ໄວຣັສໂຄວິດ – 19 ຢ້ານຫຍັງ ? ຮູ້ໄວ້ອຸ່ນໃຈກ່ວາ
May 22, 2021 - 11:27 AM

ໄວຣັສໂຄວິດ – 19 ສ້າງຄວາມເດືອດຮ້ອນໃຫ້ຄົນທົ່ວໂລກຢ່າງຫລວງຫລາຍ, ແຕ່ມັນຈະບໍ່ມີຫົນທາງໃດເລີຍບໍ່ທີ່ຈະຢຸດຍັ້ງໄວຣັສນີ້ ບອກເລີຍວ່າມີ ແລະ ສິ່ງສຳຄັນແມ່ນເປັນສິ່ງທີ່ຫລາຍຄົນອາດຄິດບໍ່ເຖິງກໍມີ.
ອົງການອະນາໄມໂລກ WHO ປະກາດໃຫ້ການແຜ່ລະບາດຂອງໄວຣັສໂຄວິດ – 19 ນີ້ເປັນການລະບາດໃຫຍ່ ຫລັງເຊື້ອໄດ້ລຸກລາມໄປທົ່ວໂລກ ຈົນຕອນນີ້ປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫລາຍທີ່ສຸດຕົກໄປເປັນຂອງສະຫະລັດອາເມລິກາເປັນທີ່ຮຽບຮ້ອຍແລ້ວ ສຳລັບໃຜທີ່ກັງວົນວ່າທາງອອກຂອງສະຖານະກນໄວຣັສລະບາດນີ້ຈະຈົບລົງແນວໃດ ຈາກການໄປສຶກສາຂໍ້ມູນເຮັດໃຫ້ພົບຈຸດອ່ອນຂອງໄວຣັສໂຄວິດ – 19 ທີ່ສຳຄັນຢູ່ຫລາຍປະການ ສ່ວນຈະມີຫຍັງແດ່ນັ້ນ ນຳໄປອ່ານຕໍ່ກັນໄດ້ເລີຍ.
- ອຸນຫະພູມ : ເອີ້ນໄດ້ວ່າເປັນປັດໄຈທີ່ສຳຄັນທີ່ສຸດ ໂຕເຊື້ອໄວຣັສໂຄວິດ – 19 ນີ້ ຖ້າຢູ່ໃນອຸນຫະພູມຕ່ຳຫລາຍໆ ໄວຣັສຈະມີຊີວິດຢູ່ໄດ້ສູງສຸດ 15 ມື້, ແຕ່ຖ້າຢູ່ໃນອຸນຫະພູມປົກກະຕິ ປະມານ 25 ອົງສາ ຈະຢູ່ໄດ້ບໍ່ເກີນ 2 ມື້ ແລະ ຍິ່ງເພີ່ມອຸນຫະພູມໃຫ້ສູງຂຶ້ນໆ ເຊື້ອໄວຣັສກໍຈະມີອາຍຸທີ່ສັ້ນລົງເລື້ອຍໆ. ຍົກໂຕຢ່າງ ການທົດລອງທີ່ມີການນຳເອົາເຊື້ອໄວຣັສໂຄວິດ – 19 ມາວາງໄວ້ໃນອຸນຫະພູມ 56 ອົງສາ ພົບວ່າ ໃຊ້ເວລາພຽງແຕ່ 15 ນາທີ ໄວຣັສກໍຕາມໝົດ ທັງນີ້ຖ້າຍິ່ງເພີ່ມອຸນຫະພູມໃຫ້ສູງຂຶ້ນ ໄລຍະເວລາການມີຢູ່ຂອງໄວຣັສກໍຈະສັ້ນລົງ. ດັ່ງນັ້ນ, ນີ້ຈຶ່ງເປັນເຫດຜົນວ່າເປັນຫຍັງຕ້ອງມີການແນະນຳໃຫ້ກິນອາຫານທີ່ປຸງແຕ່ງສຸກ ເພາະອຸນຫະພູມທີ່ສູງນັ້ນຈະສາມາດຂ້າເຊື້ອໄວຣັສໂຄວິດ – 19 ໄດ້.
