“ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ

-                 1 - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ
- kitchen vibe - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ

CEO ຂອງໂມເດິນາໃຫ້ສຳພາດຕໍ່ສື່ຍີ່ປຸ່ນ ເປີດແຜນຕັ້ງໂຮງງານຜະລິດວັກຊີນໂຄວິດ-19 ໃນອາຊີ ໂດຍມີຄວາມເປັນໄປໄດ້ທີ່ຈະເລືອກຍີ່ປຸ່ນເປັນຖານການຜະລິດ.

-                    300x169 - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ

- Visit Laos Visit SALANA BOUTIQUE HOTEL - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ
- Visit Laos Visit SALANA BOUTIQUE HOTEL - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ

ວັນທີ 22 ພະຈິກ 2021, ເວັບໄຊ Nikkei Asia ສື່ຍີ່ປຸ່ນ ສຳພາທ່ານ ສະເຕຟານ ແບນແຊລ (Stephane Bancel) CEO ຂອງບໍລິສັດໂມເດິນາ (Moderna) ໜຶ່ງໃນຜູ້ພັດທະນາວັກຊີນໂຄວິດ-19 ທີ່ເປີດເຜີຍວ່າ: ທາງບໍລິສັດມີແຜນຈະຕັ້ງໂຮງງານຜະລິດວັກຊີນໂຄວິດ-19 ໃນທະວີບອາຊີ ໂດຍກຳລັງພິຈາລະນາເລືອກຢູ່ຫລາຍປະເທດ ລວມທັງຍີ່ປຸ່ນ.

CEO ຂອງໂມເດິນາ ຍອມຮັບວ່າ: ເຖິງວ່າຈະຢູ່ໃນຊ່ວງເລີ່ມຕົ້ນ, ແຕ່ຕອນນີ້ໂມເດິນາໄດ້ເຈລະຈາກັບຫລາຍຝ່າຍໃນຍີ່ປຸ່ນແລ້ວ ໂດຍເບິ່ງວ່າຍີ່ປຸ່ນມີຂໍ້ດີ ຄືບຸກຄະລາກອນໃນປະເທດທີ່ມີຄຸນນະພາບ ລວມທັງຄວາມສາມາດໃນການຜະລິດງານວິໄຈ.

ປັດຈຸບັນ ໂມເດິນາມີໂຮງງານຜະລິດວັກຊີນໂຄວິດ-19 ຕັ້ງຢູ່ອາເມລິກາ ແລະ ເອີຣົບ ໂດຍຕັ້ງເປົ້າໝາຍວ່າ: ໃນປີ 2022 ບໍລິສັດຕ້ອງຜະລິດວັກຊີນໂຄວິດ-19 ໃຫ້ໄດ້ 3.000 ລ້ານໂດສ ເຊິ່ງຄິດເປັນ 3 ເທົ່າຂອງປະລິມານທີ່ຄາດວ່າຈະຜະລິດໄດ້ໃນປີນີ້.

ລາຍງານຂ່າວຂອງສື່ຍີ່ປຸ່ນກ່ຽວກັບທ່າອ່ຽງທີ່ໂມເດິນາຈະເຂົ້າໄປຕັ້ງໂຮງງານຜະລິດວັກຊີນໂຄວິດ-19 ໃນປະເທດ ເກີດຂຶ້ນໃນຊ່ວງຍີ່ປຸ່ນກຳລັງຈະເລີ່ມໂຄງການສັກວັກຊີນໂຄວິດ-19 ໃຫ້ປະຊາຊົນແລ້ວ ທ່າມກາງສຽງວິຈານເຖິງຄວາມຊັກຊ້າໃນການສັກວັກຊີນໂຄວິດ-19 ໃນປະເທດ ເຊິ່ງເບື້ອງຕົ້ນຈະເລີ່ມໃນນະຄອນຫລວງໂຕກຽວ ແລະ ນະຄອນໂອຊາກ້າໃນອາທິດໜ້າ.

ໂດຍລັດຖະບານຍີ່ປຸ່ນໄດ້ສັ່ງຈອງວັກຊີນໂຄວິດ-19 ຂອງໂມເດິນາ ມາແຕ່ເດືອນກັນຍາປີຜ່ານມາ ຈຳນວນ 50 ລ້ານໂດສ ແລະ ກຳລັງຢູ່ລະຫວ່າງການເຈລະຈາເພື່ອສັ່ງຈອງວັກຊີນເພີ່ມ ເຊິ່ງ CEO ຂອງໂມເດິນາຢືນຢັນວ່າ: ຖ້າລັດຖະບານຍີ່ປຸ່ນຕ້ອງການວັກຊີນໂຄວິດ-19 ເພີ່ມອີກ 50 ລ້ານໂດສໃນປີໜ້າ ບໍລິສັດໂມເດິນາກໍພ້ອມຈະຜະລິດ ແລະ ສົ່ງມອບໃຫ້ໄດ້.

ອ້າງອີງ:

https://asia.nikkei.com/…/Moderna-CEO-eyes-producing…

- 3 - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ
- 5 - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ
- 4 - “ໂມເດິນາ” ເລັ່ງຕັ້ງໂຮງງານໃນອາຊີ ຜະລິດວັກຊີນໂຄວິດ-19 ອາດເລືອກ “ຍີ່ປຸ່ນ” ເປັນຖານການຜະລິດ