- ຫ້ອງນອນຍັງມີແສງລົບກວນ : ການນອນໃນຫ້ອງທີ່ມືດສະໜິດ ບໍ່ມີແສງສ່ອງລົບກວນ ຈະຊ່ວຍໃຫ້ການນອນຫລັບຂອງທ່ານເປັນໄປຢ່າງມີປະສິດທິພາບ, ແຕ່ເມື່ອຮອດຕອນເຊົ້າກໍຄວນມີແສງສະຫ່ວາງສ່ອງເຂົ້າມາເພື່ອໃຫ້ຮ່າງກາຍສາມາດຮັບຮູ້ໄດ້ວ່າຄວນຕື່ນນອນໄດ້ແລ້ວ. ສະນັ້ນ, ການເລືອກຜ້າກັ້ງໃນຫ້ອງນອນ ຈຶ່ງເປັນສິ່ງສຳຄັນເລືອກຜ້າກັ້ງທີ່ປ້ອງກັນແສງແດດໃນເວລາກາງຄືນ, ແຕ່ໃຫ້ແສງແດດສ່ອງເຂົ້າມາໄດ້ແດ່ໃນຕອນເຊົ້າ.
- ເວລານອນບໍ່ພໍ : ຄົນສ່ວນຫລາຍຄວນຈະນອນມື້ລະປະມານ 7 ຊົ່ວໂມງ ແລະ ຄວນຝຶກການນອນໃຫ້ເປັນນິໄສ ຄືນອນເປັນເວລາ, ຕື່ນເປັນເວລາ ຖ້ານອນບໍ່ພໍຈະຮູ້ສຶກອິດເມື່ອຍອ່ອນເພຍ.
- ວິຕົກກັງວົນ, ສົນທະນາອອນລາຍ, ໃຊ້ອິນເຕີເນັດກ່ອນນອນ : ຄວາມວິຕົກກັງວົນເຮັດໃຫ້ນອນຫລັບບໍ່ແຈບ ບາງເທື່ອເຖິງ ວ່າຕາຈະຫລັບ ແຕ່ສະໝອງພັດຍັງເຮັດວຽກ ເຮັດໃຫ້ຫລັບບໍ່ແຈບ ແລະ ອາດຕື່ນກາງເດິກ, ຕາຄ້າງ ແລະ ຍັງຫລິ້ນໂທລະສັບມືຖື, ແທັບເລັດກ່ອນນອນ ແສງສີຟ້າຈາກຈໍຍິ່ງເຮັດໃຫ້ຫລັບບໍ່ແຈບ ແລະ ອິດເມື່ອຍດວງຕານຳອີກ.
- ໃຊ້ໂມງປຸກຫລາຍເກີນໄປ : ບາງຄົນມັກໃຊ້ປຸກເປັນເທື່ອເຕືອນໄປເລື້ອຍໆ ແບບຕັ້ງເຜື່ອໃຫ້ໂມງປຸກແລ້ວກົດມອດ ຫລັບຕໍ່ອີກຈັກໜ້ອຍ, ແຕ່ເຮັດຫລາຍຮອບຈົນກ່ວາຈະຕື່ນແທ້ໆກໍກາຍເວລາມາດົນ ແທນທີ່ຈະນອນບາດດຽວ ປຸກເທື່ອດຽວ ແຕ່ພັດຖືກປຸກລົບກວນຫລາຍເທື່ອ ສຽງໂມງປຸກທີ່ດັງເກີນໄປ ເຮັດໃຫ້ຕື່ນຂຶ້ນມາຢ່າງຕົກໃຈ ເຮັດໃຫ້ອິດເມື່ອຍອ່ອນເພຍໄດ້ຄືກັນ.
- ດື່ມຊາ, ກາເຟ ຫລື ອານກໍຮໍກ່ອນນອນ : ເຖິງວ່າຈະຮູ້ສຶກຫລັບໄດ້ໄວຂຶ້ນ ແຕ່ຂະບວນການໄຫລວຽນຂອງເລືອດໃນຮ່າງກາຍກໍໄວຂຶ້ນເຊັ່ນດຽວກັນ ເຮັດໃຫ້ຫລັບບໍ່ແຈບດີ ຈຶ່ງຕື່ນນອນມາໂດຍຄວາມອິດເມື່ອຍອ່ອນເພຍ.
error: Content is protected !!