- ແສງແດດ : ເຖິງວ່າແສງແດດຈະບໍ່ໄດ້ສົ່ງຜົນຕໍ່ເຊື້ອໄວຣັສໄດ້ວ່ອງໄວຄືກັບອຸນຫະພູມ (ເພາະບໍ່ໄດ້ມີຄວາມຮ້ອນສູງເຖິງ 56 ອົງສາ) ແຕ່ແສງແດດກໍສາມາດເຮັດໃຫ້ໄວຣັສໝົດສະພບໄດ້ ທັງນີ້ຕ້ອງອາໄສປັດໄຈອື່ນ ດັ່ງ ລັງສີ UV ຮ່ວມນຳ ເພາະຄຸນສົມບັດຂອງ UV ນັ້ນສາມາດທະລຸເຂົ້າໄປໃນໂຕໄວຣັສ ແລ້ວເຮັດໃຫ້ DNA ແລະ RNA ທີ່ຢູ່ໃນໂຕໄວຣັສຖືກທຳລາຍລົງ ອາດຂ້າບໍ່ຕາຍ ແຕ່ກໍເຮັດໃຫ້ປະສິດທິພາບຫລຸດລົງໄດ້.
- ສະພາບຄວາມເປັນກົດ ແລະ ດ່າງ : ຈາກຂໍ້ມູນຂອງນັກໄວຣັສວິທະຍາລະບຸວ່າ ໄວຣັສຈະໃຫຍ່ໄດ້ດີຫລາຍໃນສະພາບທີ່ເປັນກາງ (pH7) ແຕ່ຈະອ່ອນກຳລັງລົງໃນສະພາບທີ່ເປັນກົດ (pH ຕ່ຳກ່ວາ 7) ຍົກໂຕຢ່າງ : ຜະລິດຕະພັນທີ່ມີຄວາມເປັນກົດ ເຊັ່ນ : ນ້ຳສົ້ມສາຍຊູ, ນ້ຳຢາລ້າງຫ້ອງນ້ຳ ເຫລົ່ານີ້ໄວຣັສຈະບໍ່ມັກ ລວມໄປເຖິງສະພາບທີ່ເປັນດ່າງ (pH ຕ້ອງເກີນ 9) ຍົກໂຕຢ່າງ : ສິນຄ້າ ເຊັ່ນ : ໂຊດາໄຟ ຍ້ອນສະພາບຄວາມເປັນກົດ ແລະ ດ່າງທີ່ບອກໄປຈະສາມາດກຳຈັດເຊື້ອໄວຣັສໄດ້.
- ສະບູ ແລະ ອານກໍຮໍ : ຮູ້ຫລືບໍ່ວ່າອານກໍຮໍມີຄຸນສົມບັດທີ່ຊ່ວຍດູດນ້ຳໃນໄວຣັສ ແລະ ເມື່ອໄວຣັສຂາດນ້ຳ ໂປຣຕິນທີ່ຢູ່ໃນໂຕກໍຈະເສື່ອມສະພາບ ແລະ ຕາຍລົງໃນທີ່ສຸດ. ດັ່ງນັ້ນ, ຖ້າຈະໃຫ້ແນະນຳໂຕເລືອກທີ່ດີສຸດ ແລະ ປອດໄພຫລາຍທີ່ສຸດຄົງຈະໜີບໍ່ພົ້ນການໃຊ້ຜະລິດຕະພັນປະເພດສະບູ ລວມເຖິງອານກໍຮໍ ທີ່ເຮົາສາມາດຫາຊື້ມາໃຊ້ກັນງ່າຍໆຫລາຍທີ່ສຸດ ລວມເຖິງສາມາດຈັບມາໃຊ້ກັນໄດ້ເລື້ອຍໆ ດັ່ງຄຳແນະນຳຈາກຜູ້ຊ່ຽວຊານຫລາຍທ່ານທີ່ບອກກັນວ່າໃຫ້ໝັ່ນລ້າງມືເປັນປະຈຳ ເພາະຈະຊ່ວຍທຳລາຍໄວຣັສໂຄວິດ – 19 ໄດ້ ລວມເຖິງການໃຊ້ອານກໍຮໍທີ່ມີລະດັບປະລິມານ 70 – 95% ດັ່ງນັ້ນ ຖ້າໃຜກຳລັງແນມຫາຊື້ອານກໍຮໍເຈວກັນຢູ່ ຢ່າລືມເລືອກ % ຕາມທີ່ບອກໄປ.
