ຜູ້ຕິດເຊື້ອພຽງ 1 ຄົນ ຢູ່ແຂວງຊຽງຂວາງປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ
May 26, 2021 - 4:05 PM


ໃນວັນທີ 26 ພຶດສະພາ 2021, ແຂວງຊຽງຂວາງ ໄດ້ສຳເລັດການປິ່ນປົວຜູ້ຕິດເຊື້ອພາຍໃນແຂວງ ຫາຍດີ ແລະ ສົ່ງຕົວກັບບ້ານແລ້ວ ພ້ອມທັງປະຕິບັດການຈຳກັດບໍລິເວນຕົນຢູ່ເຮືອນໃຫ້ຄົບ 14 ວັນຕາມຄະນະສະເພາະກິດວາງອອກຢ່າງເຄັງຄັດ, ພາຍຫລັງໄດ້ເຂົ້າແຍກປ່ຽວປິ່ນປົວແຕ່ວັນທີ 27 ເມສາຜ່ານມາ ມາຮອດວັນທີ 26 ພຶດສະພາ ເປັນເວລາ 29 ວັນ.
ພ້ອມນີ້, ກໍຂໍຊົມເຊີຍທີມແພດໝໍທີ່ໄດ້ເອົາໃຈໃສ່ປິ່ນປົວ, ເບິ່ງແຍງຄົນຈົນຫາຍດີ ແລະ ຄວາມເສຍສະຫລະທຸ້ມທຸກແຮງກາຍແຮງໃຈເພື່ອສັງຄົມ ກໍຄືປະເທດລາວເຮົາ.