ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້

- shutterstock 1960990447 - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້
- kitchen vibe - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້

ວັນທີ 21 ພຶດສະພາ 2021, ທ່ານ ອູກູ ຊາຮິນ ຜູ້ບໍລິຫານລະດັບສູງຂອງ BioNTech ທີ່ຮ່ວມມືກັບຄູ່ຮ່ວມງານຄື Pfizer ທົດລອງ ແລະ ຜະລິດວັກຊີນຕ້ານໂຄວິດ-19 ເປີດເຜີຍວ່າ: ວັກຊີນຈາກ Pfizer-BioNTech ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍ (B.1.617) ໄດ້ ເຊັ່ນດຽວກັບການທົດລອງໃນອິນເດຍທີ່ບົ່ງບອກວ່າ: ວັກຊີນຈາກ AstraZeneca ສາມາດຕ້ານໂຄວິດ-19 ກາຍພັນນີ້ໄດ້ເຊັ່ນດຽວກັນ.

ທ່ານ ຊາຮິນ ເປີດເຜີຍວ່າ: ຜົນການສຶກສາກ່ອນໜ້ານີ້ຢືນຢັນວ່າວັກຊີນຈາກ Pfizer ມີປະສິດທິພາບສູງໃນການຕ້ານເຊື້ອໂຄວິດ-19 ກາຍພັນ ໂດຍສະເພາະສາຍພັນທີ່ພົບຄັ້ງທຳອິດໃນອາຟຣິກາໃຕ້ (B.1.351) ແລະ ອັງກິດ (B.1.1.7) ປ້ອງກັນການຕິດເຊື້ອຮຸນແຮງ ລວມທັງອາການປອດບວມຮຸນແຮງ ແລະ ການເສຍຊີວິດໄດ້.

- Visit Laos Visit SALANA BOUTIQUE HOTEL - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້
- Visit Laos Visit SALANA BOUTIQUE HOTEL - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້

ນອກຈາກນີ້, ທີມວິໄຈຍັງໄດ້ພັດທະນາໃຫ້ວັກຊີນຈາກ Pfizer ສາມາດຈັດເກັບໄດ້ດົນເຖິງ 31 ວັນ ໃນອຸນຫະພູມຕູ້ເຢັນປົກກະຕິ, ຫລຸດຄວາມຫຍຸ້ງຍາກ ແລະ ສັບຊ້ອນໃນການຈັດເກັບ ແລະ ຂົນສົ່ງວັກຊີນໄປພື້ນທີ່ຕ່າງໆ.

ຂະນະທີ່ການທົດລອງທີ່ໄດ້ຮັບການເຜີຍແຜ່ໂດຍໂຮງໝໍ Indraprastha Apollo Hospital ໃນນິວເດລີ ປະເທດອິນເດຍ ທີ່ສຶກສາກັບກຸ່ມທົດລອງ 3.300 ຄົນ ພົບວ່າວັກຊີນຕ້ານໂຄວິດ-19 ຈາກ AstraZeneca ສາມາດຕ້ານໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້ 97% ເຖິງວ່າກ່ອນໜ້ານີ້ວັກຊີນອາດກ່ຽວຂ້ອງກັບການເກີດອາການຫລອດເລືອດອຸດຕັນ ຈົນເຮັດໃຫ້ທາງການບາງປະເທດໂຈະ ຫລື ຢຸດການໃຊ້ວັກຊີນແລ້ວກໍຕາມ.

ຈາກການຕິດຕາມສະຖານະການການແຜ່ລະບາດຂອງເຊື້ອໂຄວິດ-19 ກາຍພັນໂດຍ GISAID ພົບວ່າ: ປັດຈຸບັນມີປະເທດທີ່ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນອິນເດຍແລ້ວຢ່າງໜ້ອຍ 47 ປະເທດທົ່ວໂລກ ໂດຍຜົນການສຶກສາເບື້ອງຕົ້ນລະບຸວ່າ: ສາມາດແຜ່ກະຈາຍເຊື້ອໄດ້ງ່າຍຍິ່ງຂຶ້ນ, ແອນຕິບໍດີກວດຈັບ ແລະ ຕ້ານເຊື້ອໄວຣັສໄດ້ຍາກຍິ່ງຂຶ້ນກວ່າເຊື້ອໄວຣັສສາຍພັນດັ້ງເດີມ. ອີກທັງອົງການອະນາໄມໂລກ (WHO) ຍັງໄດ້ຈຳແນກໃຫ້ສາຍພັນອິນເດຍຢູ່ໃນປະເພດໄວຣັສກາຍພັນທີ່ໜ້າກັງວົນລະດັບໂລກ (Variant of Global Concern).

ໂດຍອັງກິດມີຜູ້ຕິດເຊື້ອໂຄວິດ-19 ກາຍພັນສາຍພັນອິນເດຍສູງສຸດເຖິງ 4.043 ຄົນ, ຮອງລົງມາແມ່ນອິນເດຍ 2.619 ຄົນ ແລະ ອາເມລິກາ 1.011 ຄົນ.

ອ້າງອີງ:

https://www.reuters.com/world/uk/indian-variants-transmissibility-edge-might-be-smaller-than-feared-uk-expert-2021-05-19/

- 5 - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້
- 4 - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້
- 3 - ຜົນການສຶກສາເຜີຍ ວັກຊີນ Pfizer ແລະ AstraZeneca ມີປະສິດທິພາບຕ້ານເຊື້ອໂຄວິດ-19 ກາຍພັນ ສາຍພັນອິນເດຍໄດ້