- ພູມຕ້ານທານໃນຮ່າງກາຍ : ໃນຮ່າງກາຍຂອງຄົນເຮົາມີພູມຕ້ານທານກັນຢູ່ໂຕໜຶ່ງທີ່ມີຊື່ວ່າ Innate Immune Response ເປັນໂຕທີ່ຈອບສະກັດສິ່ງແປກປອມ ແລະ ສ້າງກຸ່ມສານທີ່ມີຊື່ວ່າ Interferon ເຊິ່ງເປັນໂປຣຕິນຊະນິດໜຶ່ງທີ່ຮ່າງກາຍສ້າງຂຶ້ນມາເພື່ອກຳຈັດເຊື້ອພະຍາດ ຖືວ່າເປັນພູມຕ້ານທານທີ່ໄວຣັສຢ້ານຫລາຍ ເພາະ Interferon ຈະໄປປຸກແຊນຕ່າງໆໃນຮ່າງກາຍເພື່ອສ້າງໂປຣຕິນຕໍ່ຕ້ານໄວຣັສ ເຮັດໃຫ້ໄວຣັສບໍ່ສາມາດອາໄສຢູ່ໄດ້ໃນຮ່າງກາຍເຮົາ. ຄຳຖາມຕໍ່ມາຄື ເຮົາຈະສ້າງພູມຕ້ານທານໃນຮ່າງກາຍໄດ້ແນວໃດ ຈາກບົດສຳພາດນັກໄວຣັສວິທະຍາໄດ້ໃຫ້ຄຳແນະນຳທີ່ເຮັດໄດ້ງ່າຍ ຄື : ການອອກກຳລັງກາຍ, ພັກຜ່ອນໃຫ້ພຽງພໍ ລວມໄປເຖິງການກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ.
- ຈະເຫັນໄດ້ວ່າເຊື້ອໄວຣັສໂຄວິດ – 19 ນັ້ນມີວິທີການກຳຈັດທີ່ບໍ່ຍາກຫລາຍ, ແຕ່ຖ້າເຮົາປຽບທຽບກັບຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນໃນແຕ່ລະມື້ ບອກເລີຍວ່າເຮົາຕ້ອງຊ່ວຍກັນບອກຕໍ່ ແລະ ເບິ່ງແຍງສຸຂະພາບກັນໃຫ້ດີໆ ໂດຍສະເພາະຢ່າງຍິ່ງຂັ້ນຕອນຂອງການສ້າງພູມຕ້ານທານໃນຮ່າງກາຍ ທີ່ເກືອບຈະບໍ່ຕ້ອງລົງທຶນຫຍັງ ພຽງແຕ່ອອກກຳລັງກາຍ, ພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານທີ່ມີປະໂຫຍດກໍສາມາດສ້າງພູມຕ້ານທານໄດ້ແລ້ວ ແລະ ຢ່າລືມຮັກສາຄວາມສະອາດໂດຍການໝັ່ນລ້າງມືດ້ວຍສະບູ ພ້ອມພົກພາເຈວອານກໍຮໍທີ່ມີປະລິມານອານກໍຮໍຕັ້ງແຕ່ 70 % 95% ລວມເຖິງການໃສ່ໜ້າກາກອະນາໄມທຸກເທື່ອເວລາອອກໄປນອກເຮືອນ ຫລື ຢູ່ໃນພື້ນທີ່ແອອັດ.