ກົບກິນເດືອນ ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ

ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - unnamed - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ
ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - kitchen vibe - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ

ວັນທີ 26 ພຶດສະພາ 2021 ນີ້ ມີລາຍງານທາງໂຫລາສາດ ຄາດວ່າ ຈະເກີດມີຈັນທະຄາດຂຶ້ນ ໃນລະຫວ່າງເວລາ 18:11 ນາທີ ຫາ 18: 25 ນາທີ ເຊິ່ງທາງລາວເຮົາກໍອາດຈະເບິ່ງເຫັນໄດ້ ຖ້າຟ້າບໍ່ມີເມກ.
ກົບກິນເດືອນ ແມ່ນການໂຄຈອນຂອງໂລກຢູ່ລະຫວ່າງກາງຂອງດວງຕາເວັນ ແລະດວງເດືອນ ໂດຍມີຊື່ເປັນພາສາປາລີວ່າ “ຈັນທະຄາດ ຫລື ຈັນທຣຸບປຣາຄາ” ຫລື ເອີ້ນວ່າ ລາຫູອົມຈັນ.
ຕາມຄວາມເຊື່ອບູຮານລາວເຮົາວ່າ ອຸປຣາຄາ ຕາມທຳມະດາແລ້ວ ພະອາທິດ ພະຈັນ ອັງຄານ ພຸດ ພະຫັດ ສຸກ ເສົາ ເດີນຈາກຊ້າຍໄປຂວາ ແຕ່ພະລາຫູ (ໂລກ) ແລະ ພະເກດ ເດີນຈາກຂວາໄປຊ້າຍ, ເພາະສະນັ້ນ ລາຫູກັບພະເກດຈຶ່ງສວນທາງກັນກັບເຄາະໜ່ວຍອື່ນໆເປັນປົກຕິເມື່ອພະລາຫູສວນທາງກັບພະອາທິດ ແລະ ພະຈັນຕອນໃດແລ້ວ ລາຫູກໍຄຸບກິນພະະອາທິດ ຫຼື ພະະຈັນໃນຄາວນັ້ນທຸກໆເທື່ອ ຈຶ່ງບັນດານໃຫ້ມີອຸປຣາຄາຂຶ້ນ (ສຸຣິຍຸປຣາຄາ ຫຼື ຈັນທຣຸປຣາຄາ) ເມື່ອໃດເກີດມີອຸປຣາຄາຂຶ້ນ ປະຊາຊົນຈຶ່ງຕີຄ້ອງ ຕີກອງ ຍິງປືນເນືອງນັນຂຶ້ນ ເພື່ອໃຫ້ຣາຫູຕົກໃຈຢ້ານ ແລ້ວຄາຍພະອາທິດ ຫລື ພະຈັນອອກຈາກປາກໄປ.
ຄວາມເຊື່ອຖືນີ້ ບູຮານຈະຖືສືບກັນມາຈາກຊາດໃດກໍ່ບໍ່ຮູ້ໄດ້ແນ່ນອນ ແຕ່ເຂົ້າໃຈວ່າຄວາມເຊື່ອຖືກ່ຽວກັບຣາຫູ ເປັນສັດຕຣູກັບພະຈັນແລະພະອາທິດ.

ຄວາມຈິງແລ້ວ ຈັນທຣຸປຣາຄາ ຫລື ຈັນທະຄາດ ຫລື ກົບກິນເດືອນ ນັ້ນແມ່ນເງົາຂອງໂລກເຮົາພຸ່ງໄປເຖິງພະຈັນ ໃນເວລາທີ່ໂລກເດີນຜ່ານລະຫວ່າງກາງພະອາທິດກັບພະຈັນເຮັດໃຫ້ມີເງົາໂລກ ຫລື ດວງເດືອນບໍ່ມີແສງ ຫລື ເຫັນເປົນເງົາສີແດງ.
ປາກົດການດັ່ງກ່າວນີ້ ເກີດຂຶ້ນໃນມື້ເພັງ 15 ຄໍ່າ ແຕ່ບໍ່ໄດ້ໝາຍເຖິງ ທຸກໆເພັງ ເຊິ່ງຂຶ້ນກັບການໂຄຈອນຂອງໂລກ ແລະ ດວງເດືອນນຳອີກ.

ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - Visit Laos Visit SALANA BOUTIQUE HOTEL - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ
ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - Visit Laos Visit SALANA BOUTIQUE HOTEL - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ
ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - 5 - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ
ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - 4 - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ
ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ - 3 - ກົບກິນເດືອນ  ມີຊື່ເອີ້ນຫລາຍຢ່າງວ່າ ຈັນທະຄາດ, ຕັນທຣຸບປຣາຄາ, ລາຫູອົມຈັນ