ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ

- 842ccca1 3462 47d9 ac30 df6ca64a89be - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ
- kitchen vibe - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ

ພັທ ສິງແກ້ວ ວົງພະຈັນ ຫົວໜ້າພະແນກຕຳຫລວດສືບສວນຄະດີອາຍາ ກົມຕໍາຫລວດສືບສວນ-ສອບສວນ ໃຫ້ສຳພາດຕໍ່ໜັງສືພິມຄວາມສະຫງົບ ວັນທີ 21 ພຶດສະພາ 2021 ນີ້ວ່າ: ມາຮອດປັດຈຸບັນເຈົ້າໜ້າທີ່ໄດ້ລົງຕິດຕາມນຳເອົາຕົວທ້າວ ໄມສີ ອາຍຸ 23 ປີ ຜູ້ໃຊ້ TikTok @maisee 4433 ຜູ້ກ່ຽວພັກເຊົາຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຍ້ອນວ່າ ໃນວັນທີ 17 ພຶດສະພາຜ່ານມາ ຜູ້ກ່ຽວໄດ້ໂພສເຫດການທີ່ບໍ່ມີມູນຄວາມຈິງ ມີລັກສະນະຄ້າຍຄືຍົນຕົກລົງໃນ TikTok ໂດຍລະບຸວ່າ ມີເຫດການຍົນໂດຍສານ ຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ເຮັດໃຫ້ເປັນກະແສໃນໂລກອອນລາຍ ສົ່ງຜົນກະທົບຕໍ່ສາຍການບິນຂອງ ສປປ ລາວ ດ້ານຄວາມປອດໄພ ກັບສາຍການບິນອື່ນໆຂອງຕ່າງປະເທດ.
ຜ່ານການສອບສວນຕົວຜູ້ກ່ຽວໃຫ້ຮູ້ວ່າ ຕົນເອງເຮັດໄປຍ້ອນຄວາມຮູ້ເທົ່າບໍ່ເຖິງການ ເພາະເຫັນໃນຕິດຕັອກ ຕົນຈຶ່ງເຮັດເພື່ອຢາກໄດ້ຍອດໄລ, ຍອດແຊຣ໌ເທົ່ານັ້ນ.
ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ມີການສຶກສາອົບຮົມກ່າວຕັກເຕືອນ ທ້າວ ໄມສີ ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກມີການກະທຳຜິດກ່ຽວກັບການສ້າງສະຖານະການ ຫຼື ໂພສຂ່າວທີ່ບໍ່ມີມູນຄວາມຈິງລົງສື່ອອນລາຍອີກ ຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

- 3 - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ
- 5 - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ
- 4 - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ
- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ນຳຕົວຜູ້ປ່ອຍຄລິບປອມຢູ່ແອັບ TikTok ວ່າຍົນຕົກຢູ່ເມືອງຊຽງເງິນ ມາເຮັດບົດບັນທຶກ