ນ້ຳ​ອັດ​ລົມ​ມີ​ນ້ຳຕານ​ກັບ​ບໍ່​ມີ​ນ້ຳ​ຕານ ແບບ​ໃດ​ອັນ​ຕະ​ລາຍ​ກ່​ວາ​ກັນ ?

- 092402 2021 - ນ້ຳ​ອັດ​ລົມ​ມີ​ນ້ຳຕານ​ກັບ​ບໍ່​ມີ​ນ້ຳ​ຕານ ແບບ​ໃດ​ອັນ​ຕະ​ລາຍ​ກ່​ວາ​ກັນ ?
- kitchen vibe - ນ້ຳ​ອັດ​ລົມ​ມີ​ນ້ຳຕານ​ກັບ​ບໍ່​ມີ​ນ້ຳ​ຕານ ແບບ​ໃດ​ອັນ​ຕະ​ລາຍ​ກ່​ວາ​ກັນ ?

ນ້ຳ​ອັດ​ລົມ​ທີ່​ມີ​ການ​ປະ​ສົມ​ແຮ່​ທາດ​ວິ​ຕາ​ມິນ​ຕ່າງໆ​ນັ້ນ​ບໍ່​ໄດ້​ຊ່ວຍ​ໃຫ້​ດີ​ຕໍ່​ສຸ​ຂະ​ພາບ​ຫລາຍ​ກ່​ວາ​ເກົ່າ​ດັ່​ງ​ທີ່​ໂຄ​ສະ​ນາ. ສຳ​ລັບ​ຄົນ​ສ່ວນ​ຫລາຍບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ແຮ່​ທາດ ຫລື ວິ​ຕາ​ມິນ​ເພີ່ມ​ຕື່ມ​ຈາກ​ນ້ຳ​ອັດ​ລົມ ເພາະ​ສານ​ອາ​ຫານ​ທີ່​ຜູ້​ຜະ​ລິດ​ເພີ່ມ​ເຂົ້າ​ໄປ​ມັກ​ບໍ່​ແມ່ນ​ສານ​ອາ​ຫານ​ທີ່​ຮ່າງ​ກາຍບໍ່​ໄດ້​ຮັບ​ພຽງ​ພໍ​ຈາກ​ອາ​ຫານ​ ເຊັ່ນ : ທາດ​ການ​ຊຽມ, ວິ​ຕາ​ມິນ D, ໂຟ​ເລດ ຫລື ໂປ​ຕັ​ສ​ຊຽມ. ສ່ວນ​ການ​ດື່ມ​ນ້ຳ​ອັດ​ລົມ​ທີ່​ໃຊ້​ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸ​ຂະ​ພາບ​ໜ້ອຍ​ກ່​ວາ​ນ້ຳ​ອັດ​ລົມ​ທີ່​ມີ​ນ້ຳ​ຕານ​ແທ້​ຫລືບໍ່​ນັ້ນ ປັດ​ຈຸ​ບັນ​ຍັງ​ມີ​ຄວາມ​ຄຸມ​ເຄືອ​ຢູ່​ຫລາຍ ແລະ ບໍ່​ສາ​ມາດ​ສະ​ຫລຸບ​ໄດ້​ຢ່າງ​ຈະ​ແຈ້ງ ເພາະ​ເຖິງວ່າ​ນ້ຳ​ອັດ​ລົມ​ທີ່ບໍ່​ມີ​ນ້ຳ​ຕານນັ້ນ​ໜ້າ​ຈະ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຕໍ່​ພະ​ຍາດ​ຕຸ້ຍ ຫລື ພະ​ຍາດ​ເບົາ​ຫວານ​ລົງ​ໄປ, ແຕ່​ກໍ​ມີ​ການ​ສຶກ​ສາ​ພຽງ​ເລັກ​ໜ້ອຍ​ທີ່ຢັ້ງ​ຢືນ​ຂໍ້​ສັນ​ນິ​ຖານ​ດັ່ງ​ກ່າວ. ນອກ​ຈາກນີ້, ການ​ສຶກ​ສາ​ໜຶ່ງ​ໃນ​ປີ 2008 ພົບ​ວ່າ​ຜູ້​ທີ່​ດື່ມ​ນ້ຳ​ອັດ​ລົມ​ບໍ່​ມີ​ນ້ຳ​ຕານ​ພຽງ​ມື້​ລະ 1 ກະ​ປ໋ອງ ມີ​ໂອ​ກາດ​ສ່ຽງ​ຕໍ່​ການ​ເກີ​ດ​ຄວາມ​ຕຸ້ຍ​ລົງ​ພຸງ ລວມ​ເຖິງ​ການ​ມີ​ນ້ຳ​ໜັກ​ເກີນ ແລະ ລະ​ດັບ​​ນ້ຳ​ຕານ​ໃນ​ເລືອດ​ທີ່​ສູງ ເຊິ່ງ​ປັດ​ໄຈ​ເຫລົ່າ​ນີ້​ລ້ວນ​ອາດນ​ໄປ​ສູ່​ການ​ເກີດ​ພະ​ຍາດ​ເບົາ​ຫວານ​ໄດ້​ໃນ​ທີ່​ສຸດ. ການ​ທົດ​ລອງ​ໃຫ້​ດື່ມ​ນ້ຳ​ອັດ​ລົມ​ທີ່​ມີ​ນ້ຳ​ຕານ ແລະ ບໍ່​ມີ​ນ້ຳ​ຕານ ຜົນ​ຮັບ​ຫລັງ​ຈາກ​ຜ່ານ​ໄປ 1 ປີ ເຖິງ​ຈະ​ພົບ​ວ່າ​ກຸ່​ມ​ທີ່​ດື່ມ​ນ້ຳ​ອັດ​ລົມ​ບໍ່​ມີ​ນ້ຳ​ຕານ​ມີ​ນ້ຳ​ໜັກ​ຫລຸດ​ລົງ​ເລັກ​ໜ້ອຍ, ແຕ່​ເມື່ອ​ຜ່ານ​ໄປ 2 ປີ ຊ້ຳ​ບໍ່​ພົບ​ຄວາມ​ແຕກ​ຕ່າງ​ຂອງ​ນ້ຳ​ໜັກ​ໂຕ​ລະ​ຫ່​ວາງ​ທັງ​ສອງ​ກຸ່ມ​ຫລາຍ​ພໍ​ປານ​ໃດ.

