ ຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດລວມຢ່າງໜ້ອຍ 244 ຄົນ ເປັນຊາວປາແລັສຕິນ 232 ຄົນ​, ອີກ 12 ຄົນເປັນຊາວອິສລາແອນ.

ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິສລາແອນ ປະກາດ “ລັດຖະບານມີມະຕິຢ່າງເປັນເອກະພາບ ຍອມຮັບຂໍ້ສະເໜີທາງການອີຢິບຢ່າງບໍ່ມີເງື່ອນໄຂທີ່ຈະຢຸດຍິງ”.

- Visit Laos Visit SALANA BOUTIQUE HOTEL - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ
- Visit Laos Visit SALANA BOUTIQUE HOTEL - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ

ສ່ວນທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ເນັ້ນຫວັງໃຫ້ມີການປານີປານອມກັນຢ່າງແທ້ຈິງເກີດຂຶ້ນຫລັງການບັນລຸຂໍ້ຕົກລົງຢຸດຍິງ.

“ຂ້າພະເຈົ້າເນັ້ນວ່າ: ຜູ້ນຳອິສລາແອນ ແລະ ປາແລັສຕິນມີສ່ວນຮັບຜິດຊອບໃນການຟື້ນຟູຄວາມສະຫງົບສຸກ ແລະ ເປີດພື້ນທີ່ການເຈລະຈາເພື່ອແກ້ໄຂເຖິງບັນຫາທີ່ຝັງຮາກເລິກຢູ່ພາຍໃນຄວາມຂັດແຍ່ງຂອງອິສລາແອນ ແລະ ປາແລັສຕິນ.

ເຂດກາຊາເປັນສ່ວນສຳຄັນຂອງລັດປາແລັສຕິນໃນອະນາຄົດ ແລະ ບໍ່ຄວນມີຄວາມພະຍາຍາມໃດຖືກເກັບອອມໄວ້ ເພື່ອຈະສ້າງຄວາມປອງດອງໃຫ້ເກີດຂຶ້ນຢ່າງແທ້ຈິງ ເພື່ອຢຸດການແບ່ງແຍກ”.

ອ້າງອີງ:

- 4 - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ
- 5 - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ
- 3 - ອິສລາແອນ-ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ ຢຸດສົງຄາມນອງເລືອດ 11 ວັນ