- 052402 2021 - ນ້ຳ​ອັດ​ລົມ​ມີ​ນ້ຳຕານ​ກັບ​ບໍ່​ມີ​ນ້ຳ​ຕານ ແບບ​ໃດ​ອັນ​ຕະ​ລາຍ​ກ່​ວາ​ກັນ ?

ແນວ​ໃດ​ກໍ​ຕາມ, ຜູ້​ຊ່ຽວ​ຊານ​ສ່ວນ​ຫລາຍ​ລົງ​ຄວາມ​ເຫັນ​ວ່າ ຫາກ​ປຽບ​ທຽບ​ກັນ​ແລ້ວ​ເຄື່ອງ​ດື່ມ​ນ້ຳ​ອັດ​ລົມ​ທີ່​ມີ​ກາ​ລໍ​ຣີ​ຕ່ຳ ຫລື ບໍ່​ມີ​ກາ​ລໍ​ຣີ​ຍ່ອມ​ດີ​ກ່​ວາ​ເຄື່ອງ​ດື່ມ​ນ້ຳ​ອັດ​ລົມ​ປົກ​ກະ​ຕິ​ທີ່​ມີ​ສ່ວນ​ປະ​ສົມ​ຂອງ​ນ້ຳ​ຕານ ຫາກ​ດື່ມ​ໃນ​ປະ​ລິ​ມານ​ທີ່​ພໍ​ດີ ໂດຍບໍ່​ໃຊ້​ເປັນ​ຂໍ້​ອ້າງ​ເພື່ອ​ທີ່​ຈະ​ກິນ​ອາ​ຫານ​ທີ່​ມີ​ກາ​ລໍ​ຣີ​ສູງ​ຊະ​ນິດ​ອື່ນໆ​ໄດ້​ຫລາຍ​ຂຶ້ນ.

ຄວບ​ຄຸມ​ການ​ດື່ມ​ນ້ຳ​ອັດ​ລົມ​ເພື່ອ​ສຸ​ຂະ​ພາບ​ທີ່​ດີ : ຍ້ອນ​ຄວາມ​ຈິງ​ທີ່​ວ່າ​ນ້ຳ​ອັດ​ລົມ​ທັງ​ທີ່​ມີ​ນ້ຳ​ຕານ ຫລື ບໍ່​ມີ​ນ້ຳ​ຕານ ລ້ວນ​ແຕ່ບໍ່​ດີ​ຕໍ່​ສຸ​ຂະ​ພາບ​ປານ​ໃດ ສຳ​ລັບ​ຜູ້​ທີ່​ຕິດ​ນ້ຳ​ອັດ​ລົມ ການ​ເອົາ​ຊະ​ນ​ະ​ຄວາມ​ຢາກ ແລະ ຄວາມ​ກະ​ຫາຍ​ອາດ​ເປັນ​ເລື່ອງ​ຍາກ ຕໍ່​ໄປ​ນີ້​ເປັນ​ແນວ​ທາງ​ໃນ​ການ​ຫລຸດ​ນ້ຳ​ອັດ​ລົມ​ຢ່າງ​ໄດ້​ຜົນ​ທີ່​ສາ​ມາດ​ເຮັດ​ຕາມ​ຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ​ໄດ້.

  • ຄ່ອຍໆ​ປ່ຽນ​ຈາກ​ນ້ຳ​ອັດ​ລົມ​ທີ່​ມີ​ນ້ຳ​ຕານ​ເປັນ​ນ້ຳ​ອັດ​ລົມ​ຊະ​ນິດບໍ່​ມີ​ນ້ຳ​ຕານ ເຊິ່ງ​ແນ່ນອນ​ວ່າ​ນ້ຳ​ອັດ​ລົມ​ທີ່ບໍ່​ມີ​ນ້ຳ​ຕານນັ້ນ​ບໍ່​ແມ່ນ​ທາງ​ເລືອກ​ທີ່​ດີ​ສຸດ, ແຕ່​ກໍ​ມີ​ຄວາມ​ສ່ຽງ​ຕໍ່​ພະ​ຍາດ​ຕຸ້ຍ​ໜ້ອຍ​ກ່​ວາ.
  • ຄ່ອຍໆ​ຫລຸດ​ປະ​ລິ​ມານ​ການ​ດື່ມ ໂດຍ​ເລືອກ​ເຄື່ອງ​ດື່ມ​ຊະ​ນິດ​ອື່ນ​ໆ​ທົດ​ແທນ ຈາກ​ທີ່​ເຄີຍ​ດື່ມ​ນ້ຳ​ອັດ​ລົມ​ທີ່​ມີ​ນ້ຳ​ຕານ ຫລື ບໍ່​ມີ​ນ້ຳ​ຕານມື້​ລະ 1 ກະ​ປ໋ອງ ເຊິ່ງ​ເຄື່ອງ​ດື່ມ​ທີ່​ດີ ແລະ ເປັນ​ທຳ​ມະ​ຊາດ​ທີ່​ສຸ​ດ​ກໍ​ຄື ນ້ຳ​ດື່ມ​ບໍ​ລິ​ສຸດ ຫລື ວ່າ​ຈະ​ເລືອກ​ດື່ມ​ນ້ຳ​ໝາກ​ໄມ້ 100% ຫລື ນົມ​ໄຂ​ມັນ​ຕ່ຳ​ມື້​ລະ 1 ຈອກ​ກໍ​ດີ​ຕໍ່​ສຸ​ຂະ​ພາບ​ຄື​ກັນ.
  • ຫາກ​ຮູ້​ສຶກ​ຢາກ​ເຄື່ອງ​ດື່ມ​ທີ່​ມີ​ລົດ​ຊາດ​ຄື​ນ້ຳ​ອັດ​ລົມ​ຫລາຍໆ​ໃຫ້​ລອງ​ດື່ມ​ໂຊ​ດາ​ປະ​ສົມ​ກັບ​ສານ​ແຕ່ງ​ລົດ​ຊາດ​ທີ່ບໍ່​ມີ​ກາ​ລໍ​ຣີ.
  • ເມື່ອ​ຕ້ອງ​ການ​ກາ​ເຟ​ອີນ ການ​ດື່ມ​ຊາ​ ຫລື ກາ​ເຟ​ໂດຍ​ເພີ່ມ​ນ້ຳ​ຕານ​ພຽງ​ເລັກ​ໜ້ອຍ​ຍ່ອມ​ເປັນ​ທາ​ງ​ເລືອກ​ທີ່​ດີ​ກ່​ວາ.
  • ເຄື່ອງ​ດື່ມ​ເກືອ​ແຮ່​ທັງ​ຫລາຍບໍ່​ແມ່ນ​ວ່າ​ຈະ​ດີ​ກ່​ວາ​ນ້ຳ​ອັດ​ລົມ ເນື່ອງ​ຈາກ​ອາດ​ມີ​ປະ​ລິ​ມານ​ອານ​ກໍ​ຮໍ​ທ​ຽບ​ເທົ່າ​ໄດ້​ກັບ​ນ້ຳ​ອັດ​ລົມ ຫາກ​ເປັນ​ການ​ອອກ​ກຳ​ລັງ​ກາຍ​ທີ່ບໍ່​ໜັກ​ໜ່ວງ ການ​ດື່ມ​ພຽງ​ນ້ຳ​ດື່ມ​ບໍ​ລິ​ສຸດ​ຖື​ວ່າ​ພຽງ​ພໍ​ແລ້ວ, ແຕ່​ຫາກ​ເລືອກ​ຊື້​ເຄື່ອງ​ດື່ມ​ປະ​ເພດນີ້​ໃຫ້​ອ່ານ​ສະ​ຫລາກ​ໂພ​ຊະ​ນາ​ການ​ປຽບ​ທຽບ​ປະ​ລິ​ມານ​ອານ​ກໍ​ຮໍ ແລະ ນ້ຳ​ຕານ​ກ່ອນ​ຕັດ​ສິນ​ໃຈ​ຊື້.
- 4 - ນ້ຳ​ອັດ​ລົມ​ມີ​ນ້ຳຕານ​ກັບ​ບໍ່​ມີ​ນ້ຳ​ຕານ ແບບ​ໃດ​ອັນ​ຕະ​ລາຍ​ກ່​ວາ​ກັນ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!